ໃນວັນທີ 17 ມິຖຸນານີ້, ຢູ່
ຫ້ອງວ່າການປົກຄອງແຂວງຄຳ ມ່ວນ,ທ່ານ ຄຳໃບ ດຳລັດ ເຈົ້າ ແຂວງໆດ່ັງກ່າວ ພ້ອມຄະນະ ໄດ້
ຕ້ອນຮັບ ທ່ານນາງ ພູວະນິດາ ຄູນພະລິນ ປະທານທີ່ປຶກສາ ການ ຕ່າງປະເທດ ທັງເປັນປະທານລັດ
ຖະສະພາແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ໂດຍ ທ່ານເຈົ້າ ແຂວງໄດ້ຖືໂອກາດນີ້ກ່າວມຕ້ອນ ຮັບ
ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງຕີລາ ຄາສູງຕໍ່ ການມາຢ້ຽມຢາມ ແລະເຮັດວຽກ
ຂອງຄະນະຜູ້ແທນດັ່ງກ່າວ, ພ້ອມທັງໄດ້ລາຍງານສະ ພາບ ການພັດ ທະນາເສດຖະກິດ-ສັງຄົມໂດຍຫຍໍ້
ໃຫ້ປະທານທີ່ປຶກສາການຕ່າງປະເທດແຫ່ງຣາ ຊະອານາຈັກໄທ ໄດ້ຮັບຊາບ ຊິ່ຶງປະຈຸບັນ ມີຫລາຍ ຂົງເຂດເສດຖະກິດ
ໄດ້ມີການພັດ ທະນາ ຢ່າງຕໍ່ເນື່ອງ ໂດຍສະເພາະ ການຂະຫຍາຍຕາໜ່າງຄົມມະ ນາຄົມ
ຕິດພັນກັບຂອດບໍລິການ ການທ່ອງທ່ຽວ ທີ່ກຽມເຊື່ອມ ຈອດ ກັບປະຊາຄົມເສດຖະກິດອາ ຊຽນ,
ການຂະຫຍາຍ ເຂດເສດ ຖະກິດພິເສດ ແລະ ການຄ້າຊາຍ ແດນ.
ໃນໂອກາດດຽວກັນ, ທ່ານ
ປະທານທີ່ປຶກສາການຕ່າງປະ ເທດ ກໍໄດ້ແຈ້ງຈຸດປະສົງ ໃນ ການ ເດີນທາງມາຢ້ຽມຢາມລາວ
ໃນຄັ້ງນີ້ ເພື່ອເສີມສ້າງຄວາມ ສຳພັນເລື່ອງເສດຖະກິດ,ການ ຄ້າຊາຍແດນ ເພື່ອເຮັດໃຫ້ການ
ຄ້າ ລະຫວ່າງປະເທດ ໄດ້ດຳ ເນີນໄປບົນພື້ນຖານທັງ 2 ຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ແລະ
ມີການປະສານສົມທົບກັບເຈົ້າໜ້າ ທີ່ໆກ່ຽວຂ້ອງ,ທັງນີ້ກໍເພື່ອສ້າງ ສິ່ງອຳນວຍຄວາມສະດວກ
ເພື່ອ ກຽມພ້ອມເຂົ້າສູ່ປະຊາ ຄົມເສດ ຖະກິດອາຊຽນ ໃນຕໍ່ໜ້າ.

No comments:
Post a Comment