Ad

Ad

14 June 2013

ມະຫາວິທະຍາໄລແຫ່ງຊາດຈັດຕະຫລາດນັດແຮງງານ ແລະ ສິນຄ້ານັກສຶກສາ 2013



           ນັບວ່າເປັນທາງເລືອກທີ່ດີ ສຳລັບນັກສຶກສາ, ສຳນັກງານ ອົງການ ແລະ ບໍລິສັດ ຫ້າງຮ້ານ ຕ່າງໆທີ່ ຕ້ອງ ການຫາວຽກເຮັດງານທຳ ແລະ ເພື່ອນຮ່ວມງານ ບັນຈຸເຂົ້າໃນອົງ ກອນ. ມະຫາວິ ທະຍາໄລແຫ່ງຊາດ (ມຊ) ສືບຕໍ່ ຈັດງານຕະຫຼາດນັດແຮງງານ ແລະ ສິນຄ້ານັກສຶກສາປະຈຳປີ ເພື່ອປູທາງໃຫ້ນັກສຶກສາ ແລະ ສຳນັກງານອົງການ, ບໍລິສັດ ຕ່າງໆໄດ້ພົບປະກັນ. ໂດຍງານຕະຫຼາດນັດແຮງງານປີນີ້ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2013 ທີ່ສະໂມສອນໃຫຍ່ ມຊ ໂດຍການເຂົ້າຮ່ວມເປີດງານ ຂອງທ່ານ ສຈ.ດຣ ສົມສີ ຍໍພັນໄຊ ຮອງອະທິການບໍດີມະ ຫາວິທະຍາໄລແຫ່ງຊາດຜູ້ຊີ້ນຳວຽກງານຄຸ້ມຄອງນັກສຶກສາປະທານຈັດງານຕະຫຼາດນັດ, ມີຄະນະບໍດີ, ຫົວໜ້າຫ້ອງ ການ, ບັນດາບໍລິສັດຫ້າງຮ້ານຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
          ຮອງອະທິການບໍດີມະຫາ ວິທະຍາໄລແຫ່ງຊາດ ກ່າວວ່າ: ການຈັດງານຕະຫຼາດນັດແຮງງານ ແລະ ສິນຄ້າ ນັກສຶກສາປີນີ້ ເປັນຄັ້ງທີ 3 ນັບແຕ່ ມຊ ໄດ້ຈັດຂຶ້ນເປັນຄັ້ງທຳອິດ ໃນປີ 2011 ແລະ ຜ່ານການຈັດງານດັ່ງກ່າວ ໃນ ໄລຍະຜ່ານມາ ເຫັນວ່າໄດ້ຮັບ ຄວາມສົນໃຈຈາກທັງນັກສຶກສາ ແລະ ອົງກອນຕ່າງໆ ດັ່ງນັ້ນທາງ ມຊ ຈຶ່ງໄດ້ສືບຕໍ່ຈັດ ງານດັ່ງກ່າວນີ້.
ເພື່ອເປີດໂອກາດໃຫ້ນັກສຶກສາທີ່ກຳລັງຈະຈົບ ຫຼື ຜູ້ທີ່ຈົບໄປແລ້ວ ແຕ່ຍັງບໍ່ທັນມີວຽກເຮັດງານທຳ ແລະ ຜູ້ທີ່ມີວຽກເຮັດງານທຳແລ້ວ ແຕ່ຢາກປ່ຽນບ່ອນເຮັດວຽກໃໝ່ກັບສຳນັກງານອົງການ ແລະ ບໍລິສັດ, ຫ້າງຮ້ານ ຕ່າງໆທີ່ຕ້ອງການພະນັກງານໃໝ່ ໄດ້ມີໂອກາດພົບ ປະກັນເພື່ອປູທາງໄປສູ່ການເຮັດວຽກງານຮ່ວມກັນໃນອະນາຄົດ. ພ້ອມກັນນັ້ນ ຍັງເປັນເງື່ອນໄຂອັນດີໃຫ້ກັບນັກສຶກສາ ໄດ້ມີໂອກາດ ເລືອກເຟັ້ນ ແລະ ຄັດເລືອກເອົາອົງການທີ່ຕົນເອງ ມັກ ແລະກ່ຽວຂ້ອງກັບສາຂາວິຊາທີ່ຕົນເອງຮຽນມາເຂົ້າໃນການ ເຮັດວຽກໃນ ຂະນະທີ່ສຳນັກງານອົງການ ແລະ ບໍລິ ສັດຕ່າງໆກໍມີໂອກາດໄດ້ຄັດເລືອກເອົາບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ມີລະດັບວິຊາສະເພາະ ຕາມເງື່ອນໄຂ ແລະ ມາດຖານຂອງຕົນບັນຈຸເຂົ້າໃນອົງກອນ.
