Ad

Ad

13 June 2013

ຫາລືລະບຽບການໃນການສ້າງລະບົບການບໍລິຫານປະຕູດຽວອາຊຽນຄັ້ງທີ 19



            ກົມພາສີ ກະຊວງການເງິນເປັນເຈົ້າພາບຈັດກອງປະຊຸມດ້ານລະບຽບ ການໃນການສ້າງລະ ບົບການບໍລິການປະຕູ ດຽວ ອາຊຽນ ຄັ້ງທີ 16 ຂຶ້ນໃນຕອນເຊົ້າ ວັນທີ 12-14 ມິຖຸນານີ້ຢູ່ໂຮງ ແຮມດອນຈັນພາເລັດ ນະຄອນຫຼວງວຽງຈັນ ພາຍ ໃຕ້ການເປັນປະທານຂອງ ທ່ານ Mr Simplicio N.Domingo ປະທານຄະນະ ກຳມະການນິຕິກຳລະບົບການບໍລິການປະ ຕູດຽວຂອງອາຊຽນ ໂດຍມີຜູ້ຕາງໜ້າຈາກ ບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.
        ກອງປະຊຸມດັ່ງກ່າວໄດ້ປຶກ ສາຫາລື, ຄົ້ນຄວ້າບັນດານິຕິກຳທີ່ ຕິດພັນກັບການສ້າງລະບົບການບໍ ລິການປະຕູດຽວຂອງ ອາຊຽນ ໂດຍສະເພາະແມ່ນການແລກ ປ່ຽນຂໍ້ມູນກ່ຽວກັບແບບຟອມຫຼຸດ ຜ່ອນອັດຕາພາສີອາຊຽນ (ATIGA Form D) ຜ່ານທາງເອເລັກໂຕຣນິກ ເຊິ່ງຄາດວ່າຈະໄດ້ດຳເນີນການໃນທ້າຍປີ 2013 ຫາຕົ້ນປີ 2014 ທີ່ຈະມາເຖິງນີ້. ການຮ່ວມມືດັ່ງ ກ່າວຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນຂໍ້ມູນຂ່າວສານການຄ້າລະຫວ່າງປະເທດສະມາຊິກອາຊຽນ ໃຫ້ດີ ຂຶ້ນກວ່າເກົ່າ.

            ພ້ອມດຽວກັນນີ້, ກອງປະຊຸມຍັງຈະໄດ້ຄົ້ນຄວ້າ, ທົບທວນຄືນເງື່ອນໄຂທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງລະບົບການ Legal Framework Agreement ເພື່ອຕີລາຄາຄວາມຄືບໜ້າທີ່ສາມາດປະຕິບັດໄດ້;ປຶກສາຫາລືກ່ຽວກັບຜົນຂອງກອງ ປະຊຸມລະດັບພາກພື້ນຕ່າງໆທີ່ກ່ຽວຂ້ອງເປັນຕົ້ນແມ່ນກອງປະຊຸມຄະນະຊີ້ນຳລະບົບປະຕູດຽວອາຊຽນ ແລະ ກອງປະຊຸມ ສະພາເສດຖະກິດ, ກວດກາບັນດາໜ້າວຽກທີ່ໄດ້ຕົກລົງກັນໃນກອງປະຊຸມດ້ານລະບຽບການໃນການສ້າງລະບົບການບໍລິການ ປະຕູດຽວອາຊຽນຄັ້ງທີ 18 ຢູ່ນະຄອນຢາງກຸ້ງສະຫະພາບມຽນມາໃນເດືອນເມສາຜ່ານມາ.
           ລະບົບການບໍລິການປະຕູ ດຽວ ເປັນລະບົບລວມສູນການບໍ ລິການຂະແໜງການຂອງລັດ ໃນການຄຸ້ມຄອງການ ນຳເຂົ້າ - ສົ່ງ ອອກສິນຄ້າ ໂດຍນຳໃຊ້ເຕັກໂນ ໂລຊີໄອທີ ໃນການແລກປ່ຽນຂໍ້ ມູນ,ການວິເຄາະ ແລະ ການເກັບກຳຂໍ້ມູນລະ ບົບດັ່ງກ່າວຈະສ້າງຄວາມສະດວກ, ວ່ອງໄວໃຫ້ແກ່ການດຳເນີນຂັ້ນຕອນການນຳ ເຂົ້າ-ສົ່ງອອກສິນຄ້າ ເຊິ່ງຜູ້ປະກອບການສາ ມາດດຳເນີນການແຈ້ງເອກະສານຢູ່ຈຸດດຽວ ແລະ ຄັ້ງດຽວ ໂດຍຜ່ານລະບົບເອເລັກໂຕຣນິກ. ເປົ້າໝາຍ ຕົ້ນຕໍຂອງການພັດ ທະນາລະບົບດັ່ງກ່າວແມ່ນເພື່ອຍົກສູງປະສິດທິພາບໃນການຄຸ້ມຄອງການຄ້າ ໂດຍນຳໃຊ້ເຄື່ອງມືທີ່ທັນສະໄໝທັງເປັນການສົ່ງ ເສີມການຮ່ວມມື ການຄ້າໃນລະດັບພາກພື້ນ ແລະ ສາກົນໃຫ້ຫລາຍຂຶ້ນ.
         ແຜນງານສ້າງລະບົບການບໍລິການປະຕູດຽວອາຊຽນເປັນໜຶ່ງໃນແຜນງານການຮ່ວມມືເພື່ອກະກຽມຄວາມພ້ອມໃຫ້ ແກ່ການສ້າງປະຊາຄົມເສດຖະກິດອາຊຽນ ເຊິ່ງແຜນງານດັ່ງກ່າວ ໄດ້ກຳນົດໃຫ້ບັນດາປະເທດສະມາຊິກອາຊຽນຕ້ອງສ້າງລະ ບົບການບໍລິການປະຕູດຽວຂອງຕົນເພື່ອເຊື່ອມໂຍງເຂົ້າກັບລະບົບ ການບໍລິການປະຕູດຽວຂອງອາຊຽນ ແລະ ໃຫ້ສຳເລັດພາຍ ໃນປີ 2015.
     ປັດຈຸບັນ, ຫຼາຍປະເທດໃນອາ ຊຽນ ໄດ້ສຳເລັດການສ້າງລະບົບ ການບໍລິການປະ ຕູດຽວຂອງຕົນໄປແລ້ວເຊັ່ນ:ຟີລິບ ປິນ, ອິນໂດເນເຊຍ, ມາເລເຊຍ,ບ ຣູໄນ, ສິງກະໂປ ແລະ ໄທ. ສຳລັບ ສປປ ລາວ ພວມຢູ່ໃນຂັ້ນຕອນການກະກຽມ ແລະ ຫາກໍສຳເລັດໃນການສ້າງ ຕັ້ງຄະນະຊີ້ນຳວຽກງານດັ່ງກ່າວ ແລະ ພວມເລັ່ງໃສ່ສ້າງດຳລັດໃນການນຳໃຊ້ລະບົບການບໍລິການປະ ຕູດຽວ ເພື່ອເປັນບ່ອນ ອີງໃຫ້ແກ່ການພັດທະນາ ລະບົບ ດັ່ງກ່າວສອດຄອງກັບແນວທາງນະໂຍບາຍໃນການພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ປະຕິບັດພັນທະ (Commitment) ທີ່ໄດ້ຕົກລົງກັນໄວ້ກັບອາຊຽນ.

No comments:

Post a Comment