Ad

Ad

24 June 2013

ເປີດນຳໃຊ້ສຳນັກງານສະຖານກົງສຸນໃຫຍ່ແຫjງ ສປປ.ລາວ ຫລັງໃຫມ່



     ໃນຕອນແລງວັນທີ 21 ມິຖຸນາ ນີ້, ຢູ່ຈັງຫວັດຂອນແກ່ນ ຣາຊະ ອານາຈັກໄທ ໄດ້ຈັດພິທີເປີດນຳ ໃຊ້ສຳນັກ ງານສະຖານກົງສຸນ ໃຫຍ່ແຫ່ງ ສປປ ລາວ ຫລັງໃໝ່ ໂດຍການເປັນປະທານຂອງທ່ານ ດຣ. ທອງລຸນ ສີສຸລິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ນອກຈາກນັ້ນ ຍັງມີທ່ານ ຫລີ ບຸນຄ້ຳ ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ, ທ່ານ ດຣ. ສຸພັນ ແກ້ວມີໄຊ ເຈົ້າແຂວງສະ ຫວັນນ ະເຂດ, ທ່ານ ສົມສັກ ສຸວັນ ນະສຸຈະລິດ ຜູ້ວ່າຣາຊະການຈັງ ຫວັດ ຂອນແກ່ນ, ບຸກ ຄົນສຳຄັນ ແລະ ເຈົ້າໜ້າທີ່ຂັ້ນສູງຈາກ ລາວ ແລະ ໄທ, ຜູ້ຮັກສາການກົງສຸນ ໃຫຍ່ ລາວ, ກົງສຸນ ໃຫຍ່ ສສ ຫວຽດນາມ, ກົງສຸນໃຫຍ່ ສປ ຈີນ ປະຈຳຂອນແກ່ນ, ກົງສຸນ ໃຫຍ່ຣາຊະອານາຈັກໄທປະຈຳ ສະ ຫວັນນະເຂດ ພ້ອມດ້ວຍພະ ນັກງານສະຖານທູດລາວຢູ່ບາງກອກ, ນັກສຶກສາລາວ ແລະ ປະ ຊາຊົນໄທ ຢູ່ຈັງຫວັດ ຂອນແກ່ນ ແລະ ແຂວງໃກ້ຄຽງເຂົ້າຮ່ວມ.
     ໃນພິທີດັ່ງກ່າວ, ທ່ານ ຫລີ ບຸນ ຄ້ຳ ໄດ້ຂຶ້ນກ່າວຄຳເຫັນ ໂດຍໄດ້ ຍົກໃຫ້ເຫັນວ່າ: ສປປ ລາວ ໄດ້ ເປີດສະຖານ ກົງສຸນ ໃຫຍ່ຂອງຕົນ ຂຶ້ນຢູ່ຈັງຫວັດຂອນແກ່ນໃນປີ 1996 ໂດຍໄດ້ນຳໃຊ້ຕຶກຫ້ອງ ແຖວຫລັງເກົ່າເປັນສຳນັກງານ.
ຕໍ່ຈາກນັ້ນມາ ການພົວພັນ ແລະ ຮ່ວມມືສອງຝ່າຍ ລາວ ແລະ ໄທ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນ. ເຮັດໃຫ້ການ ຮ່ວມມືໄດ້ກວມເອົາຫລາຍຂະແໜງ ການລະຫວ່າງ ແຂວງ ແລະ ຈັງຫວັດ ໂດຍສະເພາະບັນດາແຂວງ ແລະ ຈັງ ຫວັດລຽບຕາມຊາຍແດນຮ່ວມ ຂອງສອງປະເທດ, ການໄປມາ ຫາສູ່ລະ ຫວ່າງປະຊາຊົນສອງຊາດໄດ້ມີປະລິມານ ເພີ່ມຂຶ້ນເປັນຈຳນວນຫລາຍ ຈຶ່ງເຮັດໃຫ້ວຽກ ງານຂອງສະຖານກົງສຸນໃຫຍ່ມີບໍລິມາດເພີ່ມຫລາຍ ຂຶ້ນ ເລື້ອຍໆ. ສະນັ້ນ ເພື່ອຮອງຮັບກັບການຈະລີນເຕີບໃຫຍ່ ແລະ ຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງ ການຂອງວຽກງານ, ລັດຖະບານ ລາວຈຶ່ງໄດ້ຕົກລົງໃຫ້ມີການກໍ່ ສ້າງສຳນັກງານສະຖານກົງສຸນ ໃຫຍ່ຫລັງໃໝ່ ແລະ ພາຍຫລັງ ການກໍ່ສ້າງສຳເລັດຈຶ່ງໄດ້ມີການຈັດພິທີເປີດການນຳໃຊ້ໃນໂອ ກາດດັ່ງກ່າວຢ່າງສົມກຽດ. ຈາກນັ້ນ ຮອງນາຍົກລັດ ຖະມົນຕີ ດຣ. ທອງລຸນ ສີສຸລິດ ກໍໄດ້ໃຫ້ກຽດ ຂຶ້ນຕັດແຖບຜ້າເປີດການນຳໃຊ້ ຢ່າງເປັນທາງການ.
