Ad

Ad

18 June 2013

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືວຽກງານຊາຍແດນ



            ການ​ພົບ​ປະສອງ​ຝ່າຍ​ລະຫວ່າງ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກ ລັດຖະມົນຕີ, ລັດຖະ ມົນຕີ​ວ່າການ​ກະ ຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ແລະ ທ່ານ ຟາ​ມບິງ​ມິ​ງ ລັດຖະ ມົນ ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສສ ຫວຽດ ນາມ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 14-16 ມິຖຸ ນາ​ນີ້ ຢູ່​ເມືອງ​ມໍລະ ດົກ​ໂລກ ຫລວງ​ພະ​ບາງ ລະຫວ່າງການ​ຢ້ຽມຢາມ ​ແລະ ​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່​ລາວ​ຂອງ​ຄະນະ​ຜູ້​ແທນ​ດັ່ງ ກ່າວ ຕາມ​ການ​ເຊື້ອ​ເຊີນ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສປປ ລາວ ​ເພື່ອ​ຕີ​ລາຄາ​ຄືນ​ເຖິງ​ຄວາມ​ພະ ຍາຍາມ​ສອງ​ຝ່າຍ​ໃນ​ການຈັດຕັ້ງປະຕິບັດ​ໂຄງການ​ປັກ​ຫລັກ​ໝາຍ​ຖີ່ ​ແລະ ປັບປຸງ​ຫລັກ​ໝາຍ​ຊາຍ​ແດນ ລະຫວ່າງ​ສອງ​ປະ​ເທດ ລາວ- ຫວຽດນາມ ທີ່​ໄດ້​ປະຕິບັດ​ຕັ້ງ​ແຕ່​ປີ 2008 ​ເປັນ ຕົ້ນມາ ​ແລະ ​ເຫັນ​ວ່າ​ມາ​ຮອດ​ປັດຈຸບັນ ​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ. ພ້ອມ​ນັ້ນສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ສືບຕໍ່​ກະຕຸກ​ຊຸກຍູ້​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ທີ່​ມີ​ເສັ້ນຊາຍ​ແດນ​ຮ່ວມ​ກັນ ​ເຮັດ​ສຳ​ເລັດ​ບັນດາ​ໜ້າ​ວຽກ​ຕ່າງໆ​ໃນ​ພື້ນທີ່​ຕົວ​ຈິງ ​ເພື່ອ​ສາມາດ​ກ້າວ​ເຂົ້າສູ່​ການຈັດຕັ້ງປະຕິບັດ​ໂຄງການ​ໄລຍະ​ສອງ​ໂດຍ​ໄວ ​ເພື່ອ​ໃຫ້​ໜ້າ​ວຽກ​ດັ່ງກ່າວ​ສຳ​ເລັດ​ລົງ​ໂດຍ​ໄວ​ກ່ອນ​ປີ 2014 ຕາມ​ທິດ​ຊີ້ນຳ​ຂອງ​ການ​ນຳ​ຂັ້ນສູງ​ສອງ​ຝ່າຍ.
    ​ໃນ​ກອງ​ປະຊຸມ, ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ເຖິງ​ຫລາຍ​ບັນຫາ​ສຳຄັນ​ອື່ນໆ​ອີກ ຄື​ຈະ​ໄດ້​ເລັ່ງ​ໃສ່​ຍົກ​ລະ ດັບ​ພື້ນຖານ​ໂຄງ​ລ່າງ​ເສັ້ນທາງ​ຄົມມະ
