ໃນກອງປະຊຸມລັດຖະບານເປີດ ກວ້າງ 6
ເດືອນຕົ້ນສົກປີ 2012-2013 ເມື່ອບໍ່ດົນມານີ້,ທ່ານ ທອງສິງ ທຳ ມະວົງ ນາຍົກລັດຖະມົນຕີ
ໄດ້ຊີ້ນຳໃຫ້ທຸກຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ປະຕິບັດ
ວຽກງານໃນ 6 ເດືອນທ້າຍສົກປີ 2012-2013
ຄືໃຫ້ຮັກສາຄາດໝາຍໃຫຍ່,ໂຄງການລົງທຶນຕາມດຳລັດ ຂອງນາຍົກລັດຖະມົນຕີເລກທີ 398/ ນຍ
ກຳນົດໄວ້ ໝາຍວ່າເຮັດທຸກສິ່ງທຸກຢ່າງເພື່ອເຮັດໃຫ້ GDP ເຕີບໃຫຍ່ 8,3%, ຮັກສາຄວາມສົມດູນໃນການພັດທະນາຂົງເຂດເສດຖະກິດ,
ວັດທະນະ ທຳ-ສັງຄົມ, ຮັກສາສິ່ງແວດລ້ອມ,
ສູ້ຊົນຮັກສາຄວາມໝັ້ນທ່ຽງຂອງເສດຖະກິດມະຫາພາກໃຫ້ໄດ້, ຮັບປະ
ກັນບໍ່ໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນກາຍ 5%,ຮັບປະກັນລາຄາສິນຄ້າຄຸ້ມຄອງ 23
ລາຍການໃຫ້ຢູ່ໃນເກນປົກກະຕິ ໂດຍເອົາໃຈໃສ່ລາຄານ້ຳມັນ, ໄຟຟ້າ, ຊີມັງ, ເຫລັກ,
ເຂົ້າ, ຊີ້ນ ແລະ ປາ.
ດັດແກ້ງົບປະມານທ້າຍສົກປີ
2012-2013 ຕາມການສະເໜີຂອງກະຊວງການເງິນດັ່ງນີ້:ເພີ່ມລາຍຮັບຈາກ 19.927
ຕື້ກີບມາເປັນ 22.400 ຕື້ກີບ,ໃນນັ້ນລາຍຮັບພາຍໃນ 17.609,96 ຕື້ກີບ
ທຽບໃສ່ປີຜ່ານມາເພີ່ມຂຶ້ນ 38,68%,ລາຍຮັບຈາກການຊ່ວຍເຫລືອ 4.790,04 ຕື້ກີບ
ທຽບໃສ່ ປີຜ່ານມາ ເພີ່ມຂຶ້ນ 3,28%;ດັດແກ້ລາຍຈ່າຍຈາກ 23.964 ຕື້ກີບມາເປັນ
27.280 ຕື້ກີບ,ໃນນັ້ນ ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນຈາກ 4.676,50
ຕື້ກີບມາເປັນ 8.000 ຕື້ກີບ; ຂາດດູນງົບປະມານ 4.880 ຕື້ ກີບເທົ່າ ກັບ 5% ຂອງ GDP
ແຫລ່ງດຸ່ນດ່ຽງງົບປະມານຕົ້ນຕໍ:ກູ້ຢືມຕ່າງປະເທດຈຳນວນ 1.742 ຕື້ກີບ, ພັນທະບັດຄັງ
ເງິນຈຳນວນ 300 ຕື້ກີບ ແລະ ພັນທະ ບັດລະດົມທຶນຈຳນວນ 2.838
ຕື້ກີບ.ໃຫ້ເອົາໃຈໃສ່ຮັກສາປະລິມານເງິນ M2 ຕາມດຳລັດຂອງນາຍົກລັດຖະ ມົນຕີ
ເລກທີ 398/ນຍ (27%),ຮັກສາອັດ ຕາແລກປ່ຽນລອຍຕົວທີ່ມີການ ຄຸ້ມຄອງ
ເຮັດ
ໃຫ້ຄ່າເງິນກີບມີສະ
ຖຽນລະພາບໝັ້ນທ່ຽງ,ຄຸ້ມຄອງການປ່ອຍສິນເຊື່ອຂອງທະນາຄານທຸລະກິດ ເປັນຕົ້ນ:ດ້ານອັດຕາດອກເບັ້ຍ
