Ad

Ad

19 June 2013

ລາວຟອດລະຫຼອງຄົບຮອບ 110 ປີ



        ວັນທີີ 18 ມິຖຸນາ ນີ້ ບໍລິສັດ ລາວຟອດຊີຕີຈັດງານສະຫຼອງ ຄົບຮອບ 110 ປີຂອງການສ້າງ ຕັ້ງ ບໍລິສັດຟອດຢູ່ສູນຈຳໜ່າຍ ຟອດ ບ້ານຂູນຕາ ເມືອງສີໂຄດ ຕະບອງນະຄອນຫຼວງວຽງຈັນ, ເຂົ້າຮ່ວມໃນ ພິທີດັ່ງການມີ ທ່ານ DJ Simp son  Remarks ຜູ້ຈັດການ ແລະ ກວດກາພາກພື້ນ ອາຊີປາຊີຟິກບໍລິ ສັດຟອດມໍເຕີ ແລະ ບັນດາພະນັກງານລາວຟອດຊີຕີເຂົ້າຮ່ວມ.
      ໄດ້ພິທີສະຫຼອງດັ່ງກ່າວທ່ານ DJ Simpson Remarks ກ່າວວ່າ: ເດືອນນີ້ເປັນເດືອນແຫ່ງ ການ ສະ ເຫຼີມສະຫຼອງຕຳນານຟອດຄົບ ຮອບ 110 ປີ ໃນທົ່ວໂລກກໍ່ຄືໃນ ລປປ ລາວ ເຊັ່ນກັນ, ແຕ່ສິ່ງສຳຄັນທ່ີສຸດໃນການສະເຫຼີມສະຫຼອງໃນຄັ້ງນີ້ແມ່ນຂໍຂອບໃຈບັນດາລູກຄ້າທີ່ເຮັດໃຫ້ຕຳນານ ຂອງ ຟອດ ມີ ຄວາມໝາຍຍິ່ງຂຶ້ນ ຊຶ່ງ ຊ່ວຍ ເຮັດໃຫ້ຟອດຈະ ເລີນກ້າວ ໜ້າ ແລະ ມີສາຍພົນພັນ ຫຼາຍຂຶ້ນ, ຟອດເປັນ ໜຶ່ງໃນບໍລິສັດທີ່ມີຄວາມເປັນມາອັນຍາວນານ ແລະ ໄດ້ສະຫຼອງຫຼາຍທີ່ສຸດ ໃນອຸດສາຫະກຳການຜະລິດ ລົດ,110 ປີ ກ່ອນ,ທ່ານ ເຮັນຣີຟອດ ແລະ ກຸ່ມນັກລົງທືນນ້ອຍໆໄດ້ ເຊັ່ນສັນຍາການຮ່ວມມືເພື່ອສ້າງບໍ ລິສັດຟອດ ມໍເຕີຂື້ນ, ທ່ານເຮັນຣີຟອດເປັນທັງຜູ້ປະກອບການ ແລະ ນັກລົງທືນ ທ່ີມີຄວາມຝັນ, ໂດຍ ເລີ່ມຕົ້ນຈາກ ເງິນທືນພຽງ 28 ພັນ ໂດລາ,ເຈ້ຍ ພິມຂຽວ ແລະ ອຸປະກອນພຽງ ເລັກນ້ອຍໃນເບື້ອງ, ດ້ວຍທີ່ເພິ່ນ ເປັນນັກວິສາວະກອນໜຸ່ມຈຶ່ງເຮັດ ໃຫ້ເພິ່ນສືບຕໍ່ພັດທະນາທັດສະຈົນ ເຮັດໃຫ້ຄວາມຝັນ ກາຍເປັນຈິງ, ໃນເບື້ອງ ຕົ້ນເພິ່ນພັດທະ ນາແນວຄິດທີ່ບໍ່ໃຊ້ມ້າມາເປັນການຜະລິດລົດ, ຫຼັງຈາກຜະລິດລົດ ຄັນທຳອິດແລ້ວ, ເພິ່ນກໍ່ໄດ້ຝ່າຟັນກັບຄວາມສ່ຽງຕ່່າງໆຄືການແຂ່ງລົດ ເພື່ອຍາກການລົງທືນຈາກນັກລົງ ທຶນຕ່າງໆ ແລະ ສຸດທ້າຍກໍຊະນະເລີດ, ໄດ້ຮັບລາງວັນ ແລະ ສີບຕໍ່ສ້າງກາເຄື່ອງໝາຍການຄ້າໃຫ້ໂດ່ງ
ດັງໄປທົ່ວໂລກ ແລະ ພາລະກິດ ທ່ີສຳຄັນອັນໜຶ່ງຂອງທ່ານເຮັນຣີຟອດກໍ່ຄືການເສີມສ້າງໂອກາດໃຫ້ຂະ ຫຍາຍຂື້ນຕື່ມ.
          ມາຮອດປັດຈຸບັນຫຼາຍ ກ່າວໜຶ່ງສັດຕະວັດ ຟອດໄດ້ເຕີບ ໃຫຍ່ຂະຫຍາຍຕົວຈົນກາຍເປັນ ໜຶ່ງ ໃນບໍລິສັດທີ່ມີຊື່ສຽງ ທີ່ສຸດ ແລະ ທັງເປັນ ບໍລິສັດຜະລິດລົດ ໃຫຍ່ທີສຸດໃນໂລກ,ພ້ອມທັງກາ ເຄື່ອງ ໝາຍ ຟອດ ກໍແມ່ນ 1 ໃນ 3 ເຄື່ອງ ໝາຍການຄ້າທີ່ຄົນຮູ້ຈັກ ຫຼາຍທີ່ສຸດ, ປັດຈຸບັນເສດ ຖະກິດຂອງຟອດ ໄດ້ ຂະຫຍາຍຕົວຢ່າງ ແຂງແຮງ,ດ້ວຍຄວາມ ເຊື້ອໝັ້ນ ໃນ ຟອດ,ລາວຟອດຊີຕີຈະສືບຕໍ່ການຂາຍ ແລະ ບໍລິ ການໃນລາວ ໃຫ້ຈະເລີນຮຸ່ງເຮືອງ ແລະ ມື້ນີ້ກໍ ແມ່ນໜຶ່ງໃນພາລະກິດໃນການສະເຫຼີມສະຫຼອງ ເດືອນ ແຫ່ງຕຳນານຟອດພວກເຮົາມີຄວາມຍິນດີ ແລະ ຕື່ນເຕັ້ນທີ່ໄດ້ບໍລິການທ່ານຕະຫຼອດ 110 ປີ.

No comments:

Post a Comment