ກອງປະຊຸມຮ່ວມລະຫວ່າງຄະນະປະຈຳສະພາແຫ່ງຊາດ
ກັບອົງການກວດສອບແຫ່ງລັດ ໄດ້ຈັດຂຶ້ນໃນວັນທີ 19
ມິຖຸນານີ້ຢູ່ຫ້ອງປະຊຸມນ້ອຍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ
ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ນາງ ວຽງທອງ ສີພັນດອນ
ປະທານອົງການກວດສອບແຫ່ງລັດ, ມີບັນດາຄະນະປະຈຳ, ກຳມະທິການເສດຖະຸກິດແຜນການ-ການເງິນ,
ມີບັນດາຮອງປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ
ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງບົດລາຍງານ
ການເຄື່ອນໄຫວວຽກງານຂອງອົງ ການກວດສອບແຫ່ງລັດ ປະຈຳສົກປີ 2012-2013 ແລະ
ແຜນ ການກວດສອບປະຈຳປີ 2013- 2014, ລາຍງານຜົນການກວດສອບ
ການສະຫລຸບຂາດຕົວ ການ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2010-2011
ແລະ ສົກປີ 2011- 2012, ລາຍງານສາ ເຫດຂອງການຜິດດ່ຽງບັນຊີ 94,83 ຕື້ກີບ
ໃນສົກງົບປະມານ 2009-2012 ຂອງຄັງເງິນນະຄອນ ຫລວງວຽງຈັນ, ລາຍງານການ ກວດສອບ
ຕາມມະຕິຕົກລົງຂອງສະພາແຫ່ງຊາດ, ພ້ອມນີ້ ບັນດາຜູ້ເຂົ້າຮ່ວມ
ຍັງໄດ້ປະກອບຄຳຄິດຄຳເຫັນ
ຕໍ່ການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ
ຕໍ່ການແກ້ໄຂບັນຫາຕ່າງໆ, ຮັບຟັງການເຈາະຈີ້ມ ແລະ ໃຫ້ທິດຊີ້ນຳໃນການປະ
ກອບຄຳເຫັນຂອງປະທານກອງປະຊຸມ ທັງນີ້ກໍເພື່ອສ້າງຄວາມເປັນເອກະພາບຕໍ່ການແກ້ໄຂບັນຫາຕ່າງໆ.

No comments:
Post a Comment