ຫລາຍທ່ານອາດຈະບໍ່ທັນ
ຄຸ້ນເຄີຍຫຼືຮູ້ຈັກອົງການອີໂຕບ (EATOF) ເຊິ່ງອົງການນີ້ມີຊື່ ເຕັມ ແມ່ນເວທີປຶກສາຫາລືດ້ານ
ທ່ອງທ່ຽວຂອງ ບັນດາປະຊາຊາດໃນອາຊີຕາເວັນອອກ(East Asia Inter-Regional-Torum).
ອົງການອີໂຕບນີ້ໄດ້ມີການ
ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢູ່ ທ່າມກາງອິດທິພົນໃນຂົງເຂດ ພາກພື້ນ ຂອງອົງການຈັດຕັ້ງການທ່ອງທ່ຽວ ຢູ່ໃນອາ ຊີຕາເວັນອອກສ່ຽງໃຕ້ນັບແຕ່ປີ
2007 ເປັນ ຕົ້ນມາເຊິ່ງຈຸດ ເລີ່ມຕົ້ນແມ່ນຢູ່ແຂວງກັງວອນ ສ.ເກົາຫຼີໃຕ້ ແລະ
ມາຮອດປັດຈຸບັນນີ້ ມີ 12 ປະເທດ ໄດ້ເຂົ້າເປັນສະ ມາຊິກດັ່ງກ່າວຄື ປະເທດຟີລິບປິນ
(ແຂວງຊີບູ): ໄທ (ຊຽງໃໝ່), ຈີນ (ຈີ່ລິນ), ສປປ.ລາວ (ຫລວງພະ ບາງ), ລັດເຊຍ
(ພຼີມໍສະກີ), ຫວຽດນາມ (ກວາງນິ່ງ), ມາເລ ເຊຍ (ຊະລາວັກ), ກຳປູເຈຍ (ສຽມລຽບ), ຍີ່ປຸ່ນ
(ໂຕດໂຕລີ), ມົງໂກລີ (ຕູວີ) ແລະ ອິນໂດເນ ເຊຍ (ແຂວງໂຢ ກີຢາກາຕາ). ຈຸດປະສົງໃນການຈັດຕັ້ງ
ອົງການນີ້ຂຶ້ນມາກໍເພື່ອເລັ່ງໃສປຶກສາຫາລືແລກປ່ຽນບົດຮຽນ ແລະ ສົ່ງເສີມ
ວຽກງານທ່ອງທ່ຽວລະຫວ່າງ ປະເທດສະມາຊິກດ້ວຍກັນ. ດ້ວຍເຫດນີ້ຈິ່ງເຮັດໃຫ້ວຽກງານທ່ອງທ່ຽວຂອງແຕ່ລະປະເທດສະມາຊິກ
ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ. ສຳລັບປະເທດເຮົາໄດ້ ເລືອກເອົາແຂວງຫລວງພະບາງເມືອງມໍລະ
ດົກໂລກແຫ່ງທຳອິດ ເຂົ້າເປັນສະມາຊີກຂອງອົງການນນີ້ໃນປີ 2009. ແຕ່ລະປີ,
ບັນ
ດາປະເທດສະມາ ຊິກກໍໄດ້ຜັດປ່ຽນກັນເປັນເຈົ້າພາບຈັດກອງ ປະຊຸມເພື່ອປຶກສາຫາລືຊອກຊ່ອງທາງໃນການພັດທະນາທາງດ້ານການທ່ອງທ່ຽວ,
ເຊິ່ງປີ ຜ່ານມາ, ປະເທດກຳປູເຈຍເປັນ ເຈົ້າພາບເຊິ່ງເປັນຄັ້ງທີ 12 ໂດຍ ໄດ້ມີມະຕິ ຕົກລົງກັນພັດທະນາການທ່ອງທ່ຽວໃຫ້ເປັນ
“ສີຂຽວ” ສ້າງລະ ບຽບການສະເພາະກ່ຽວກັບເງິນກອງທຶນ ຊ່ວຍເຫລືອປະເທດທີ່ໄດ້ຮັບເຄາະຮ້າຍທີ່ອາດເກີດຂຶ້ນຈາກໄພທຳມະຊາດ,
ໄພ ພິບັດ ແລະ ອື່ນໆ. ມາ ຮອດປີ 2013 ນີ້, ປະເທດລາວເຮົາຈະໄດ້ຮັບກຽດເປັນເຈົ້າພາບຈັດກອງ
ປະຊຸມດັ່ງກ່າວຄັ້ງທີ 13 ໃນ ເດືອນຕຸລານີ້ ເຊິ່ງກອງປະຊຸມຈະ ຈັດຂຶ້ນຢູ່ແຂວງຫລວງພະບາງ.
No comments:
Post a Comment