Ad

Ad

14 June 2013

BCEL, LTC ແລະ ນ້ຳປະປາລາວຕົງລົງຮ່ວມໃຊ້ຜະລິດຕະພັນໃໝ່ຂອງ BCEL One



           ວັນທີ 13 ມິຖຸນານີ້ ຢູ່ແຮມໂຮມດອນຈັນພາເລດ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ (BCEL), ຮ່ວມ ກັບລາວ ໂທລະຄົມ(LTC) ແລະ ນ້ຳປະປາລາວ ໄດ້ຕົກ ລົງຮ່ວມໃຊ້ຜະລິດຕະພັນໃໝ່ຂອງທະ ນາຄານການຄ້າຕ່າງປະເທດລາວ (BCEL One) ເຊິ່ງມີການລົງນາມໃນບົດ ບັນທຶກດັ່ງກ່າວລະຫວ່າງ, ທ່ານ ວັນຄຳ ວໍລະວົງຜູ້ອຳນວຍໃຫຍ່ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທ່ານ ທອງໃສ ຊານໄຊຍະ ຜູ້ອຳນວຍການ ໃຫຍ່ ລາວ ໂທລະຄົມມະນາຄົມ, ທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອຳການໃຫຍ່ນ້ຳປະປາລາວ ໂດຍການເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ທັນສະໄໝ ກົມມະສິດລັດຖະມົນຕີຊ່ວຍ ວ່າການກະຊວງໄປສະນີໂທລະຄົມມະນາຄົມ ແລະ ສື່ສານ.
         ຄວາມທັນສະໄໝ, ວ່ອງ ໄວ ແລະ ປອດໄພໃນການຮ່ວມນຳ ໃຊ້ຜະລິດຕະພັນ ໃໝ່ຂອງທະນາ ຄານການຄ້າ ຕ່າງປະເທດລາວ (BCEL One)ວ່າ: BCEL One ເປັນໂປແກຣມທີຈະລວມເອົາການລິການ ເກືອບທຸກປະເພດ ທີ່ BCEL ມີຢູ່ລວມທັງການບໍລິ ການຊຳລະ ຄ່າບິນຕ່າງໆມາໄວ້ ເທິງໜ້າຈໍໂທລະສັບມືຖື Smart Phone ແລະ Computer ຂອງລູກ ຄ້າເພື່ອໃຫ້ເຂົາເຈົ້າສາມາດເຂົ້າ ເຖິງ ແລະ ນຳໃຊ້ການບໍລິ ການນີ້ ດ້ວຍຕົນເອງ ຢູ່ທຸກທີ່ທຸກ ເວລາ ເມື່ອມີການເຊື່ອມຕໍ່ເຂົ້າກັບອິນເຕີ ເນັດໃນນີ້ BCEL Oneຈະສາມາດ ໃຫ້ຄວາມສະ
ດວກຫຼາຍ ຢ່າງ ເຊັ່ນ: ກວດ ເບິ່ງການເຄື່ອນໄຫວ ແລະ ຍອດເງິນ ຂອງບັດ ATM ແລະ VISA,ເປີດຫຼືປິດການຊຳ ລະຄ່າ ສິນຄ້າ On line ຂອງ ບັດ VISA ດ້ວຍຕົນເອງ,ລ໊ອກບັດ ATM ແລະ VISA ດ້ວຍຕົນເອງ ໃນກໍລິນີບັດເສຍຫຼື ຖືກລັກ, ໂອນ ເງິນໄປຫາບັນ ຊີທີໄດ້ລົງທະບຽນ ໃນ BCEL One ນຳທະນາຄານ, ຈ່າຍຄ່າໃບບິນ ຕ່າງໆ ເຊັ່ນ:ໄຟ ຟ້າ ,ນ້ຳ ປະປາ ແລະ ໂທລະສັບ, ສຳລັບໂທລະ ສັບແມ່ນສາມາດຊຳລະໄດ້ທັງເບີລາຍເດືອນ ແລະ ເບີເຕີມເງິນ, ໃນໄລຍະ ຜ່ານມາ BCEL ໄດ້ຮັບຊຳລະໃບບິນຄ່າໄຟຟ້າ, ຄ່ານ້ຳ ແລະ ຄ່າໂທລະສັບ ຢູ່ຕ່າມເຄືອຂ່າຍ BCEL ເຊິ່ງໄດ້ ສ້າງ ຄວາມສະດວກໃຫ້ແກ່ລູກ ຄ້າກໍຄືສັງຄົມ ໄດ້ໃນລະດັບໜິ່ງ, ແຕ່ເພື່ອເຮັດ ໃຫ້ການບໍລິການຈ່າຍຄ່າບິນເຫຼົ່ານີ້ມີ ຄວາມທັນສະໄໝ, ວອງໄວແລະສະດວກຂື້ນ ກ່ວາເກົ່າ BCEL ໄດ້ມີແນວຄິດ ທີ່ຈະເຊື່ອມໂຍງ ລະບົນຂໍ້ມູນຂ່າວ ສານຂອງແຕ່ລະພາກສ່ວນເຂົ້າກັນ ແລະ ສາມາດຊຳລະຄ່າບິນ ຕ່າງໆໄດ້ດ້ວຍຕົວເອງຜ່ານລະບົບຂອງ BCEL ຈຶ່ງໄດ້ຄິດຄົ້ນຜະລິດຕະພັນໃໝ່ນີ້ຂື້ນມາເພື່ອຮັບໃຊ້ໃນສັງຄົມໃຫ້ທັນກັບຍຸກສະໄໝປັດຈຸບັນ.
            BCEL One ຈະຊ່ວຍເຮັດ ໃຫ້ການໃຊ້ບໍລິການທະນາຄານ ແລະ ຈ່າຍຄ່າໃບບິນຕ່າງໆຂອງລູກຄ້າ ກາຍ ເປັນສິ່ງທີ່ງ່າຍ ສຳລັບເຂົາເຈົ້າເຫັນໄດ້ວ່າໃນຍຸກນີ້ຫຼາຍໆຄົນບ່ໍຈຳເປັນເຂົ້າໄປຫາທະນາຄານ, ນ້ຳປະປາ , LTC ແລະ ໄຟຟ້າເພື່ອໃຊ້ບໍລິການດັ່ງ ແຕ່ກ່ອນອີກຊຶ່ງ BCEL One ສາ ມາດເຂົ້າເຖິງໄດ້ທຸກທີ່ທຸກເວລາ ແລະ ເຊື່ອວ່າແຕ່ລະ ວິສາຫະກິດ ລ້ວນແຕ່ມີຜະລິດຕະພັນ ແລະ ບໍລິ ການຂອງຕົນທີທັນສະໄໝຢູ່ແລ້ວ, ດັ່ງນັ້ນການຮ່ວມມີກັນໃນຄັ້ງ ນີ້ ຈະເຮັດໃຫ້ສິ່ງທີທັນສະໄໝຢູ່ແລ້ວຍິ່ງທັນສະໄໝຂື້ນ ແລະ ສະບາຍຍິ່ງໆຂຶ້ນ.

No comments:

Post a Comment