ໃນຕອນຄ່ຳຂອງວັນທີ 20 ມິຖຸນາ 2013, ຢູ່ທີ່ຫໍວັດທະນະ
ທຳແຫ່ງຊາດນະ ຄອນຫລວງວຽງຈັນ ໄດ້ຈັດ ງານປະກາດ ລາງວັນນາກຄຳລາວເອັນເຕີເທນເມັນ ຄັ້ງທີ 2 ປະຈຳສົກປີ
2011-2012 ຂຶ້ນໂດຍມີທ່ານ ສະຫວັນ ຄອນ ຣາຊະມຸນຕຣີ, ລັດຖະ ມົນຕີຊ່ວຍວ່າການກະຊວງຖະ ແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນ ດາພະນັກງານທີ່ກ່ຽວຂ້ອງ ແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມຊົມເປັນຈຳນວນຫລາຍ.
ລາງວັນດັ່ງກ່າວນີ້ ມີທັງ ໝົດ 35 ລາງວັນ
ໃນນັ້ນ ມີລາງ ວັນກຽດຕິຍົດພິເສດ 4 ລາງວັນ ຜູ້ທີ່ໄດ້ຮັບ ລາງວັນນີ້ ມີທ່ານ ຄຳ ຝັ້ນ ນັກປະພັນ,
ນັກແຕ່ງເພງ ທັງ ເປັນຫົວໜ້າຂະແໜງປະດິດແຕ່ງ ກອງລະຄອນແຫ່ງຊາດ, ທ່ານ ດຣ. ທອງຄຳ ອ່ອນມະນີສອນ,
ທ່ານ ແຈ້ງ ໄຊຍະວົງ ປະທານ ສະໂມສອນສົ່ງເສີມສິລະປະວັດ ທະນະທຳ ແຫ່ງຊາດ ແລະ ທ່ານ ຄຳສະໄຫວ
ພົມມະຈັນ ທີ່ປຶກສາບໍລິສັດ ອິນຟີນີຕີ້ ຈຳກັດ. ນອກ ຈາກນັ້ນລາງວັນສາຂາ ໂທລະພາບ 1 ມີ 4
ລາງວັນຄື: ລາງວັນ
ລາຍການສົ່ງເສີມສັງຄົມ-ວັດທະນະທຳດີເດັ່ນ, ລາຍການສົ່ງເສີມຄວາມຮູ້ ທົ່ວໄປດີເດັ່ນ,
ລາຍ ການສົ່ງເສີມກະສິກຳ-ການປູກ ຝັງລ້ຽງສັດ ແລະ ລາຍການ ເພງໂຄສະນາປະກອບລາຍການ ດີເດັ່ນ;
ສາຂາໂທລະພາບ 2 ມີ 4 ລາງວັນຄື:ຜູ້ໃຫ້ສຽງແທນຕົວ ນັກສະແດງຍິງດີເດັ່ນ, ຜູ້ໃຫ້ ສຽງແທນຕົວນນັກ
ສະແດງຊາຍດີເດັ່ນ, ຜູ້ໃຫ້ສຽງບັນຍາຍພາບ ດີເດັ່ນ ແລະ ຜູ້ໃຫ້ສຽງບັນຍາຍ ກິລາດີເດັ່ນ; ສາຂາລະຄອນປະ
ກອບ ມີ 4 ລາງວັນຄື: ຜູ້ກຳກັບ ການສະແດງດີເດັ່ນ, ຜູ້ຂຽນບົດ ລະຄອນດີເດັ່ນ, ກຸ່ມນັກສະ ແດງ
ດີເດັ່ນ ແລະ ລະຄອນ ເວົ້າດີເດັ່ນ; ສາຂາວິທະຍຸປະກອບມີ 2 ລາງ ວັນຄື: ນັກຈັດລາຍການຍິງດີ
ເດັ່ນ ແລະ ນັກຈັດລາຍ ການຊາຍ ດີເດັ່ນ; ສາຂາຮູບເງົາປະກອບມີ 6 ລາງວັນຄື: ຜູ້ຂຽນບົດເລື່ອງ
ດີເດັ່ນ, ຜູ້ກຳກັບການສະແດງດີ ເດັ່ນ, ເພງປະ ກອບຮູບເງົາ ດີເດັ່ນ, ນັກສະແດງຍິງດີເດັ່ນ,
ນັກສະ ແດງຊາຍດີເດັ່ນ ແລະ ຮູບເງົາ ດີເດັ່ນ; ສາຂາສິ່ງພີມມີ 2 ລາງ ວັນຄື:ຜູ້ຂຽນ ບົດປະພັນດີເດັ່ນ
ແລະ ຂຽນບົດຄວາມດີເດັ່ນ; ປະ ເພດຍອດນິຍົມ ມີ 5 ລາງວັນຄື: ຜູ້ດຳເນີນລາຍການຍິງຍອດນິ ຍົມ,
ຜູ້ດຳເນີນລາຍການຊາຍ ຍອດນິຍົມ, ລາຍການບັນເທີງ ຍອດນິຍົມປະເພດລາຍການ ອອກອາກາດສົດ, ລາຍ
ການບັນເທີງ ຍອດນິຍົມປະເພດລາຍການບັນທຶກເທບ ແລະ ລາຍການວິທະ ຍຸຍອດນິຍົມ ແລະ ລາງວັນສຸດທ້າຍ
ມີຂັນທີ່ລະນຶກ “ ມິດຕະພາບວົງການບັນເທີງສອງຝັ່ງຂອງ” ມີຂັນທີ່ລະນຶກນາກເງິນ 4 ຂັນ.

No comments:
Post a Comment