Ad

Ad

19 June 2013

ຊີວິດໃຫມ່ຂອງຊາວບ້ານນາຕໍໃຫຍ່



      ເຊົ້າມື້ນັ້ນ ອາກາດເມືອງໄຊ ຍະບູລີຂ້ອນຂ້າງເຢັນສະບາຍ, ພາຍຫລັງຝົນຫ່າໃຫຍ່ຂອງຕົ້ນ ລະ ດູໄດ້ ໂຮຍຮຳລົງມາບົນດິນ ແດນພູຜາອັນງົດງາມແຫ່ງນີ້ ເພື່ອຂັບໄລ່ຄວາມຮ້ອນອັນອົບ ເອົ້າເມື່ອ ສອງສາມມື້ ກ່ອນ. ຄະ ນະນັກຂ່າວພວກເຮົາຟ້າວຟັ່ງຮັບ ປະທານອາຫານເຊົ້າແບບບຸບເຟສອງ ເຍື່ອງຢູ່ເຮືອນພັກ ລະດັບດີ ແຫ່ງໜຶ່ງໃນເທສະບານແຂວງ ແລ້ວກໍຮີບຮ້ອນຂຶ້ນລົດໄປບ້ານ ຈັດສັນ ໂຄງການໄຟຟ້າພະລັງ ງານນ້ຳໄຊຍະບູລີ ນັ້ນຄືບ້ານນາຕໍໃຫຍ່ ທີ່ຕັ້ງຢູ່ຫ່າງຈາກໃຈກາງ ເທສະບານ ເມືອງໄຊຍະບູລີໄປທາງທິດ ຕາເວັນອອກຂອງສາຍນ້ຳຮຸ່ງເບື້ອງນັ້ນບໍ່ເຖິງສິບກິໂລແມັດ ເພື່ອຈະໄດ້ ສຳຜັດກັບຊີວິດໃໝ່ຂອງປະ ຊາຊົນຜູ້ໄດ້ຮັບການຊ່ວຍເຫລືອຈາກໂຄງການໄຟຟ້າດັ່ງກ່າວ.
    ພໍຄະນະນັກຂ່າວພວກເຮົາ ກ້າວໄປເຖິງ ແລະ ສິ່ງທີ່ໄດ້ສຳ ຜັດກ່ອນໝູ່ນັ້ນ ກໍແມ່ນສຽງໄກ່ ຂັນ ແລະ ເປັດຮ້ອງດັງແສວໆຂຶ້ນ ມາຈາກໜອງນ້ຳແຫ່ງໜຶ່ງຂອງ ຊາວບ້ານທີ່ຢູ່ໃກ້ກັບຫ້ອງການ ບ້ານບ່ອນຕ້ອນ ຮັບຄະນະພວກເຮົາ ແລະ ສິ່ງນີ້ນັ້ນເປັນ ສັນຍານ ບົ່ງບອກໃຫ້ຮູ້ວ່າ: ຊີວິດການເປັນຢູ່ຂອງຊາວບ້ານໄດ້ຮັບ ການພັດ ທະນາດີຂຶ້ນໃນຂັ້ນພື້ນຖານແລ້ວ. ທ່ານນາຍບ້ານໄດ້ລາຍງານສະ ພາບ ການພັດທະນາຂອງບ້ານຕໍ່ ຄະນະພວກເຮົາຟັງໂດຍຫຍໍ້ວ່າ: ບ້ານນາຕໍໃຫຍ່ເປັນບ້ານໃໝ່ ທີ່ຂຶ້ນກັບເມືອງ ແລະ ແຂວງໄຊຍະບູລີ, ລວມມີ 76 ຫລັງເຮືອນ, ມີປະຊາຊົນອາໄສຢູ່ 330 ຄົນ ສ່ວນຫລາຍແມ່ນເຜົ່າລາວ ແລະ ກຶມມຸ ທີ່ໄດ້ ຮັບການຍົກຍ້າຍ ມາຈາກເຂດໂຄງການໄຟຟ້າພະ ລັງງານ
ນ້ຳດັ່ງກ່າວມາຢູ່ທີ່ນີ້ 2 ປີ ກວ່າແລ້ວ ໂດຍການ ອູ້ມຊູຊ່ວຍ ເຫລືອຈາກໂຄງການ ແລະ ອຳ ນາດການປົກຄອງທ້ອງຖິ່ນ, ເຖິງ ວ່າເບື້ອງຕົ້ນຈະປະສົບ ຄວາມຫຍຸ້ງຍາກບາງຢ່າງ ເນື່ອງຈາກ ຕ້ອງໄດ້ສ້າງຄວາມລຶ້ງເຄີຍກັບ ສະພາບການດຳລົງຊີວິດໃໝ່ ຂອງຕົນ ແລະ ຄວາມພ້ອມຫຼາຍ ຢ່າງຕ້ອງໄດ້ອາ ໄສການຊ່ວຍ ເຫລືອຈາກໂຄງການໄຊຍະບູລີ ເຊັ່ນວ່າ: ເຮືອນຊານບ້ານ ຊ່ອງ, ຖະໜົນຫົນທາງ, ເຂົ້າປາອາ ຫານ, ໄຟຟ້າ-ນ້ຳປະປາ, ໂຮງ ຮຽນ-ໂຮງ ໝໍ ແລະ ສິ່ງສາທາລະ ນະພື້ນ ຖານອັນຈຳເປັນໃນເບື້ອງ ຕົ້ນຈຳນວນໜຶ່ງ ຄືການຕອບສະ ໜອງເຂົ້າກິນ, ສະບຽງອາຫານ ຄິດເປັນເງິນ 120.000 ກີບຕໍ່ຄົນຕໍ່ ເດືອນ, ສະໜອງກະແສໄຟຟ້າ ໂດຍບໍ່ເສຍຄ່າຄອບຄົວລະ 25 ກິ ໂລວັດຕໍ່ເດືອນ, ສະໜອງເນື້ອທີ່ ຜະລິດກະສິກຳຄອບຄົວລະ 0,75 ເຮັກຕາ ແລະ ຊ່ວຍສ້າງວຽກເຮັດ ງານທຳໃຫ້ຊາວ ໜຸ່ມພາຍໃນ ບ້ານ ໂດຍການໃຫ້ນະໂຍບາຍພິ ເສດເພື່ອໄປເຮັດວຽກກຳມະກອນ ແລະ ນາຍຊ່າງ ຕ່າງໆ ຢູ່ນຳ ໂຄງການໄຟຟ້າດັ່ງກ່າວ ອັນໄດ້ ຊ່ວຍເຮັດໃຫ້ຊີວິດການເປັນຢູ່ ຂອງຊາວບ້ານແຫ່ງນີ້ໄດ້ຮັບ ການ ພັດທະນາດີຂຶ້ນເປັນລຳດັບ ເມື່ອທຽບ ໃສ່ແຕ່ກ່ອນທີ່ອາໄສແຕ່ ທຳມະຊາດ ເພື່ອມາລ້ຽງຊີບທີ່ບໍ່ ມີຫຍັງ ຈະໝັ້ນຄົງດັ່ງທ່ານເຈົ້າ ເມືອງໄຊຍະບູລີເວົ້າວ່າ: ສິ່ງທີ່ອັນ ຕະລາຍຮ້າຍແຮງທີ່ສຸດ ໃນເວລາ ນັ້ນແມ່ນການ ຖາງປ່າເພື່ອເຮັດ ໄຮ່ປູກເຂົ້າ ແລະ ການຫາປາທີ່ ດັບສູນ ແລະ ນອກຈາກສິ່ງນີ້ ແລ້ວແມ່ນບໍ່ມີຫົນທາງ ອື່ນໃດຈະ ມາຊ່ວຍຊູຊີວິດການເປັນຢູ່ຂອງ ເຂົາເຈົ້າ. ແຕ່ມາຮອດປັດຈຸບັນ ພາຍຫລັງໄດ້ມີໂຄງການພະລັງ ງານໄຟຟ້າແຫ່ງນີ້ ໄດ້ມາຊ່ວຍ ພັດທະນາຊີວິດການເປັນຢູ່ຂອງ ເຂົາເຈົ້າດີຂຶ້ນຢ່າງເຫັນປະຈັກຕາ. ປະຊາ ຊົນໄດ້ຮຽນຮູ້ວິທີການ ຜະລິດອັນໃໝ່, ຮູ້ການສ້າງເສດ ຖະກິດຄອບຄົວ ແລະ ຮູ້ການຜະລິດເປັນສິນຄ້າ ເພື່ອສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວ. ດັ່ງຄອບຄົວປ້າມີ, ປ້າສີ ແລະ ຜູ້ມີອາຊີບຕົ້ມເຫລົ້າອື່ນໆທີ່ມີຊື່ ສຽງ ໃນບ້ານນາຕໍໃຫຍ່ກໍມີລາຍຮັບບໍ່ໜ້ອຍຈາກການສະໜອງເຫລົ້າເດັດໃຫ້ຕະຫລາດລິດໜຶ່ງບໍ່ຕ່ຳກວ່າ 10- 15.000 ກີບ ແລະ ເດືອນໜຶ່ງເຂົາ ເຈົ້າຈະມີລາຍຮັບແຕ່ 2-3 ລ້ານ ກີບ ແລະ ລາຍຮັບນີ້ ເຖິງວ່າບໍ່ ທັນ ຫລວງຫລາຍ, ແຕ່ກໍສາມາດຊ່ວຍໃຫ້ຄອບຄົວມີຊີວິດການ ເປັນຢູ່ດີຂຶ້ນຕັ້ງຫລາຍເທົ່າເມື່ອທຽບໃສ່ເວ ລາຢູ່ບ້ານເກົ່າທີ່ເປັນເຂດຫ່າງໄກ ແລະ ທຸກຢ່າງຢູ່ໃນ ຄວາມຫຍຸ້ງຍາກຂາດເຂີນ, ບໍ່ມີຖະໜົນຫົນທາງໄປ ຮອດ ແລະ ຫ່າງໄກຈາກຕົວເມືອງນັບເປັນ 30-40 