Ad

Ad

21 June 2013

ການຖິ້ມຂີ້ເຫຍື້ອຊະຊາຍພົບເຫັນຫລາຍໃນຕົວເມືອງ



       ບັນຫາການຖີ້ມຂີ້​ເຫຍື້ອຊະ ຊາຍຕາມ​ຖະໜົນ​ຫົນທາງແມ່ນ​ພົບເຫັນ​​ຫລາຍ​ຈຸດ​ຢູ່ນະຄອນ ຫລວງວຽງຈັນ​ ຊຶ່ງສະພາບ​ດັ່ງ ກ່າວສ້າງ​ຄວາມ​ບໍ່​​ເປັນ​ລະບຽບ ຈົບງາມຕໍ່ສັງຄົມ​ກໍ​ຄື​ສິ່ງ​ແວດ​ລ້ອມ​ໃນ​ຕົວ​ເມືອງ​.​ໂດຍ​ບ່ອນ​ທີ່ ມັກ​ພົບ​ເຫັນ​ມີ​ການຖີ້ມຂີ້​ເຫຍື້ອ ຊະ ຊາຍຫລາຍ​ແມ່ນ​​ເຂດ​ຊຸມ​ຊົນທີ່​ມີ​ຜູ້​ຄົນອາ​ໄສ​ຢູ່​ແອ​ອັດ ​ເຊັ່ນ:ຕະ ຫລາດ,ຖະນີຂົນ​ສົ່ງ​ໂດຍສານ, ຕາມແຄມ​ທາງ​ຍ່າງ ​ແລະ ຮ່ອງ​ລະ ບາຍ​ນ້ຳ ​​​ເຊິ່ງຂີ້​ເຫຍື້ອທີ່​ຖືກປະ​ຖີ້ມຊະຊາຍ​ນີ້ ສ່ວນ​ຫລາຍ​ເກີດ​ຈາກ​ຄົນ​ຈຳນວນ​ໜຶ່ງທີ່​ຂາດ​ສະຕິຄວາມ​ຮັບ​ພິຊອບຕໍ່​ຄວາມ​ເປັນ​ລະ ບຽບ ​ແລະ ບໍ່​ຄຳນຶງ​ເຖິງຄວາມສະອາດ​ຈົບງາມ​ຂອງ​ສັງຄົມ.
     ຈາກ​ບັນຫາ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ບາງ​ຈຸດ​ຕາມ​ແຄມ​ທາງ,ຊຸມ​ຊົນ ຫລື ຄອງ​ຊົນລະປະທານກາຍ​ເປັນ​ບ່ອນ​ຖີ້ມຂີ້​ເຫຍື້ອ​ໄປ​ໃນ​ໂຕ ​ແລະ ມີ​ປະລິມານເພີ່ມຫລາຍ​ຂຶ້ນ​ເລື້ອຍໆ ​ແລະ ບໍ່​ມີພາກສ່ວນ​ໃດເຂົ້າ​ມາ​ເກັບມ້ຽນ ​ຫລື ​ອະນາ​ໄມ ໃນ​ທີ່​ສຸດ​ກໍ​​ເກີດ​ຜົນ​ກະທົບ​ຕາມ​ມາ​​ເຊັ່ນ:ສົ່ງ​ກ່ິນ​ເໝັນ ​ແລະ ສ້າງ​ຄວາມ​ເປີະ​ເປື້ອນຕໍ່ສະພາບ​​ແວດ​ລ້ອມຕ່າງໆຕາມມາ.

No comments:

Post a Comment