ໃນຊຸມປີຜ່ານມາ, ອົງການປົກ ຄອງທ້ອງຖິ່ນແຕ່ລະຂັ້ນ ໄດ້ເປັນເຈົ້າ ການຈັດຕັ້ງກິດຈະກຳຕ່າງໆທີ່ມີລັກ ສະນະມະຫາຊົນເຊັ່ນ: ການປ່ອຍປາລົງໃສ່ໜອງສ່ວນບຸກຄົນ, ລວມໝູ່ ແລະ ໜອງທຳມະຊາດ ລວມທັງອ່າງເກັບນ້ຳ ແລະ ສາຍນ້ຳຕ່າງໆ ຢ່າງເປັນຂະບວນຟົດຟື້ນ, ຢູ່ຫລາຍທ້ອງຖິ່ນໄດ້ກຳນົດເຂດວັງສະຫງວນ,ອອກ ລະບຽບການຄຸ້ມຄອງ, ສ້າງຕັ້ງຄະນະກຳມະການຄຸ້ມຄອງການປະມົງປະ ຈຳພື້ນທີ່ແຫລ່ງນ້ຳ, ວາງມາດຕະ ການຫ້າມລ່າເນື້ອຫາປາໃນໄລຍະທີ່ສັດນ້ຳ ແລະ ສັດ ປ່າວາງໄຂ່, ຂະຫຍາຍພັນ ໄປຄວບຄູ່ກັບການສະກັດກັ້ນການຄ້າຂາຍສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ແລະ ອື່ນໆ ເຊິ່ງເປັນການປະກອບ ສ່ວນຢ່າງຕັ້ງ ໜ້າເຂົ້າໃນການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າແບບຍືນຍົງ ເຮັດໃຫ້ຝູງສັດມີການຂະຫຍາຍພັນໄດ້ດີສົມຄວນ, ແຕ່ຄຽງຄູ່ກັນ ນັ້ນ ກໍຍັງມີບາງເຂດ ຫລື ບາງທ້ອງຖິ່ນບໍ່ທັນໄດ້ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວເທົ່າທີ່ຄວນ, ສັດນ້ຳ ແລະ ສັດປ່າທີ່ປ່ອຍສູ່ທຳມະຊາດກໍບໍ່ທັນໄດ້ຮັບການຕິດ ຕາມກວດກາໃຫ້ເກີດແມ່ແຜ່ພັນ ຫລື ຈະເລີນເຕີບໃຫຍ່ດີ, ມີປາກົດ ການລະເມີດລະບຽບກົດໝາຍຢ່າງຕໍ່ເນື່ອງເຊັ່ນ: ການນຳໃຊ້ເຄື່ອງມືລ່າເນື້ອ ຫລື ຫາປາແບບດັບສູນ, ຄ້າຂາຍສັດນ້ຳ ແລະ ສັດ ປ່າປະເພດຫວງຫ້າມຢູ່ຕາມທ້ອງຕະຫລາດ, ຮ້ານອາຫານ, ຕາມເສັ້ນທາງ ແລະອື່ນໆ. ດັ່ງນັ້ນ ເພື່ອ ເປັນການປູກຈິດສຳນຶກໃນການອະນຸລັກ, ປົກປັກຮັກສາ ແລະ ພັດ ທະນາສັດນ້ຳ ແລະ ສັດປ່າໃຫ້ກາຍເປັນພັນທະ, ໜ້າທີ່ ແລະ ຂະບວນການຂອງທົ່ວປວງຊົນນັ້ນ, ລັດຖະມົນຕີວ່າການກະຊວງກະ ສິກຳ ແລະ ປ່າໄມ້ ຈຶ່ງໄດ້ອອກຄຳສັ່ງດັ່ງນີ້:
1.
