Ad

Ad

7 June 2013

ທ່ານຮອງນາຍົກລັດຖະມົນຕີ ດຣ ທອງລຸນ ສີສຸລິດ ພົບປະທ່ານ ໂຣລານ ຟາບຸດ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດຝຣັ່ງ


             ໃນວັນທີ 5 ມິຖຸນາ 2013, ທ່ານ ດຣ. ທອງລຸນ ສີສຸລິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງ ການຕ່າງປະ ເທດ ໄດ້ເດີນທາງມາເຖິງນະ ຄອນຫລວງປາຣີ ແລະ ໄດ້ເຂົ້າ ພົບປະທາງການກັບ ທ່ານ ໂຣ ລານ ຟາບຸດ ລັດຖະ ມົນຕີວ່າ ການ ກະຊວງການ ຕ່າງປະເທດ ຝຣັ່ງ ທີ່ກະຊວງການຕ່າງປະ ເທດ. ໃນໂອກາດພົບປະດັ່ງກ່າວ ນີ້, ທັງສອງຝ່າຍໄດ້ ທົບທວນຄືນ ເຖິງການພົວພັນ-ຮ່ວມມືທີ່ມີລັກ ສະນະປະຫວັດສາດ ລະຫວ່າງ ສອງປະເທດ ລະຫວ່າງລາວ- ຝຣັ່ງ. ທ່ານ ຮອງນາຍົກລັດຖະມົນ ຕີ ດຣ. ທອງລຸນ ສີສຸລິດ ໄດ້ສະ ແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຝຣັ່ງທີ່ໃຫ້ການ ຊ່ວຍເຫລືອໃນຫລາຍໆໂຄງການ ອັນເປັນການປະກອບສ່ວນໃນ ການສ້າງສາພັດທະນາເສດຖະກິດຂອງລາວ ຊຶ່ງໃນນັ້ນອັນ ພົ້ນເດັ່ນແມ່ນການປະກອບສ່ວນ ສ້າງໂຄງການນ້ຳເທີນສອງ,ການ ພັດທະນາຊົນນະບົດ, ການກໍ່ສ້າງໂຄງຮ່າງ, ການສົ່ງເສີມ ການຮ່ວມ ມືໃນລະດັບທ້ອງຖິ່ນ ກໍ່ຄືການ ໃຫ້ທຶນຮຽນພາສາຝຣັ່ງ ຢູ່ ສປປ ລາວ. ສອງຝ່າຍເຫັນດີເປັນເອກະ ພາບນຳກັນ ຈະໃຫ້ມີການແລກ ປ່ຽນການຢ້ຽມຢາມຂອງຜູ້ແທນ ຂັ້ນສູງສຸດ ເຊິ່ງກັນ ແລະ ກັນໃນ ອະນາຄົດ ເພື່ອເປັນການເພີ່ມທະ ວີສາຍພົວພັນມິດຕະພາບລາວ- ຝຮັ່ງ. ທ່ານ ໂຣລານ ຟາບຸດ ໄດ້ ສະແດງຄວາມຂອບໃຈເປັນ ຢ່າງສູງເຊັ່ນດຽວກັນຕໍ່ການຮັບ ຕ້ອນ ອັນສົມກຽດ ແລະ ສະຫງ່າງາມ ຂອງລັດຖະບານ ສປປ ລາວ ຕໍ່ ຄະນະຜູ້ແທນສູງສຸດຂອງ ຝຣັ່ງ ນຳໂດຍປະທານາທິ ບໍດີຝຣັງຊົວ ໂຮນລັງ ໃນໂອກາດເດີນທາງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາເຊັມ 9 ທີ່ນະຄອນຫລວງວຽງຈັນໃນປີຜ່ານມາ. ການເຂົ້າຮ່ວມ ກອງປະຊຸມຄັ້ງນັ້ນ ໄດ້ເປັນຜົນ ດີໃຫ້ແກ່ການລົງ ທຶນຂອງຝຣັ່ງຢູ່ ສປປ ລາວ ກໍຄືສາຍພົວພັນມິດຕະພາບລະ ຫວ່າງສອງປະເທດ.

No comments:

Post a Comment