Ad

Ad

7 June 2013

ສະພາແຫ່ງຊາດຫາລືກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5



         ໃນລະຫວ່າງວັນທີ 5-8 ມິ ຖຸນາ 2013 ນີ້, ສະພາແຫ່ງຊາດ ໄດ້ຈັດກອງປະ ຊຸມສຳມະນາ ກາງສະໄໝ ເພື່ອຍົກສູງ ຄຸນນະພາບເນື້ອກະກຽມໃຫ້ແກ່ກອງ ປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VII ຂຶ້ນທີ່ທ່າລາດ ແຂວງ ວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ດຣ. ໄຊສົມພອນ ພົມວິຫານ ກຳມະການສູນ ກາງພັກ, ຮອງປະ ທານສະພາແຫ່ງ ຊາດ, ມີບັນດາປະທານ, ຮອງປະທານກຳມາ ທິການ, ບັນດາປະທານ, ຮອງປະທານ ຄະນະສະມາຊິກ ສະພາແຫ່ງຊາດ (ສສຊ) ແຕ່ລະເຂດເລືອກຕັ້ງ, ບັນດາລັດຖະມົນຕີຊ່ວຍວ່າການກະຊວງທີ່ ກ່ຽວ ຂ້ອງ ແລະ ບັນດາຫົວໜ້າ, ຮອງຫົວໜ້າກົມ ແລະ ວິຊາການອ້ອມຂ້າງສະພາເຂົ້າຮ່ວມຈຳນວນ 216 ທ່ານ.
           ກອງປະຊຸມຄັ້ງນີ້ ໄດ້ເສີມຂະຫຍາຍສິດປະຊາທິປະໄຕ ແລະ ຄວາມຮັບຜິດຊອບທາງດ້ານການເມືອງ ໃນການປະ ກອບຄຳ ຄິດຄຳເຫັນໃສ່ບັນດາເນື້ອໃນສຳ ຄັນຂອງເອກະສານທີ່ຈະນຳເຂົ້າ ພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງ ຊາດຊຸດທີ VII ທີ່ຈະໄຂຂຶ້ນ ໃນ ຕົ້ນເດືອນກໍລະກົດ 2013 ໃຫ້ເລິກ ເຊິ່ງ ແລະ ມີຄວາມເປັນເອກະພາບສູງ ບົນພື້ນຖານແນວທາງຂອງພັກ, ນະໂຍບາຍຂອງລັດ ແລະ ສະພາບຄວາມເປັນຈິງຂອງປະເທດຊາດເຮົາໃຫ້ສາມາດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນຜົນປະໂຫຍດລວມຂອງປະເທດຊາດ.   
    
            ກອງປະຊຸມ ໄດ້ຮັບຟັງ ບົດລາຍງານແຜນພັດທະນາເສດ ຖະກິດ-ສັງຄົມ ແລະ ແຜນງົບປະ ມານແຫ່ງລັດ ປະຈ ຳສົກປີ 2013- 2014; ບົດສະຫລຸບຂາດຕົວການ ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ສົກປີ 2010-2011; ແຜນ ນະ ໂຍບາຍທີ່ດິນແຫ່ງຊາດ; ບັນ ດາຮ່າງກົດໝາຍສ້າງໃໝ່ ຈຳ ນວນ 3 ສະບັບຄື ກົດໝາຍວ່າ ດ້ວຍວິທະຍາສາດ ແລະ ເຕັກໂນ ໂລຊີ, ກົດໝາຍວ່າດ້ວຍການປະ ກັນສັງຄົມ ແລະ ກົດໝາຍວ່າ ດ້ວຍສະຫະພັນແມ່ ຍິງລາວ. ພ້ອມນີ້, ກອງປະຊຸມ ຍັງໄດ້ສະ ເໜີປັບປຸງເນື້ອໃນບາງມາດຕາຂອງກົດໝາຍປະກາດໃຊ້ແລ້ວຈຳນວນ 4 ສະບັບຄື ກົດໝາຍ ວ່າດ້ວຍ ອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍອາຫານ ແລະ ກົດໝາຍວ່າດ້ວຍການທ່ອງທ່ຽວ.          
            ໃນໂອກາດນີ້, ທ່ານ ດຣ. ໄຊສົມພອນ ພົມວິຫານ ໄດ້ກ່າວ ຕໍ່ກອງປະຊຸມວ່າ: ເພື່ອຮັບປະກັນ ເຮັດໃຫ້ການຄົ້ນ ຄວ້າ ແລະ ພິຈາ ລະນາບັນຫາສຳຄັນຕ່າງໆ ໃນ ກອງປະຊຸມສະໄໝສາມັນທີ່ຈະ ມາເຖິງນີ້ ໃຫ້ມີປະສິດທິຜົນ ແລະ ເຊື່ອໝັ້ນ ວ່າ: ບັນດາເນື້ອໃນທີ່ໄດ້ ປຶກສາຫາລືກັນ ໃນກອງປະຊຸມ ສຳມະນາຄັ້ງນີ້ ຈະເປັນປະໂຫຍດ ໃຫ້ແກ່ບັນດາທ່ານ ສສຊ ໄດ້ນຳ ໄປເປັນບ່ອນອີງໃນການຄົ້ນຄວ້າ ພິຈາລະນາຕົກລົງຮັບຮອງເອົາ ບັນຫາສຳຄັນດັ່ງກ່າວ, ພ້ອມນີ້ ບັນດາວິຊາການກໍຈະໄດ້ເປັນ ບ່ອນອີງໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນ-ຂ່າວສານ ໃຫ້ແກ່ ການນຳ ໃຫ້ມີຄວາມສອດ ຄ່ອງ ຈະແຈ້ງຫລາຍຂຶ້ນ. ໃນຖານະທີ່ສະພາແຫ່ງຊາດເປັນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນບັນ ດາເຜົ່າ ກໍຄືບັນດາ ທ່ານ ສສຊ ຈະ ໄດ້ນຳເອົາເນື້ອໃນຈິດໃຈຂອງ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VII ໄປເຜີຍ ແຜ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຊື່ອມຊຶມຢ່າງກວ້າງຂວາງຕື່ມອີກ.

No comments:

Post a Comment