    ການເປີດສະຖານກົງສຸນໃຫຍ່ ແຫ່ງໃໝ່ນີ້ ຈະກາຍເປັນສັນຍະ ລັກອັນສຳຄັນໃນການຊຸກຍູ້ ແລະ ອຳນວຍ ຄວາມສະດວກໃຫ້ແກ່ ການເສີມສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະ ເທດ ກໍຄືລະຫວ່າງແຂວງ ແລະ ຈັງຫວັດທີ່ຢູ່ລຽບຕາມຊາຍແດນ ຮ່ວມຂອງສອງປະເທດໃຫ້ເຕີບ ໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພາຍ ຫລັງສິ້ນສຸດພິທີເປີດນຳໃຊ້ ສະຖານກົງສຸນໃຫຍ່ຫລັງໃໝ່ ແລ້ວ ກໍໄດ້ມີງານລ້ຽງສະເຫລີມ ສະຫລອງ ໂດຍມີການ ສະແດງສິລະປະດົນຕີຈາກລາວ ແລະ ໄທ ອັນໄດ້ເຮັດໃຫ້ພິທີດັ່ງກ່າວນີ້ມີບັນ ຍາກາດເບີກບານມ່ວນຊື່ນ ແລະ ດຳ ເນີນໄປດ້ວຍຄວາມຮຽບຮ້ອຍ ແລະ ຈົບງາມ.
   ໂອກາດເດີນທາງໄປຈັງຫວັດຂອນແກ່ນເທື່ອນີ້, ຮອງນາຍົກ ລັດຖະມົນຕີ ດຣ. ທອງລຸນ ສີສຸ ລິດ ຍັງໄດ້ໄປຢ້ຽມ ຢາມ-ທັດສະນະສຶກສາໂຄງການກະສິກຳປອດສານເຄມີຢູ່ເມືອງຊຳສູງຈັງຫວັດ ຂອນແກ່ນ ໂດຍການນຳພາຂອງ ທ່ານ ສົມສັກ ສຸວັນນະສຸຈະລິດ ຜູ້ ວ່າຣາຊະການຈັງຫວັດຂອນ ແກ່ນ. ໂຄງການດັ່ງກ່າວເປັນ ໂຄງການປູກພືດຜັກ ປອດສານເຄມີປະເພດຕ່າງໆ ໂດຍການນຳໃຊ້ ເຕັກນິກວິຊາການຂອງຊຸມຊົນ ເມືອງຊຳສູງ ເພື່ອສົ່ງອອກຂາຍ ໄປ ແຂວງຕ່າງໆ ອັນເປັນການ ສ້າງລາຍຮັບແກ່ຊຸມຊົນ ທັງເປັນ ການພັດທະນາ ແລະ ສົ່ງເສີມ ເຕັກນິກວິຊາການພື້ນ ຖານທີ່ເປັນ ປະໂຫຍດແກ່ກະສິກອນຢູ່ຈັງຫວັດ ຂອນແກ່ນ ແລະ ແຂວງອື່ນໆນຳ ອີກ. ພ້ອມດຽວກັນນີ້ ທາງຈັງ ຫວັດຂອນແກ່ນ ກໍຄືເມືອງຊຳສູງ ມີ ຄວາມຍິນດີຈະຮັບຕ້ອນກະສິ ກອນລາວທີ່ມີຄວາມສົນໃຈມາ ທັດສະນະ ສຶກສາ ແລະ ແລກປ່ຽນບົດຮຽນກ່ຽວກັບວິຊາການດັ່ງກ່າວ. ການຢ້ຽມຢາມແຕ່ລະບ່ອນແມ່ນໄດ້ຖືກຕ້ອນຮັບ ຢ່າງອົບອຸ່ນ ແລະ ເປັນກັນເອງຈາກອຳນາດການປົກຄອງ ແລະ ຊາວບ້ານ.

No comments:

Post a Comment