ໃຫ້ບັນດາກົມ,ສະຖາບັນອ້ອມຂ້າງກະຊວງ, ພະແນກກະສິ ກຳ ແລະ ປ່າໄມ້ປະຈຳແຂວງ,
ນະ ຄອນຫລວງ ເປັນເຈົ້າການປະສານສົມທົບກັບອົງການປົກ
ຄອງໃນຂັ້ນຂອງຕົນສືບຕໍ່ໂຄສະ ນາເຜີຍແຜ່ເນື້ອໃນຕົ້ນຕໍຂອງກົດ
ໝາຍວ່າດ້ວຍການປະມົງ ແລະ ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າໃຫ້ແກ່ພະ ນັກງານ,
ທະ ຫານ, ຕຳຫລວດ, ພໍ່ຄ້າຊາວຂາຍ, ຜູ້ປະກອບການ ຕະຫລອດຮອດປະຊາຊົນບັນດາເຜົ່າ
ໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງກົດໝາຍດັ່ງ ກ່າວຢ່າງເລິກເຊິ່ງ ແລະ
ທົ່ວເຖິງ ໂດຍຍົກໃຫ້ເຫັນຄວາມສຳຄັນຂອງສັດນ້ຳ ແລະ
ສັດປ່າຕໍ່ສິ່ງແວດລ້ອມທຳມະຊາດ, ຕໍ່ຊີວິດການເປັນຢູ່ຂອງຄົນເຮົາ ແລະ
ເຫັນໄດ້ສະ ພາບການຫລຸດໜ້ອຍຖອຍລົງຂອງສັດນ້ຳ ແລະ
ສັດປ່າພາຍໃນປະເທດເຮົາ ບໍ່ວ່າທາງດ້ານຈຳນວນ ແລະ ຊະນິດພັນ
ໂດຍຜ່ານສື່ຕ່າງໆຂອງລັດເຊັ່ນ: ໜັງສືພິມ, ໂທລະພາບ, ແຜ່ນພັບ, ປົດສະເຕີ
ແລະ ວິທະຍຸກະຈາຍ ສຽງ; ບ່ອນທີ່ມີເງື່ອນໄຂກໍໃຫ້ມີການປະກວດຮູບແຕ້ມ, ເປີດ
ກວ້າງ ການແຂ່ງຂັນແຕ່ງກາບ ກອນ, ບົດເພງ, ບົດລຳ, ບົດເລື່ອງ ສັ້ນ,
ຈັດວາງສະແດງຮູບພາບ, ແຈກຢາຍຄູ່ມື ແລະ
ເອກະສານວິຊາການກ່ຽວກັບການຂະຫຍາຍພັນປາ ແລະ ວຽກງານອະນຸລັກສັດນ້ຳ ແລະ
ສັດປ່າ, ໃຫ້ຄວາມຮູ້ພື້ນຖານໃນການເພາະລ້ຽງແກ່ປະຊາຊົນ ຫລື ຜູ້ທີ່ພິການ
(ທາງຫູ) ເພື່ອໃຫ້ເຂົາເຈົ້າສາມາດນຳໄປປະກອບເປັນອາຊີບ
ເຮັດໃຫ້ຂະບວນການດັ່ງກ່າວກາຍເປັນຂະບວນການຂອງທົ່ວປວງຊົນຢ່າງແທ້ຈິງ;
ໄປພ້ອມໆກັນນັ້ນ ກໍຄັດເລືອກໃຫ້ໄດ້ບຸກຄົນ ຫລື ອົງ
ການຈັດຕັ້ງດີເດັ່ນທີ່ເຄື່ອນໄຫວປະກອບສ່ວນໃນຂະບວນການອະ ນຸ ລັກ,
ປົກປັກຮັກສາ ແລະ ພັດທະ ນາສັດນ້ຳ ແລະ ສັດປ່າ, ການຄຸ້ມຄອງ ແລະ
ການພັດທະນາການປະມົງ ເພື່ອປະຕິບັດນະໂຍບາຍຍ້ອງຍໍຕາມລະບຽບການ.
2. ໃຫ້ກົມກວດກາປ່າໄມ້, ກົມລ້ຽງສັດ
ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫລວງ ປະ
ສານສົມທົບກັບອົງການປົກຄອງແຕ່ລະຂັ້ນ ຕິດຕາມກວດກາ ແລະ ສືບຕໍ່ປຸກ ລະດົມຂົນຂວາຍປະຊາ
ຊົນໃຫ້ຕື່ນຕົວສະໝັກໃຈເປັນແບບຢ່າງໃນການມອບອາວຸດລ່າສັດ ແລະ ເຄື່ອງ ມືຫາປາແບບດັບສູນໃຫ້ແກ່ອົງການປົກຄອງທ້ອງຖິ່ນ
ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງໃຫ້ຖືກ ຕ້ອງຕາມລະບຽບກົດໝາຍ.
