Ad

Ad

17 June 2013

ອົງປະກອບປະກັນສັງຄົມເຊັນສັນຍາກັບໂຮງຫມໍ 14 ແຫ່ງ ເພື່ອໃຫ້ສັງຄົມເຂົ້າເຖິງການປິ່ນປົວສະດວກຂຶ້ນ



         ການເຊັນສັນຍາຮ່ວມມື ບໍລິການດ້ານການແພດລະຫວ່າງອົງການປະກັນ ສັງຄົມ ກັບໂຮງໝໍ 14 ແຫ່ງໃນທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 13 ມີຖຸນານີ້ ຢູ່ ແຂວງຄຳມ່ວນລະຫວ່າງ ທ່ານ ປະສົງ ວົງຄຳຈັນ ຜູ້ອຳນວການອົງການປະ ກັນສັງ ຄົມ ( ອປສ ) ກັບ ທ່ານ ຜູ້ອຳນວຍການໂຮງໝໍມະໂຫສົດ, ໂຮງໝໍເຊດຖາ ທິຣາດ, ໂຮງໝໍມິດຕະພາບ, ໂຮງໝໍມາເຣຍເຕເຣຊາ,ໂຮງໝໍເມືອງວັງວຽງ, ໂຮງໝໍໄຊຍະບູລີ, ໂຮງໝໍຊຽງ ຂວາງ, ໂຮງໝໍບໍ່ແກ້ວ, ໂຮງໝໍຫລວງພະບາງ, ໂຮງໝໍບໍລິຄຳ ໄຊ, ໂຮງໝໍຄຳມ່ວນ, ໂຮງໝໍສະຫວັນນະ ເຂດ ແລະ ໂຮງໝໍສາລະວັນ ໂດຍການເຂົ້າຮ່ວມ ເປັນສັກຂີພະຍານຂອງ ທ່ານ  ບຸນຄົງ ຫລ້າສຸກັນ ປະ ທານສະພາບໍລິຫານ ອປສ, ທ່ານ ດຣ. ຈັນພົມມາ ວົງສຳພັນ ປະທານສະ ພາການແພດ ອປສ ພ້ອມບັນ ດາພາກສ່ວນກຽວຂ້ອງ.   
    
           ການລົງນາມໃນສັນຍາຄັ້ງນີ້  ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດລະບົບປະກັນສຸຂະ ພາບ ແບບມອບເໝົາ ອປສ, ການຈ່າຍເງິນມອບເໝົາການບໍລິການທາງດ້ານການແພດໃຫ້ແກ່ຜູ້ເກີດສິດທີ່ຢູ່ພາຍໃຕ້ການຄຸ້ມຄອງອົງການປະກັນ ສັງຄົມ, ການຈ່າຍເງິນຂອງອົງການປະກັນສັງຄົມໃຫ້ໂຮງໝໍຄູ່ສັນຍາ ແລະ ການໃຫ້ການບໍລິການ.         
        ປະຈຸບັນການປະຕິບັດວຽກງານປະກັນສຸຂະພາບ ອປສ, ອປລ, ປະກັນສຸຂະພາບຊຸມຊົນ ແລະ ກອງທຶນ ຊ່ວຍເຫລືອຜູ້ ທຸກຍາກ ໄດ້ລວມເຂົ້າເປັນລະບົບດຽວ ເພື່ອຄວາມເປັນເອກະພາບໃນການປິ່ນ ປົວໃນອະນາຄົດ ໂດຍສະເພາະລັດຖະບານໄດ້ ໃຫ້ຄວາມ ສຳຄັນ ແລະ ໄດ້ເອົາໃຈໃສ່ ຊຶ່ງກຳນົດໄວ້ໃນ ມະຕິ 09 ກອງປ ຊຸມໃຫ່ຍຂອງພັກ ແລະ ແຜນພັດທະນາເສດຖະ ກິດສັງຄົມແຫ່ງ ຊາດຄັ້ງທີ VIIເປົ້າໝາຍເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ປະຊາຊົນລາວບັນດາເຜົ່າໃນການເຂົ້າເຖິງ ການບໍລິການ ປິ່ນປົວເພ່ືອໃຫ້ໝົດທຸກຄົນມີສຸຂະພາບແຂງແຮງ.

No comments:

Post a Comment