ກອງປະຊຸມຮ່ວມ ລະຫວ່າງ
ຄະນະປະຈໍາສະພາແຫ່ງຊາດກັບ ຄະນະລັດຖະບານໄດ້ໄຂຂຶ້ນວັນທີ 17-18 ມີຖຸນານີ້ ທີ່ສະພາແຫ່ງຊາດ,
ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານນາງ ປານີ ຢາທໍ່ ປະທານ ສະພາແຫ່ງຊາດ
ແລະ ທ່ານ ທອງສິງ ທໍາມະວົງນາ ຍົກລັດຖະມົນຕີ, ມີບັນດາທ່ານ ຮອງປະທານສະພາແຫ່ງຊາດ,
ບັນດາ ທ່ານຮອງນາຍົກລັດຖະມົນຕີ, ບັນດາ ກໍາມະການຄະນະປະຈໍາ, ບັນ ດາປະທານກໍາມາທິການ,
ບັນດາທ່ານລັດຖະມົນຕີ, ບັນດາຜູ້ຕາງໜ້າກໍາ ມາທິການ ແລະ ຕາງໜ້າພາກ ສ່ວນກ່ຽວຂ້ອງຂອງລັດຖະບານເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງ
ການລາຍງານສະພາບການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະ ກິດ-ສັງຄົມ 6 ເດືອນ ຕົ້ນປີ,
ມາດຕະການ ຈັດຕັ້ງປະຕິບັດ 6 ເດືອນທ້າຍສົກປີ 2012-2013 ແລະ ທິດ ທາງສົກປີ 2013- 2014,
ຮັບຟັງການລາຍງານ ຜົນການ ຈັດຕັ້ງປະຕິບັດ ນະໂຍບາຍຊຸກ
ຍູ້ ສົ່ງເສີມການ ຜະລິດເປັນສິນຄ້າ,
ຮັບຟັງການລາຍງານບັນຫາທີ່ ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ ບັນດາຕົວຊີ້ວັດໃນ MDG2 ຂອງ
ຂົງເຂດສຶກ ສາ, ຮັບຟັງການລາຍ ງານບັນຫາ ທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດບັນດາຕົວ ຊີ້ວັດໃນ
MDG1, MDG4, MDG5, MDG6 ແລະ MDG7 ຂອງຂົງເຂດສາທາລະນະສຸກ, ຮັບຟັງ
ລາຍງານສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດບັນດາຕົວຊີ້ວັດການລຶບລ້າງຄວາມທຸກຍາກໃນເປົ້າໝາຍ
MDG1 ແລະ MDG9, ຮັບຟັງການລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕະບັດແຜນງົບປະມານ ແຫ່ງລັດ
6 ເດືອນຕົ້ນປີ, ການສະເໜີດັດ ແກ້ງົບປະມານ 6 ເດືອນທ້າຍສົກປີ 2012-2013 ແລະ ແຜນ ສົກປີ
2013-2014,ຮັບຟັງການລາຍງານໂດຍສັງເຂບກ່ຽວກັບສະ ພາບພົ້ນເດັ່ນໃນການ ຈັດຕັ້ງປະຕິ ບັດ ແຜນເງິນຕາໃນ
6 ເດືອນຕົ້ນສົກປີ, ມາດຕະການໃນການຈັດຕັ້ງປະຕິບັດ 6 ເດືອນທ້ານສົກປີ 2012-2013 ແລະ
ທິດທາງແຜນການ ສົກປີ 2013-2014, ຮັບຟັງການລາຍງານຮ່າງແຜນນະໂຍບາຍທີ່ດິນ ແຫ່ງ ຊາດ,
ຮັບຟັງການເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ການເຂົ້າຮ່ວມປະຊາຄົມເສດຖະກິດອາ
ຊຽນໃນ ປີ 2015, ພ້ອມນີ້ບັນດາ ແທນທີ່ເຂົ້າຮ່ວມກອງປະຊຸມ ກໍ ຈະໄດ້ມີການແລກປ່ຽນຄວາມຄິດ
ຄວາມເຫັນປຶກສາຫາລືບາງບັນຫາທີ່ພົ້ນເດັ່ນຈໍານວນໜຶ່ງ.

No comments:
Post a Comment