          ສຳລັບນັກສຶກສາ ມຊ ທີ່ຈະຈົບໃນສົກສຶກສາ 2012 - 2013 ນີ້ ມີທັງໝົດປະມານ 6.995 ຄົນ ຈາກ ຄະ ນະວິຊາຕ່າງໆ ໃນນັ້ນ ຫຼາຍກວ່າໝູ່ແມ່ນນັກສຶກສາຈາກຄະນະເສດຖະສາດ, ຮອງລົງມາກໍແມ່ນຄະນະ ວິສະວະກຳ ສາດໃນຂະນະທີ່ມີຈຳນວນນັກສຶກສາໜ້ອຍກວ່າໝູ່ແມ່ນຄະນະສະຖາປັດຕະຍະກຳສາດ.
           ການຈັດງານຕະຫຼາດນັດ ແຮງງານ ແລະ ສິນຄ້ານັກສຶກສາ ປີນີ້ ຍັງສືບຕໍ່ໄດ້ຮັບຄວາມສົນໃຈຈາກທັງບັນ ດາບໍລິສັດ ແລະ ນັກສຶກສາຕ່າງໆ ໂດຍສະເພາະແມ່ນນັກສຶກສາທີ່ກຳລັງຈະຈົບໃນມໍ່ໆນີ້ ແລະ ສິ່ງທີ່ໜ້າຈັບຕາເປັນພິ ເສດກວ່ານັ້ນ ກໍແມ່ນບັນຍາກາດໃນການພົບປະສອງຝ່າຍລະຫວ່າງນັກສຶກສາ ແລະ ຕົວແທນ ບໍລິສັດຕ່າງໆແມ່ນ ດຳເນີນໄປດ້ວຍຄວາມມິດຕະພາບ ແລະ ເປັນກັນເອງ ໃນຂະນະທີ່ຕ່າງຝ່າຍຕ່າງຄາດຫວັງໄວ້ວ່າຈະໄດ້ ຮັບຜົນປະ ໂຫຍດຈາກງານດັ່ງກ່າວ.
          ດັ່ງທ່ານ ນາງ ຢັງ ໜິງ ຮອງຜູ້ຈັດການ ພະແນກບໍລິຫານ ສັງລວມ ສັງກັດ ບໍລິສັດ ຊີໂນ - ອາກຣີ ໂປ ຕາສ ຈຳກັດ ກ່າວວ່າ: ເປັນຄັ້ງທຳອິດທີ່ທາງບໍລິສັດເຂົ້າ ຮ່ວມງານຕະຫຼາດນັດແຮງງານ ມັນເປັນໂອກາດ ແລະ ເປັນງານ ທີ່ດີສຳລັບບໍລິສັດ ໃນການທີ່ຈະເລືອກເຟັ້ນ ແລະ ຄັດເລືອກເອົາ ບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ມີລະດັບການສຶກສາທີ່ແນ່ນອນກັບສະຖາບັນການສຶກສາທີ່ໜ້າ ເຊື່ອຖື ແຫ່ງນີ້ ຫວັງວ່າ ທາງບໍລິສັດຈະໄດ້ເພື່ອນ ຮ່ວມງານຈາກການເຂົ້າຮ່ວມງານດັ່ງກ່າວ. ສຳລັບບໍລິສັດ ຊີໂນ - ອາກຣີ ໂປຕາສ ແລ້ວ ປັດຈຸບັນຕ້ອງການພະນັກ ງານ ທີ່ເຮັດວຽກເປັນຜູ້ແປພາສາຈີນ - ລາວ ແລະ ພະນັກງານທີ່ກ່ຽວຂ້ອງກັບວິທະຍາສາດສິ່ງແວດລ້ອມ ໂດຍທາງ ບໍລິສັດບໍ່ໄດ້ຈຳ ແນກພະ ນັກງານທີ່ມີປະສົບການ ຫຼື ຈົບ ມາໃໝ່ແຕ່ຢ່າງໃດຂໍພຽງແຕ່ເປັນຄົນດີ, ມີຄວາມຮູ້, ຄວາມສາມາດ, ພຽບພ້ອມໄປດ້ວຍຄຸນ ສົມບັດ, ມີມະນຸດສຳພັນ, ມີຄວາມໜັກແໜ້ນໃນການເຮັດວຽກ ແລະ ສາ ມາດເຮັດວຽກໄດ້ໃນໜ້າວຽກທີ່ຕົນເອງຮຽນຈົບມາພ້ອມທັງອອກວຽກໃນຕ່າງແຂວງໄດ້ທ່ານຍັງກ່າວອີກວ່າ: ຈາກ ການຮັບພະນັກງານເຂົ້າມາເຮັດວຽກກັບບໍລິສັດໃນໄລຍະຜ່ານມາເຫັນ ວ່ານັກສຶກສາລາວທຸກຄົນທີ່ຈົບມາໃໝ່ ລ້ວນແລ້ວແຕ່ມີຄວາມຮູ້, ຄວາມສາມາດ ແລະ ມີຄວາມຫ້າວຫັນໃນການເຮັດວຽກ ເຊິ່ງຂໍ້ນີ້ເປັນຂໍ້ທີ່ບໍລິສັດມີ ຄວາມຍ້ອງຍໍສັນລະເສີນເປັນພິເສດສຳລັບມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນການສຶກສາທີ່ຮັບຜິດ ຊອບໃນການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ອອກຮັບໃຊ້ສັງຄົມ.

No comments:

Post a Comment