ກິໂລແມັດ. ປ້າສີຜູ້ຕົ້ມ ເຫລົ້າຢູ່ບ້ານແຫ່ງນີ້ເວົ້າວ່າ: ມັນ ເປັນມຸງຄຸນອີ່ຫລີ ທີ່ໂຄງການໄຟ ຟ້າໄຊຍະບູລີໄດ້ມີຕໍ່ປະຊາຊົນຜູ້ ໄດ້ຮັບຜົນກະທົບຈາກໂຄງການ ເຊິ່ງຜ່ານມາເຂົາເຈົ້າບໍ່ພຽງແຕ່ ຊ່ວຍສ້າງບ້ານສ້າງເຮືອນໃຫ້ ເທົ່ານັ້ນ, ເຂົາເຈົ້າຍັງມີຄວາມເປັນຫ່ວງເປັນໃຍ ນຳປະຊາຊົນນັບທັງສະເພາະໜ້າ ແລະ ຍາວນານ ວ່າຈະໃຫ້ປະຊາຊົນເຮັດຫຍັງເພື່ອມີຊີວິດການເປັນຢູ່ດີ ຂຶ້ນ. ກໍດັ່ງຄອບຄົວຂ້າພະເຈົ້າ ເອງ ເຊິ່ງເບື້ອງຕົ້ນກໍໄດ້ຮັບການ ອົບຮົມດ້ານການປູກຝັງ, ລ້ຽງ ສັດ. ຕໍ່ມາ ກໍໄດ້ຮັບການອົບຮົມວິ ທີການຕົ້ມເຫລົ້ມ ແລະ ຄອບຄົວ ຂ້າພະເຈົ້າກໍໄດ້ເລືອກເອົາອາຊີບນີ້ ເພື່ອສືບ ສານເຫລົ້າເດັດອັນລືຊື່ ຂອງຊາວເມືອງໄຊຍະບູລີ ແລ້ວກໍ ໄດ້ຮັບການສະໜັບສະໜູນທຶນ ຫລາຍກວ່າ 10 ລ້ານກີບ ຈາກ ໂຄງການໄຟຟ້າດັ່ງກ່າວ ເພື່ອສົ່ງ ເສີມອາຊີບ. ດັ່ງພວກເຮົາເຫັນໃນ ປັດຈຸບັນ ມື້ໜຶ່ງຄອບຄົວ ປ້າສີຈະ ມີລາຍຮັບຈາກອາຊີບເສີມດັ່ງ ກ່າວແຕ່ 50.000-1 ແສນກີບ ກໍ ພຽງພໍໃຫ້ແກ່ການດຳລົງຊີວິດ ປະຈຳວັນຂອງຄອບຄົວໃນເຂດ ຊົນນະບົດໄດ້ແລ້ວ. ພ້ອມນັ້ນໃນ ໄລຍະຍາວ ຄອບຄົວຂອງປ້າກໍພວມ   ດ ຳ ເນີນການປູກຕົ້ນຢາງພາ ລາໃນເນື້ອທີ່ດິນ 0,75 ເຮັກຕາ ທີ່ ໄດ້ຮັບການແບ່ງປັນ ແລະ ຄາດ ວ່າ 6-7 ປີຕໍ່ໜ້າ ກໍຈະສາມາດ ປາດຢາງຂາຍໄດ້ແລ້ວ.
    ພຽງສອງປີເທົ່ານັ້ນ ທີ່ບ້ານນາ ຕໍໃຫຍ່ໄດ້ຮັບການຊ່ວຍເຫລືອ ຈາກໂຄງການ ເພື່ອສ້າງຊີວິດໃໝ່ ແລະ ກໍເຫັນວ່າມີຫລາຍອັນໄດ້ ຮັບການປ່ຽນແປງໄປໃນທາງ ບວກ, ໄລ່ມາຮອດປັດຈຸບັນທົ່ວບ້ານຍັງມີຄອບ ຄົວທຸກຍາກ ເຫລືອຢູ່ພຽງ 20 ຄອບຄົວ ແລະ ຄາດວ່າຍັງອີກບໍ່ດົນ ບັນດາຄອບ ຄົວດັ່ງກ່າວກໍຈະສາມາດ ພົ້ນທຸກໄດ້, ແຕ່ຄຽງຄູ່ກັນນັ້ນ ກໍຍັງມີ ຫລາຍອັນທີ່ອຳນາດການປົກຄອງ ແລະ ໂຄງການໄຟຟ້າແຫ່ງ ນີ້ຍັງ ຈະໄດ້ອູ້ມຊູຊ່ວຍເຫລືອຕື່ມອີກ. ດັ່ງການປັບປຸງຍົກລະດັບຖະໜົນຫົນທາງ, ການສຶກສາ ແລະ ດ້ານສາ ທາລະນະສຸກເພື່ອປະຊາຊົນແຫ່ງນີ້ໄດ້ມີຊີວິດການ ເປັນຢູ່ທີ່ອີ່ມໜຳສຳລານກວ່າເກົ່າ.

No comments:

Post a Comment