Ad

Ad

14 June 2013

ໄຂ້ເລືອດອອກຍັງສືບຕໍ່ລະບາດຮ້າຍແຮງໃນທົ່ວປະເທດ



         ພະຍາດໄຂ້ເລືອດອອກ ຍັງ ສືບຕໍ່ລະບາດຢ່າງຮ້າຍແຮງໃນ ຂອບເຂດທົ່ວປະເທດ ແລະ ເຮັດ ໃຫ້ມີຜູ້ເສຍ ຊີວິດເປັນຈຳນວນບໍ່ໜ້ອຍ ນັບຕັ້ງແຕ່ເດືອນພຶດສະພາເປັນຕົ້ນ ມາ, ຂະນະດຽວກັນກະຊວງສາທາລະນະສຸກກໍໄດ້ ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມ ທະວີຄວາມເປັນເຈົ້າການໃນ ການທຳລາຍແຫລ່ງທີ່ຢູ່ອາໄສຂອງຍຸງລາຍ.
        ກະຊວງສາທາລະນະສຸກ ໄດ້ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ປັດຈຸບັນຢູ່ທົ່ວປະ ເທດ ເຮົາມີຜູ້ຕິດເຊື້ອພະຍາດ ໄຂ້ເລືອດອອກທີ່ພວມຮັກສາປິ່ນປົວຢູ່ຕາມໂຮງໝໍ ຕ່າງໆນັບທັງ ສູນກາງ, ແຂວງ, ໂຮງໝໍເມືອງ ແລະ ສຸກສາລາ ຫລາຍກວ່າໝື່ນຄົນ, ມີຜູ້ເສຍຊີວິດ ແລ້ວ ເກືອບ 30 ຄົນ ໃນທົ່ວປະເທດ ແລະ ຕົວເລກທີ່ບໍ່ເພິງປາດຖະໜານີ້ ອາດເພີ່ມຂຶ້ນຢ່າງໄວ ວາຖ້າພວກເຮົາທຸກຄົນໃນສັງຄົມບໍ່ພ້ອມກັນສະກັດກັ້ນ ແລະ ທຳລາຍແຫລ່ງເພາະພັນ ຂອງຍຸງ ລາຍທີ່ເປັນພາຫະນຳເຊື້ອພະຍາດດັ່ງກ່າວ.
     ສຳລັບ ຢູ່ນະຄອນຫລວງວຽງ ຈັນ ຕົວເລກຜູ້ຕິດເຊື້ອໄຂ້ເລືອດ ອອກໄດ້ເພີ່ມຂຶ້ນເປັນໜຶ່ງພັນກວ່າ ຄົນ ແລະ ມີຜູ້ເສຍຊີວິດຢ່າງ ໜ້ອຍ 8 ຄົນ,ຢູ່ແຂວງຈຳປາສັກ ມີຜູ້ຕິດ ເຊື້ອຫລາຍກວ່າໜຶ່ງພັນຄົນແລ້ວ ແລະ ມີຜູ້ເສຍຊີວິດ 9 ຄົນ,ແຂວງ ຄຳມ່ວນມີຜູ້ຕິດເຊື້ອ
496 ຄົນ ແລະ ຢູ່ແຂວງອື່ນໆ ກໍມີຜູ້ຕິດເຊື້ອ ເປັນຈຳນວນຫລາຍ ແລະ ມີຜູ້ ເສຍ ຊີວິດເຊັ່ນກັນ ໂດຍກະຊວງ ສາທາລະນະສຸກຍອມ ຮັບວ່າປີນີ້ ການລະບາດຂອງພະຍາດດັ່ງກ່າວຮ້າຍແຮງກວ່າທຸກ ປີຜ່ານມາ. ດັ່ງນັ້ນ, ວິທີທີ່ດີສຸດສຳລັບການຊ່ວຍໃຫ້ພະຍາດດັ່ງກ່າວ ຫລຸດຜ່ອນລົງ ກໍຄື: ການທຳລາຍໜອນນ້ຳ ແລະ ແຫລ່ງເພາະພັນຂອງ ຍຸງລາຍ ເຊັ່ນ: ກະປອງ,ຢາງຕີນ ລົດເກົ່າ ຫລື ພະຊະນະທີ່ມີ ນຳ້ອັ່ງ ຂັງ,ສ່ວນນ້ຳໃຊ້ຢູ່ ອຸ, ແອ່ງ, ຟຸຍ, ຄວນໃຊ້ຝາປິດພາຊະນະດັ່ງກ່າວ ໃຫ້ແໜ້ນໜາດີ ເພື່ອບໍ່ໃຫ້ຍຸງລາຍມາວາງໄຂ່ໃສ່ໄດ້ ແລະ ຄວນມີການ ປ່ຽນນ້ຳຢູ່ໃນພາຊະນະດັ່ງກ່າວເປັນປະຈຳ ເພື່ອບໍ່ໃຫ້ໜອນຍຸງລາຍມີໂອກາດເຕີບໂຕເປັນຕົວຍຸງຄຽງຄູ່ກັນນັ້ນການ ຈັດຂະບວນອານາໄມສິ່ງແວດລ້ອມ ແລະ ເຮືອນຊານບ້ານຊ່ອງ ເພື່ອທຳລາຍແຫລ່ງເພາະພັນຂອງຍຸງລາຍ ກໍມີ ຄວາມຈຳເປັນ ເພາະຈະ ເຮັດໃຫ້ຈຳນວນຍຸງຫລຸດຜ່ອນລົງ ແລະ ສິ່ງສຳຄັນການນອນເວັນ ຫລື ກາງຄືນກໍຄວນ ນອນໃນມຸ້ງເພື່ອບໍ່ໃຫ້ຍຸງລາຍ ກັດໄດ້ເຊິ່ງຖ້າທົ່ວສັງຄົມເຮັດໄດ້ຄືແນວນີ້ ເຊື່ອແນ່ວ່າການລະບາດຂອງໄຂ້ເລືອດອອກ ຈະຫລຸດລົງຢ່າງໄດ້ຮັບຜົນ.

No comments:

Post a Comment