Ad

Ad

19 June 2013

ການປອມແປງໃບປະກາສະນີຍະບັດຍັງມີແຜ່ຫລາຍຢູ່ວິທະຍາໄລເອກະຊົນ



      ກະຊວງສຶກສາທິການ ແລະ ກິລາໄດ້ເປີດເຜີຍໃຫ້ຮູ້ວ່າ: ບັນຫາການປອມແປງໃບປະກາດຍັງມີແຜ່ຫລາຍ ຢູ່ໃນສັງຄົມຊຶ່ງນັບ ແຕ່ໄດ້ສ້າງຕັ້ງໜ່ວຍງານສະເພາະກິດລົງຕິດຕາມກວດກາໃບປະກາສະນີຍະບັດຢູ່ຕາມສະຖາບັນການສຶກສາຕ່າງໆນັບທັງພາກລັດ ແລະ ເອກກະຊົນສາມາດກວດພົບກໍລະນີປອມແປງໃບປະກາສະນີຍະບັດຊັ້ນມັດທະຍົມປາຍເປັນຈຳນວນຫລາຍຢູ່ຕາມວິທະຍາໄລເອກະຊົນ.
      ກະຊວງສຶກສາ ໃຫ້ຮູ້ວ່າ: ນັບແຕ່ປີ 2012 ເປັນຕົ້ນມາ,ໜ່ວຍງານດັ່ງກ່າວໄດ້ລົງກວດ ເປົ້າໝາຍວິທະຍາໄລເອກກະຊົນ ຫລາຍແຫ່ງ ໃນນະຄອນ ຫລວງວຽງຈັນ ແລະ ກວດໃບປະກາສະນີຍະບັດຈົບຊັ້ນມັດ ທະຍົມປາຍຈຳ ນວນຫລາຍກວ່າ 500 ໃບ,ໃນນີ້ ພົບວ່າມີ 80 ໃບບໍ່ມີລາຍຊື່ຢູ່ໃນປຶ້ມ ສຳເນົາທະບຽນສອບເສັງຂອງກົມມັດທະຍົມສຶກສາ,ໃນຈຳນວນນີ້ ພົບຢູ່ວິທະຍາໄລສຸກສະຫວັດມີ 26 ໃບ, ວິທະ ຍາໄລບຸດວິເສດ 9 ໃບ.

No comments:

Post a Comment