ພະຍາດໄຂ້ເລືອດອອກ ຫຼື ພະ ຍາດໄຂ້ຍຸງຍັງສືບຕໍ່ລະບາດ
ແລະ ຂົ່ມຂູ່ປະຊາຊົນລາວໃນ ທົ່ວປະເທດ ຕົວເລກຫຼ້າສຸດຈາກ ການສະຫຼຸບຄົນເຈັບຢູ່ຕາມໂຮງໝໍແຫ່ງ
ຕ່າງໆໃນທົ່ວປະເທດ ປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອພະຍາດ ດັ່ງກ່າວເຖິງ 7.921 ຄົນ ໃນນັ້ນ
ເສຍຊີວິດແລ້ວ 30 ກວ່າຄົນ ເຊິ່ງ ເປັນ ອັດຕາສ່ວນທີ່ສູງທີ່ສຸດເທົ່າ ທີ່ເຄີຍມີມາຄື: ເພີ່ມຂຶ້ນ
3 ເທົ່າ ທຽບກັບໄລຍະດຽວ ກັນຂອງປີ 2010 ແລະ 8 ເທົ່າ ທຽບກັບໄລຍະ ດຽວກັນຂອງປີທີ່ຜ່ານມາ.
ຕົວ ເລກການເພີ່ມຂຶ້ນ ຂອງການຕິດ ເຊື້ອພະຍາດດັ່ງ ກ່າວ ສະແດງໃຫ້ ເຫັນວ່າ: ທຸກຄົນບໍ່ອາດເມີນເສີຍຕໍ່
ໄພຂົມຂູ່ດັ່ງ ກ່າວຕໍ່ໄປໄດ້ ເຊິ່ງຈະ ນຳເອົາຄວາມສູນເສຍ ທາງດ້ານ ຊີວິດ ແລະ ຊັບສິນມາສູ່ປະຊາຊົນ
ທັງກີດ ຂວ້າງທ້ວງດຶງຕໍ່ການພັດ ທະນາເສດຖະກິດ - ສັງຄົມ ຂອງ ຊາດ ໂດຍສະເພາະແມ່ນຜົນກະ ທົບຕໍ່ຂະແໜງການບໍລິການ
ແລະ ທ່ອງທ່ຽວໄດ້ຢ່າງບໍ່ມີທາງຫຼີກ ໄດ້ ແລະ ຈົນເຖິງປັດຈຸບັນນີ້ກໍ ຍັງບໍ່ທັນມີຢາວັກຊີນ
ແລະ ການ ປິ່ນປົວໃດ ເພື່ອຂ້າເຊື້ອໄວຣັສນີ້ ເຊິ່ງ ທ່ານໝໍພຽງແຕ່ປິ່ນປົວໄປ ຕາມອາການພະຍາດ
ເພື່ອບໍ່ໃຫ້ ຄົນທີ່ຕິດເຊື້ອມີອາການຮ້າຍແຮງ ຂຶ້ນເທົ່ານັ້ນ ແລະ
ປະຊາຊົນລາວ ທຸກຄົນແມ່ນ
ລ້ວນແລ້ວແຕ່ຕົກຢູ່ ໃນ ສະພາບຄວາມສ່ຽງທີ່ຈະຕິດ ເຊື້ອດັ່ງກ່າວຫາກບໍ່ມີມາດ ຕະການປ້ອງກັນຕົນເອງ.
ພະຍາດໄຂ້ເລືອດອອກ ຫຼື ພະຍາດໄຂ້ຍຸງ ແມ່ນເຊື້ອໄວຣັສຊະ
ນິດ ໜຶ່ງທີ່ມີຍຸງລາຍເປັນພາຫະນຳເຊື້ອເຊິ່ງເປັນພະຍາດ ທີ່ອັນຕະລາຍຈົນ ເຖິງຂັ້ນເສຍຊີວິດໄດ້ແຕ່ພະຍາດດັ່ງກ່າວສາມາດປ້ອງກັນ
ໄດ້. ເພື່ອປ້ອງກັນຕົນເອງ ແລະ ຄອບຄົວໃຫ້ປັດສະ ຈາກການຕິດ ເຊື້ອດັ່ງກ່າວ ກະຊວງສາທາລະ ນະສຸກ
ແນະນຳໃຫ້ປະຊາຊົນປະຕິ ບັດຕາມຫຼັກການຕ່າງໆດັ່ງຕໍ່ໄປ ນີ້: ປິດຝາພາຊະ ນະທີ່ເກັບນ້ຳໃນ ເຮືອນ
ແລະ ນອກເຮືອນເພື່ອບໍ່ໃຫ້ ຍຸງມາໄຂ່ໃສ່, ປ່ຽນນ້ຳ ແລະ ຜັດ ຖູພາຊະນະເຊັ່ນ: ເຕົາດອກໄມ້,
ນ້ຳຮອງ ຕີນຕູ້, ຖານຮອງຈອກ ນ້ຳ...ປ່ອຍປາຫາງ ນົກຍຸງເພື່ອໃຫ້ ກິນໜອນນ້ຳ, ຫມັ່ນອະນາໄມສິ່ງ
ແວດລ້ອມເຮືອນເປັນ ປະຈຳທຳ ລາຍ ກະໂປະ, ກະປ໋ອງ, ຢ່າງຕີນ ລົດເກົ່າທີ່ມີນ້ຳຂັງ, ສຳລັບເຮືອນ
ໃດທີ່ມີຕາໜ່າງກັນຍຸງຕ້ອງ ໄດ້ ກວດເບິ່ງຮູຊອດທີ່ຍຸງສາມາດ ເຂົ້າມາ ກັດທ່ານໄດ້, ສີດຢາກັນ
ຍຸງ ແລະ ທາຢາກັນຍຸງຕາມຕົນ ໂຕ ເພື່ອ ປ້ອງກັນບໍ່ໃຫ້ຍຸງກັດ, ໄຕ້ ຢາອູດຍຸງ ເພື່ອໄລຍຸງອອກຈາກເຮືອນ
ແລະ ທີ່ສຳຄັນຕ້ອງນອນ ໃນມຸ້ງທຸກຄັ້ງ ບໍ່ ວ່າກາງວັນ ຫຼື ກາງຄືນ ແລະ ອື່ນໆ ...ພຽງ ແຕ່
ເທົ່ານີ້ ທຸກຄົນກໍສາມາດປ້ອງກັນຕົນ ເອງອອກຈາກໄພຂົມຂູ່ຂອງ ພະຍາດໄຂ້ເລືອດອອກໄດ້ແລ້ວ ແລະ
ຫາກມີອາການໄຂ້ສູງ 38 ອົງສາເຊຕະຫຼອດເວລາ, ເຈັຫົວ ແຮງ, ປວດເບົ້າຕາ, ປວດຕາມກ້າມຊີ້ນ ຫຼື
ຂໍ່ກະດູກ ແລະ ບາງ ຄັ້ງອາດມີຜຶ່ນແດງຕາມຜິວໜັງ ຫຼື ມີ ຂຸດຊ້ຳເລືອດຕ້ອງໄປພົບ ແພດໝໍໂດຍດ່ວນຢ່າງບໍ່ລໍຊ້າ.

No comments:
Post a Comment