ນັກສຶກສາ 786 ຄົນ ທີ່ຈົບ ການສຶກສາຈາກວິທະຍາໄລຄູ ດົງຄຳຊ້າງ,
ນະຄອນຫຼວງວຽງ ຈັນໃນສົກ 2012 - 2013 ກຽມ
ອອກຮັບໃຊ້ສັງຄົມ, ໂດຍພິທີ ມອບໃບປະກາສະນິຍະບັດ ໃຫ້ບັນ ດິດໃໝ່ດັ່ງກ່າວ ມີຂຶ້ນໃນວັນທີ
17 ມິຖຸນານີ້ ຢູ່ວິທະຍາໄລດັ່ງກ່າວ ໂດຍເປັນກຽດມອບຂອງທ່ານ ຮຈ.ດຣ ກອງສີ ແສງ ມະນີ ລັດຖະມົນຕີຊ່ວຍວ່າການກະຊວງ
ສຶກສາທິການ ແລະ ກິລາ, ມີທ່ານ ສີພອນ ວັນນະລາດ ຮອງຜູ້ ອຳນວຍການວິທະຍາໄລດົງຄຳຊ້າງ,ຜູ້ຊີ້ນຳວຽກງານວິຊາການ,
ພະນັກ ງານຄູ, ອາຈານ, ນັກຮຽນນັກສຶກ ສາ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.
ທ່ານຮອງຜູ້ອຳນວຍການວິ
ທະຍາໄລດົງຄຳຊ້າງກ່າວວ່າ: ວິທະຍາໄລຄູດົງຄຳຊ້າງ ແມ່ນ 1 ໃນ 8 ແຫ່ງຂອງສະຖາບັນສ້າງຄູທົ່ວປະເທດທີ່ໄດ້ດຳເນີນພາລະ
ບົດບາດໃນການກໍ່ສ້າງ ແລະ ພັດ ທະນາຊັບພະ ຍາກອນມະນຸດໃນ ຂະແໜງການສຶກສາຫຼາຍລະບົບເຊັ່ນ:
11+3,11+2,9+3 ແລະ ລະ ບົບເລັ່ງລັດ 30 ອາທິດ, ສາຍຄູ ອະນຸບານລະ ບົບ 9+3, 12+2, 12+4,
ສາຍຄູປະຖົມລະບົບ 12+2 ຄູມັດທະຍົມຕົ້ນ ສາຍ: ຄະ ນິດສາດ, ວິທະຍາສາດທຳມະຊາດ,
ວິທະຍາສາດ ສັງຄົມ,
ສາຍພາສາລາວ - ວັນນະຄະດີ, ສາຍ ພາສາອັງກິດ ແລະ ລະບົບ 11+3
ພາສາອັງກິດພາກຄ່ຳ ແລະ ອື່ນໆ ສຳລັບນັກສຶກສາທີ່ຈົບໃນປີນີ້ ມີ ທັງ ໝົດ 786 ຄົນ
ຈາກສາຍຄູອະນຸບານ ແລະ ປະຖົມ, ໃນນັ້ນເປັນ ຍິງ 615 ຄົນ.
ສຳລັບການສຶກສາທີ່ໃຊ້ເຂົ້າ
ໃນການພັດທະນາບຸກຄະລາ ກອນດັ່ງກ່າວແມ່ນຕາມຫຼັກສູດ ທີ່ທາງກະ ຊວງສຶກສາທິການ ແລະ ກິລາວາງອອກ ເຊິ່ງນັກສຶກສາທຸກຄົນແມ່ນມີແນວຄິດອຸ່ນອ່ຽນທຸ່ນທ່ຽງ
ເຊື່ອ ໝັ້ນ ຕໍ່ການນຳພາຂອງພັກ - ລັດ, ມີຄວາມຫ້າວຫັນໃນການຄົ້ນຄວ້າຮ່ຳ ຮຽນ,
ມີຄວາມສາມັກຄີ ແລະ ສາ ມາດປະຕິບັດກິດຈະກຳຕ່າງໆເປັນຕົ້ນ: ກິດຈະກຳການຮຽນ - ການສອນ,
ການອອກແຮງງານ, ກິລາກາ ຍະກຳ, ສີລະປະ - ວັນ ນະຄະດີ ແລະ ວຽກງານຂະບວນ ການອື່ນໆ...
ຜ່ານການປະຕິບັດກິດຈະກຳດັ່ງ ກ່າວໃນສົກປີ 2012 - 2013 ນີ້, ມີນັກສຶກ ສາຫຼາຍຄົນທີ່
ໄດ້ຖືກຮັບເຂົ້າເປັນສະມາຊິກອົງການຈັດຕັ້ງ ຕ່າງໆເປັນຈຳນວນຫຼວງຫຼາຍ ແລະ ນັກສຶກສາທຸກ
ຄົນລ້ວນແລ້ວແຕ່ໄດ້ຜ່ານເກນການ ຕີລາຄາທຸກຂັ້ນ ຕອນຢ່າງ ຖືກຕ້ອງຕາມລຳດັບເຊັ່ນ: ເຂົ້າຮ່ວມຮຽນ,
ກິດຈະກຳບຸກຄົນ, ກິດຈະກຳກຸ່ມ, ສອບເສັງຍ່ອຍ, ສອບເສັງກາງພາກ ແລະ ທ້າຍພາກ. ນອກນີ້,
ນັກສຶກສາຄູໃນ ວິທະຍາໄລດັ່ງກ່າວລ້ວນແລ້ວ ແຕ່ໄດ້ຜ່ານ ຫຼັກສູດການສຶກສາສາຍສາມັນເຊັ່ນ:ການເຝິກປະສົບການ
ແລະ ການລົງເຝິກຫັດວິຊາ ຊີບຄູຕາມໂຮງ ຮຽນສາມັນສຶກ ສາແຫ່ງຕ່າງໆ. ສະນັ້ນ, ພາຍຫຼັງ
ເຂົາເຈົ້າຮັບປະກາສະນິຍະບັດ ແລ້ວແມ່ນພ້ອມທີ່ຈະ ອອກຮັບໃຊ້ສັງຄົມຕາມສາຂາວິຊາຕ່າງໆທີ່ເຂົາເຈົ້າຮຽນມາດັ່ງນັ້ນ
ຈຶ່ງເຊື່ອວ່ານັກສຶກສາດັ່ງກ່າວຈະເປັນ ກຳລັງອັນສຳຄັນເຂົ້າໃນການພັດທະນາ ປະເທດຊາດກໍຄືການເປັນຜູ້ສືບທອດກໍ່ສ້າງ
ແລະ ພັດທະນາຊັບ ພະຍາກອນມະນຸດລາວໃນຮຸ່ນຕໍ່ໆໄປ.

No comments:
Post a Comment