Ad

Ad

17 June 2013

ຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ( ໄລຍະ 3 )



          ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າ ສໍາລັບຜູ້ໄດ້ຮັບຜົນກະທົບ ຈາກລະເບີດບໍ່ທັນ ແຕກຢູ່ ແຂວງຊຽງ ຂວາງ ໄລຍະ 3 ເປັນ ຈໍານວນເງິນ 296.975 ໂດລາສະຫະລັດ ໂດຍ ຜ່ານອົງການ AAR ປະເທດຍີ່ປຸ່ນ​ໂດຍພິທີ ເຊັນສັນຍາຊ່ວຍ ເຫຼືອດັ່ງ ກ່າວ​ມີຂື້ນ ໃນ ວັນທີ 13 ມິຖຸນານີ້ຢູ່ສະຖານທູດ ຍີ່ປຸ່ນ ປະຈໍາ ລາວ ລະ ຫວ່າງທ່ານນາງ ຈຸນ ໂກະ ໂຢໂກຕະ ເອກ ອັກຄະລາຊະທູດຍີ່ປຸ່ນ ປະຈໍາ ລາວ ແລະ ທ່ານ ນາງ ໂນລິໂກະ ອັນໂດະ ຫົວໜ້າ ອົງການ ໂຄງການ AAR ປະຈໍາລາວ ​ແລະ ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັສັກຂີພະຍານ.        
          ໂຄງການນີ້ຈະດໍາເນີນໄປ ຈົນເຖີງ ເດືອນມິຖຸນາ ປີ 2014, ​ເພື່ອຊ່ວຍເຫຼືອດ້ານການຝຶກອົບ ຮົມ ທາງການແພດ ໃຫ້ແກ່ພະນັກງານທີ່ຢູ່ໂຮງໝໍ, ສຸກສາລາ ແລະ ອາສາສະໝັກຂອງເມືອງ ໜອງ ແຮດ ແລະ ເມືອງຄູນແຂວງຊຽງຂວາງ. ໂຄງການນີ້ຈະຊ່ວຍສ້າງ ຂີດຄວາມ ສາມາດ ແລະ ທັກສະກ່ຽວກັບວິທີການ ປິ່ນປົວເຫຍື່ອຜູ້ເຄາະຮ້າຍທີ່ໄດ້ຮັບຜົນກະທົບ
ຈາກລະເບີດບໍ່ທັນແຕກ. ນອກຈາກນີ້ຍັງສະໜອງອຸປະ ກອນການແພດທີ່ຈໍາເປັນໃຫ້ແກ່ໂຮງໝໍ ໃນ 6 ເມືອງ, ລວມໄປເຖິງ ເມືອງທີ່ອົງການ AAR ເຄີຍໄດ້ ໃຫ້ ການຊ່ວຍເຫຼືອໂຄງການໄລ ຍະ 1 ແລະ 2 ໄປແລ້ວ ເຊິ່ງມີມູນ ຄ່າ 574,530 ໂດລາສະ ຫະລັດ. ໃນໄລ ຍະຜ່ານມາໄດ້ໃຫ້ການຊ່ວຍເຫຼືອດ້ານການຝຶກອົບຮົມແກ່ອາສາສະໝັກບ້ານແລ້ວຈໍານວນ 385 ຄົນ ແລະ ພະນັກງານ ຢູ່ສຸກສາລາຈໍານວນ 68 ຄົນ. ນອກນັ້ນຍັງຊ່ວຍອົບຮົມດ້ານ ການປະຖົມພະຍາບານຂັ້ນຕົ້ນ, ວິທີການນໍາສົ່ງຄົນ ເຈັບໄປໂຮງ ໝໍ, ມອບຊຸດອຸປະກອນການປະຖົມພະຍາບານເບື້ອງຕົ້ນ, ອຸປະກອນ ການສອນ ແລະ ແຜ່ນໂສະນາເພື່ອໃຫ້ ປະຊາຊົນຮັບຮູ້ເຖິງ ຄວາມອັນຕະລາຍຂອງລະເບີດບໍ່ທັນແຕກອີກດ້ວຍ.      
            ອົງການ AAR ໄດ້ສະໜັບ ສະໜູນການຜະລິດລໍ້ເລື່ອນຄົນ ພິການ ແລະ ສົ່ງເສີມການມີສ່ວນ ຮ່ວມຂອງຄົນພິ ການໃນສັງຄົມຢູ່ ລາວ ແຕ່ປີ 2000 ເປັນຕົ້ນມາ. ນັບແຕ່ເດືອນກັນຍາ ປີ 2010 AAR ໄດ້ໃຫ້ການຊ່ວຍເຫຼືອແກ່ເຫຍື່ອ ຜູ້ເຄາະຮ້າຍທີ່ໄດ້ຮັບບາດເຈັບຈາກລະເບີດບໍ່ທັນແຕກຢູ່ແຂວງຊຽງຂວາງເຊິ່ງເປັນແຂວງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ທີ່ສຸດຂອງລາວ.    
            ລັດຖະບານຍີ່ປຸ່ນໄດ້ໃຫ້ ການຊ່ວຍເຫຼືອຂະ ແໜງເກັບກູ້ ລະເບີດບໍ່ທັນແຕກມາແຕ່ປີ 1999, ແລະ ມີມູນຄ່າການຊ່ວຍເຫຼືອສູງ ເຖິງ 20 ລ້ານໂດລາສະຫະລັດ ໂດຍຜ່ານໂຄງການເກັບກູ້ລະເບີດບໍ່ ທັນແຕກຕ່າງໆ ແລະ ລວມເຖິງການໃຫ້ການຊ່ວຍເຫຼືອ ແລະ ປິ່ນປົວຜູ້ທີ່ລອດຊີວິດ.

No comments:

Post a Comment