ໃນວັນທີ 12 ມິຖຸນານີ້ຢູ່ກະຊວງຖະແຫລ່ງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ມີກອງປະຊຸມເຜີຍແຜ່ເນື້ອໃນ ກ່ຽວກັບການແບ່ງພາລະບົດບາດ, ຄວາມຮັບຜິດຊອບກ່ຽວກັບວຽກງານຂອງຕົນລະຫວ່າງກະຊວງ,
ນະຄອນຫລວງ ວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດໂດຍການ ເປັນປະທານຂອງ ທ່ານ ສຈ.ດຣ ບໍ່ແສງຄຳ
ວົງດາລາ ກຳມະການສູນ ກາງພັກ, ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ,
ມີບັນດາລັດຖະມົນຕີຊ່ວຍ ວ່າການ ແລະ ພະນັກງານການນຳຂັ້ນກົມອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ການເຜີຍແຜ່ຄັ້ງນີ້ ເພື່ອເຮັດ ໃຫ້ການປະຕິບັດມະຕິ
03 ຂອງກົມການເມືອງສູນກາງພັກກ່ຽວກັບການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ
ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ໃຫ້ປາ ກົດຜົນເປັນຈິງ ແລະ ກ້າວສູ່ລວງເລິກ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ
ພາລະບົດບາດ,ການແບ່ງໜ້າທີ່, ແບ່ງຄວາມ ຮັບຜິດຊອບລະຫວ່າງກົມຕ່າງໆກັບພະແນກການຂັ້ນ ແຂວງໃນຂອບເຂດທົ່ວປະເທດ,
ເພື່ອເຮັດໃຫ້ພະນັກງານການນຳ ທີ່ຈະ
ລົງໄປຊີ້ນຳຢູ່ທ້ອງຖິ່ນມີຄວາມຮູ້, ຄວາມເຂ້ົາໃຈ ແລະເປັນເອກະພາບຕໍ່ກັບພາລະບົດບາດ,
ໜ້າທີ່ຄວາມຮັບຜິດຊອບລະ ຫວ່າງກະຊວງ ແລະ ພະແນກການທ້ອງຖິ່ນໃນແຕ່ລະໜ້າວຽກທີ່ນອນຢູ່ໃນຂະແໜງການຖະ
ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊັ່ນ: ໃນຂົງເຂດວຽກ ງານຖະແຫລງຂ່າວ-ສື່ມວນຊົນ, ຂົງເຂດສິລະປະການສະແດງ,
ຂົງເຂດວັດທະນະທຳ ມະຫາຊົນ, ການພິມຈຳໜ່າຍ, ວຽກງານມໍລະດົກ, ວຽກງານຮູບເງົາ, ວຽກງານວິຈິດສິນ,
ການພັດທະນາການທ່ອງທ່ຽວ, ການ ໂຄສະນາການທ່ອງທ່ຽວ, ການຄຸ້ມຄອງການທ່ອງທ່ຽວ, ວຽກງານຫ້ອງການ,
ວຽກງານຈັດຕັ້ງພະນັກງານ, ວຽກງານແຜນ ການ-ການເງິນ ແລະ ວຽກງານກວດກາ. ພ້ອມນີ້ ຍັງໄດ້ແບ່ງໜ້າວຽກຂອງແຕ່ລະຂົງ
ເຂດຢ່າງຈະແຈ້ງ ແລະ ແບ່ງຂ້ັນຄຸ້ມ ຄອງຢ່າງລະອຽດວ່າ:ໜ້າ
ວຽກໃດຢູ່ໃນຄວາມຮັບຜິດຊອບ ຂອງໃຜ,ກະຊວງ ຫລືຢູ່ໃນຄວາມ ຮັບຜິດຊອບຂອງແຂວງ. ຕົວຢ່າງໜ້າວຽກການອະນຸມັດສ້າງຕັ້ງ,
ຍົກເລີກ,ໂຈະຊ່ົວຄາວການເຄື່ອນ ໄຫວຂອງໃຜແມ່ນໄດ້ລະບຸໄວ້ ຢ່າງລະອຽດຖີ່ຖ້ວນ ເພື່ອແນໃສ່ ໃຫ້ການຈັດຕັ້ງປະຕິບັດແຕ່ລະໜ້າ
ວຽກເຫລົ່ານັ້ນຢູ່ສູນກາງ ແລະ ທ້ອງຖິ່ນມີປະສິດທິຜົນສູງຂຶ້ນ ກວ່າເກົ່າ.
