Ad

Ad

20 June 2013

ເພີ່ມຄວາມຮູ້ກ່ຽວກັບການວິເຄາະ-ວິຈານວັນນະຄະດີ



        ພາກວິຊາພາສາລາວ-ສືສານມວນຊົນ ຄະນະອັກສອນ ສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສະມາຄົມ ນັກປະພັນລາວ ຈັດສຳມະນາບັນຫາການປະດິດແຕ່ງ ຕິດພັນ ກັບການ ຮຽນ-ການ ສອນວັນນະຄະດີ ໃນວັນທີ 19 ມິຖຸນາ 2013 ທີ່ມະຫາວິທະຍາໄລແຫ່ງ ຊາດ. ເພື່ອ ໃຫ້ຄູ-ອາຈານ ແລະ ນັກສຶກສາໄດ້ເພີ່ມຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ວິທີການວິເຄາະ, ວິຈານ ວັນ ນະຄະດີ ຊຶ່ງຈະຊ່ວຍ ໃຫ້ການ ຮຽນ-ການສອນມີປະສິດທິຜົນດີຂຶ້ນ. ພ້ອມກັນນີ້ ກໍເພື່ອເຮັດ ໃຫ້ຜູ້ປະດິດ ແຕ່ງວັນນະກຳໄດ້ ຮັບຮູ້, ເຂົ້າໃຈຄວາມຕ້ອງການຂອງການຮຽນ-ການສອນວັນນະ ຄະດີ ແລະ ການປະດິດແຕ່ງວັນນະກຳ ເພື່ອ ສະໜອງຕາມຄວາມຕ້ອງການ.
       ບັນດາຜູ້ເຂົ້າຮ່ວມ ຊຶ່ງປະ ກອບມີນັກປະພັນລາວ, ຄູ-ອາ ຈານ ແລະ ນັກສຶກສາຈາກພາກວິຊາພາ ສາ ລາວ-ສື່ສານມວນ ຊົນ ຄະນະອັກສອນ ສາດ, ຄະນະ ສຶກສາສາດມະຫາວິທະຍາໄລ ແຫ່ງຊາດ, ຄູ-ອາຈານຈາກ ມສ. ວຽງຈັນ, ມສ. ຈັນທະບູລີ, ມສ. ສາທິດ ແລະ ມສ. ຕານມີໄຊ ໄດ້ຮັບຟັງການສະເໜີ ບົດຮຽນໃນ ຫລາຍຫົວ ຂໍ້ເປັນຕົ້ນແມ່ນ ວິທີການສິດສອນວິຊາ ວັນນະຄະດີ ປະຈຸບັນຈາກອາຈານ ມອນ ສິ ອິນມາລາ
ອາຈານສອນ ວັນນະຄະດີປະຈຸບັນພາກວິຊາພາສາລາວ-ສືສານ ມວນຊົນ; ທັດສະນະກ່ຽວ ກັບການຮຽນ-ການສອນ ວັນນະ ຄະດີ ຈາກທ່ານ ໂອທອງ ຄຳອິນຊູ ຜູ້ອຳນວຍການວາລະສານວັນນະ ສິນ; ການຮຽນ-ການ ສອນວິຊາການ ຂຽນ ເລື່ອງສັ້ນ ແລະ ນະວະນິຍາຍ ຈາກອາຈານ ສີສະໝຸດ ສີສົມ ບູນ ອາຈານສອນພາສາລາວພາກວິຊາພາສາ ລາວ-ສືສານມວນຊົນ. ພ້ອມທັງ ຮັບຟັງບາງຄຳເຫັນ ແລະ ປະສົບການກ່ຽວ ກັບການວິເຄາະວັນນະຄະດີຈາກ ທ່ານ ນາງ ຜິວລາ ວັນຫລວງວັນນາ ຮັກສາການປະ ທານສະມາຄົມນັກປະພັນລາວ.
        ການຮຽນ-ການສອນວັນ ນະຄະດີ ເປັນວິຊາໜຶ່ງທີ່ບັນຈຸໃນ ຫລັກສູດຢູ່ໃນໂຮງຮຽນສາມັນ, ມະ ຫາວິ ທະຍາໄລ ແລະ ໂຮງ ຮຽນວິຊາຊີບ ຕ່າງໆ ສະນັ້ນ, ຈິ່ງ ເຫັນວ່າມີຄວາມສຳຄັນຢ່າງຍິ່ງທີ່ຈະຕ້ອງໄດ້ມີ ການສຳມະນາ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ປະສົບການໃນການປະດິດແຕ່ງ ແລະ ການຮຽນ-ການ ສອນວັນນະຄະດີ ເນື່ອງຈາກວ່າການປະດິດແຕ່ງ ແລະ ການສິດສອນວັນນະຄະດີນັ້ນມີການພົວພັນ ກັນ ຢ່າງສະໜິດແໜ້ນ, ມີບົດວັນນະຄະດີຈຶ່ງມີການສິດສອນ.

No comments:

Post a Comment