ນາຄົມ, ​ເຮັດ​ສຳ​ເລັດ​ຄວາມ​ພ້ອມ​ຕ່າງໆ​ຂອງ​ລະບົບ​ດ່ານ​ຜ່ານ​ແດນ​ທາງບົກ, ​ເພີ່ມ​ທະວີ​ການ​ພັດທະນາ​ເຂດ​ເສດຖະກິດ​ຊາຍ​ແດນ ​ເພື່ອ​ອຳ ນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ສອງ​ຝ່າຍ, ກະຕຸກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ແລກປ່ຽນ​ການ​ຄ້າ, ການ​ລົງທຶນ​, ທ່ອງ​ທ່ຽວ ​ແລະ ການ​ໄປ ມາຫາສູ່​ຂອງ​ປະຊາ​ຊົນ​ເຂດ​ຊາຍ​ແດນ ລາວ-ຫວຽດ ນາມໃຫ້​ນັບ​ມື້ກວ້າງຂວາງ. ພ້ອມ ​ນັ້ນ ທັງ​ສອງ​ຝ່າຍ​ຍັງ​ໄດ້​ເປັນ​ເອ ກະ​ພາບ​ກັນ​ເພີ່ມ​ທະວີ​ການ​ປະ ສານ​ສົມທົບ​ແໜ້ນ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຄຸ້ມ​ຄອງ​ເສັ້ນ ຊາຍ​ແດນ​ໃຫ້​ກາຍ​ເປັນ​ເສັ້ນຊາຍ​ແດນ​ມິດຕະພາບ ​ແລະ ການ​ຮ່ວມ​ມື, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ປະຕິບັດ​ລະບຽບ​ຫລັກ ການ​ຜ່ານ​ແດນ​ໃຫ້​ເຂັ້ມງວດ, ​ໃນ​ນັ້ນ ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຕື່ມ​ໃນ​ການ​ຕ້ານ ​ແລະ ສະກັດ​ກັ້ນອາດ ຊະຍາ​ກອນ​ຂ້າມ​ແດນ, ການ​ລັກ ລອບ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ອື່ນໆ ​ແລະ ​ເພີ່ມ​ທະວີ​ວຽກ​ງານ​ໂຄສະ ນາ, ສຶກສາ​ອົບຮົມ ​ເພື່ອ​ຍົກ​ສູງ​ລະດັບ​ຄວາມ​ຮັບ​ຮູ້​ທາງ​ດ້ານ​ກົດ ໝາຍ​ໃຫ້​ແກ່​ພະນັກງານ, ລັດຖະ ກອນ ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ປະຕິບັດ​ເຂັ້ມງວດບັນດາ​ລະບຽບ​ຫລັກການ​ໃນ​ການ​ຄຸ້ມ​ຄອງ​ເສັ້ນຊາຍ​ແດນ, ສູ້​ຊົນ​ສ້າງ​ເສັ້ນຊາຍ​ແດນ​ສອງ​ຝ່າຍ​ເປັນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ໝັ້ນຄົງ. ພ້ອມ​ກັນນັ້ນ ກອງ​ປະຊຸມ​ຍັງ​ເຫັນ​ວ່າ ສອງ​ຝ່າຍ​ຈະ​ຕ້ອງ​ໄດ້​ເພີ່ມ​ທະວີ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ ຂໍ້​ມູນ​ຂ່າວສານ​ຕ່າງໆ, ປະ ກອບສ່ວນ​ເຂົ້າ​ໃນ​ການ​ຍົກສູງ​ຊື່​ສຽງ ​ແລະ ພາລະ​ບົດບາດ​ຂອງ​ກັນ​ໃຫ້​ພົ້ນ​ເດັ່ນ​ຂຶ້ນ​ໃນ​ເວທີ​ສາກົນ ​ແລະ ຂົງ​ເຂດ ​ແນ​ໃສ່​ຜັນ​ຂະ ຫຍາຍ​ປະສິດທິ​ຜົນ​ຂອງ​​ແນວ ທາງ​ຕ່າງປະ​ເທດ​ສູ​ນກາງ​ພັກ, ລັດຖະບານ​ສອງ​ປະ​ເທດ​ວາງ​ອອກ​ໃຫ້​ປາກົດ​ຜົນ​ເປັນ​ຈິງ.

No comments:

Post a Comment