ໃນໂອກາດນີ້,ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ
ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນຊີ້ນຳຕໍ່ກອງປະຊຸມໂດຍຍົກ ໃຫ້ ເຫັນວ່າ: ເພື່ອຈັດຕ້ັງປະຕິບັດວຽກງານສາມສ້າງໃນຂົງເຂດຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ເຂົ້າສູ່ລວງ ເລິກ, ມີປະສິດທິຜົນ ແລະ ມີຄວາມຮັບຮູ້ເປັນເອກະພາບໃນການປະຕິບັດຕົວຈິງ
ແມ່ນມີຄວາມຈຳເປັນຕ້ອງໄດ້ແບ່ງຂ້ັນຄຸ້ມ ຄອງ, ພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບລະຫວ່າງສູນກາງ
ແລະ ທ້ອງຖິ່ນ ໃຫ້ລະອຽດແລະຈະແຈ້ງຊຶ່ງການ ແບ່ງຂັ້ນຄຸ້ມຄອງນັ້ນຕ້ອງຖືກຕ້ອງ,ຈະແຈ້ງ ແລະ
ເໝາະສົມ ກັບສະພາບຈຸດພິເສດຂອງທ້ອງຖິ່ນ ເພື່ອແນໃສ່ການຈັດຕັ້ງປະຕິ ບັດມີປະສິດທິພາບ ແລະ
ປະສິດ ທິຜົນສູງ.ສຳລັບຢູ່ຂັ້ນສູນກາງ ກໍຄືຂ້ັນກະຊວງກໍຕ້ອງສຸມໃສ່ ຄົ້ນຄວ້າຜັນຂະຫຍາຍແນວ
ທາງ, ນະໂຍບາຍໃຫ້ເປັນຍຸດທະສາດ , ເປັນແຜນງານ, ໂຄງການທັງເປັນເຈົ້າການຄົ້ນຄວ້າຊອກຫາແຫລ່ງ
ທຶນພ້ອມທັງຊຸກ ຍູ້ຕິດຕາມ, ກວດກາ, ຊີ້ນຳ-ບັນຊາການຈັດຕັ້ງປະຕິບັດຕົວຈິງ ແລະ ສຸມໃສ່ຄົ້ນຄວ້າອອກກົດໝາຍ,
ອອກນະໂຍບາຍ, ລະ ບຽບການອັນຈຳເປັນສຳລັບການຄຸ້ມຄອງຂະແໜງການຂອງ ຕົນໃຫ້ມີປະສິດທິຜົນຄຽງຄູ່ກັບການແກ້ໄຂປັບປຸງກົນໄກ
ແລະ ລະບຽບການຕ່າງໆທີ່ຍັງກົດໜ່ວງອັດຕັນໃຫ້ຕົກໄປພ້ອມນີ້ ຕ້ອງໄດ້ຂຶ້ນແຜນກໍ່ສ້າງ, ຍົກລະດັບພະນັກງານຂອງຕົນ
ໃນຂອບ ເຂດທົ່ວປະເທດ ແລະ ເຜີຍແຜ່ການນຳໃຊ້ວິທະຍາສາດ, ວິທະຍາການໃໝ່ເຂົ້າໃນການພັດທະນາຂະແໜງການຂອງຕົນທັງ
ສູນກາງ ແລະ ທ້ອງຖິ່ນ, ສຸມໃສ່ຊຸກຍູ້ທ້ອງຖິ່ນ ແລະ ຫົວໜ່ວຍຈຸລະພາກ ໂດຍການຕິດຕາມ, ກວດກາ,
ສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ວຽກງານຕ່າງໆຂອງຂະແໜງການໃຫ້ດຳເນີນ
ໄປຢ່າງຖືກຕ້ອງ ແລະ ສອດຄ່ອງ ໂດຍຄາດວ່ານັບ ແຕ່ເດືອນກໍລະກົດ 2013 ນີ້ເປັນຕົ້ນໄປ ໃຫ້ໄດ້ເລີ່ມຈັດຕັ້ງຜັນຂະຫຍາຍ
ແລະຈາກນັ້ນກໍຈະມີການສະຫລຸບຖອດຖອນບົດຮຽນ ເພື່ອສາມາດສົ່ງເສີມຈຸດດີ ແລະ ດັດແປງແກ້ໄຂຈຸດໃດທີ່ຍັງເຫັນວ່າບໍ່
ທັນສອດຄ່ອງ. ທັງໝົດນີ້ກໍເພື່ອການພັດທະນາວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມີບາດກ້າວຂະ
ຫຍາຍຕົວຍິ່ງຂຶ້ນ.

No comments:
Post a Comment