3. ໃຫ້ກົມລ້ຽງສັດ ແລະ ການປະມົງ,
ກົມກວດກາປ່າໄມ້, ກົມປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນ
ຫລວງ ປະສານສົມທົບກັບອົງ ການປົກຄອງທ້ອງຖິ່ນ ເພື່ອປຸກ ລະດົມຂົນ ຂວາຍ ແລະ
ຈັດຕັ້ງກິດ ຈະກຳຕ່າງໆຕາມເງື່ອນໄຂ ແລະ
ສະພາບຕົວຈິງໃນການປ່ອຍປາລົງໃສ່ໜອງ, ບຶງ, ແມ່ນ້ຳລຳເຊ,
ອ່າງເກັບນ້ຳເຊັ່ນ: ອ່າງເກັບນ້ຳ ຊົນລະປະທານ, ເຂື່ອນໄຟຟ້ານ້ຳ
ຕົກ,ແຫລ່ງທ່ອງທ່ຽວນ້ຳຕົກ ຕາດ ຕ່າງໆ ແລະ
ປ່ອຍສັດປ່າທີ່ໄດ້ມາຈາກການເພາະພັນ, ຍຶດຈາກການຫາ, ລ່າ ຫລື
ການຄ້າ-ຂາຍສັດປ່າຜິດກົກໝາຍເຂົ້າໃນປ່າສະ
ຫງວນຕ່າງໆທີ່ເຫັນວ່າມີຄວາມປອດໄພ ແລະ
ສາມາດອອກແມ່ແຜ່ລູກໄດ້ຢ່າງເປັນຂະບວນກວ້າງ ຂວາງ. ນອກຈາກນີ້ ຫ້າມບຸກຄົນ,
ຄອບຄົວ ແລະ ການຈັດ ຕັ້ງມີພຶດ ຕິກຳທີ່ເປັກາທຳລາຍສັດນ້ຳ ແລະ
ສັດປ່າດັ່ງນີ້: ຈັບ, ຊື້-ຂາຍ ສັດນ້ຳ ແລະ
ສັດປ່າປະເພດຫວງຫ້າມທີ່ໄດ້ລະບຸໄວ້ໃນບັນຊີ Iແລະ ປະເພດຄຸ້ມຄອງບັນຊີ
II ໃນທຸກລະດູການຢ່າງເດັດຂາດ; ນຳເອົາສັດນ້ຳ ແລະ
ສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກ, ສິ້ນສ່ວນ ແລະ
ອະໄວຍະວະຕ່າງໆຂອງສັດອອກຈາກຖິ່ນບ່ອນຢູ່ອາໄສ ຫລື
ແຫລ່ງກຳເນີດມາໄວ້ໃນຄອບຄອງ; ລ່າສັດນ້ຳ ແລະ ສັດປ່າປະເພດທົ່ວໄປ(ບັນຊີ
III) ໃນສະ ຖານ ທີ່ຫວງຫ້າມ, ເຂດອະນຸລັກພັນສັດ, ເຂດວັງສະຫງວນ
ໂດຍສະເພາະໃນໄລຍະເຂົ້າພັນສາ; ບຸກລຸກທຳລາຍເຂດອະນຸລັກພັນສັດ, ວັງສະຫງວນ,
ຖິ່ນບ່ອນຢູ່ອາໄສ ແລະ ແຫລ່ງອາຫານຂອງສັດນ້ຳ ແລະ ສັດປ່າໂດຍທາງກົງ ແລະ
ທາງອ້ອມເຊັ່ນ: ໂດຍການບຸກເບີກ, ຕັ້ງຖິ່ນຖານໃໝ່, ຖາກ ຖາງປ່າໄມ້, ຈູດປ່າ,
ຕັດໄມ້, ນຳໃຊ້ຢາປາບສັດຕູພືດ ແລະ ຢາຂ້າຫຍ້າເກີນກຳນົດ ແລະ ການກະ
ທຳອື່ນໆທີ່ບໍ່ຖືກຕ້ອງຕາມລະ ບຽບກົດໝາຍ; ຈັບຈອງ, ຍ້າຍ, ປ່ຽນແປງ ຫລື
ທຳລາຍເຄື່ອງ ໝາຍເຂດວັງສະຫງວນ, ເຂດອະນຸລັກພັນສັດ ແລະ ຖິ່ນບ່ອນຢູ່ອາໄສ;
ຫາປາໃນໄລຍະລະດູປາວາງໄຂ່ ຫລື
ໄລຍະເຂົ້າພັນສາຢູ່ຕາມເຂດທີ່ປາຂຶ້ນວາງໄຂ່ ເປັນ ຕົ້ນເຂດວັງສະຫງວນຕ່າງໆ;
ຕັນທາງເດີນຂອງປາຂຶ້ນວາງໄຂ່ຕາມຫ້ວຍ ແລະ ສາຍນ້ຳ ໂດຍວິ ທີການເຮັດຕ້ອນ,
ເຮັດລີ່, ໃສ່ລອບ ຫລື ໂຕ່ງ, ມອງຕາຖີ່, ນຳໃຊ້ລະເບີດ, ທາດເບື່ອ, ສານເຄມີ,
ໃຊ້ໄຟຟ້າຊ໊ອດ ແລະ ເຄື່ອງມືຫາປາທີ່ມີລັກສະນະດັບສູນ ແລະ
ມີການກະທຳອື່ນໆທີ່ເປັນການລະເມີດລະບຽບກົດໝາຍກ່ຽວກັບສັດນ້ຳ ແລະ ສັດປ່າ
ແລະ ກົດໝາຍວ່າດ້ວຍການປະມົງ.
5.
ສຳລັບການຈັດຕັ້ງພິທີເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ
ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2013 ນີ້
ໃຫ້ອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ
ໂດຍເນັ້ນໃສ່ເນື້ອໃນປຸກລະດົມເປັນ ຕົ້ນຕໍບົນພື້ນຖານປະຢັດມັດທະຍັດ ແລະ
ຕ້ານການຟຸມເຟືອຍ,
ບ່ອນໃດມີເງື່ອນໄຂກໍໃຫ້ເລີ່ມລົງມືແຕ່ດຽວນີ້ເປັນຕົ້ນໄປ
ໂດຍບໍ່ໃຫ້ລໍຖ້າວັນທີ 13 ກໍລະ ກົດ ແລະ
ໃຫ້ສືບຕໍ່ຈັດຕັ້ງປະຕິບັດຮອດທ້າຍເດືອນກັນຍາ 2013.
No comments:
Post a Comment