ແລະ ການບໍລິການໃຫ້ແທດເໝາະ ກັບກົດໝາຍຂອງ ສປປ ລາວ ແລະ
ລະຫວ່າງຊາດ,ລະດົມການຊຳລະສະສາງດ້ວຍເງິນກີບໃຫ້ແຜ່ຫລາຍ;
ໃຫ້ທະນາຄານສົ່ງເສີມການລົງທຶນຂອງພາກທຸລະກິດໃນໂຄງການຜະລິດສິນ
ຄ້າ,ສ່ວນການສ້າງໂຄງລ່າງໃຫ້ລະ ມັດລະວັງ ແລະ ໄປຕາມຂອບທີ່ກຳ
ນົດ,ໃຫ້ສືບຕໍ່ປະຕິບັດມາດຕະການຕ່າງໆທີ່ໄດ້ກຳນົດໃນດຳລັດ 398/
ນຍ.ພ້ອມກັນນັ້ນ ກໍເຫັນດີຮັບເອົາບາງມາດຕະການເພີ່ມຕື່ມຈຳນວນໜຶ່ງ
ເພື່ອຮັບປະກັນໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານ 6
ເດືອນທ້າຍປີ ໃຫ້ບັນລຸຜົນດັ່ງນີ້:
ໃຫ້ເພີ່ມທະວີການລະດົມທຶນຈາກທຸກພາກສ່ວນເສດຖະກິດ
ເປັນຕົ້ນ:ທຶນຊ່ວຍເຫລືອທາງການເພື່ອການພັດທະນາ,ການລົງທຶນຂອງເອກະຊົນພາຍໃນ
ແລະ ຕ່າງປະເທດ,ການລົງທຶນສິນເຊື່ອຂອງທະນາ ຄານ; ອຳນວຍຄວາມສະດວກ ແລະ
ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດເຄື່ອນໄຫວເປັນປົກກະຕິ;ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນຢ່າງແຂງແຮງ;ເພີ່ມຄວາມເອົາໃຈໃສ່ໃນການເກັບລາຍຮັບງົບປະມານໃຫ້ໄດ້ຢ່າງຄົບຖ້ວນ
ແລະ ຖືກຕ້ອງຕາມກຳນົດເວລາ ດ້ວຍມາດຕະການທີ່ກະຊວງການເງິນສະເໜີ ເປັນຕົ້ນ
ການເພີ່ມຄວາມເປັນເຈົ້າການຂອງການນຳຂະແໜງການ ແລະ ທ້ອງຖິ່ນຕ່າງໆ
ໃນການຂຸດຄົ້ນແຫລ່ງ ລາຍຮັບ ແລະ ສ້າງຖານລາຍຮັບໃໝ່ທີ່ສຳຄັນ,ສະກັດກັ້ນ
ແລະ ແກ້ໄຂການຮົ່ວໄຫລງົບປະມານ ແລະ ຢຸດການອະນຸຍາດຫລຸດຜ່ອນ ຫລື
ຍົກເວັ້ນພາສີອາກອນແບບບໍ່ແທດເໝາະກັບລະບຽບກົດໝາຍ. ເອົາໃຈໃສ່ຄຸ້ມຄອງ,ກວດກາການປະຕິບັດລາຍຈ່າຍງົບປະມານໃຫ້ແທດເໝາະກັບແຜນລາຍຈ່າຍທີ່ໄດ້ຮັບຮອງ,ເອົາໃຈໃສ່ການເບີກຈ່າຍເງິນເດືອນ,ການຊຳລະໜີ້
ແລະ ການປະຕິບັດວິໄນດ້ານການເງິນໃຫ້ເຂັ້ມງວດ ແລະ ເພີ່ມຄວາມຮັບຜິດຊອບ
ແລະ ເປັນເຈົ້າການໃນການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ:
ບັນ
ຫາອາດຊະຍາກຳ,ບັນຫາຢາເສບຕິດ,ການເກີດອຸປະຕິເຫດຕາມທ້ອງຖະໜົນ,ຂໍ້ຂັດແຍ່ງຄະດີຄວາມ
ແລະ ອື່ນໆໃຫ້ມີອັນຫລຸດລົງ.
No comments:
Post a Comment