Ad

Ad

17 June 2013

ບປລ ຈັດ​ກອງ​ປະຊຸມຮ່ວມ​ກັບ​ຕົວ​ແທນ​ຈຳໜ່າຍທົ່ວ​ປະ​ເທດປະຈຳປີ 2013



          ກອງ​ປະຊຸມ​ຕົວ​ແທນ ບປລ ທົ່ວ​ປະ​ເທດ ປະຈຳ​ປີ 2013 ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ 13 -14 ມິຖຸນານີ້ ຢູ່ ນະຄອນຫຼວງວຽງຈັນ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ກິ ອາ​ໂປ​ວີ ແລະ ທ່ານ ຫໍລະດີ ວໍລະ​ຣາດ ຄະ ນະ​ອຳ​ນວຍ​ການ ບໍລິສັດ ອາ​ລິ​ອັນ ປະກັນ​ໄພ​ລາວ ​ໂດຍ​ມີ​ຕົວ​ແທນ​ພະນັກງານ​ ບປລ ຈາກ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ. ເພື່ອ​ສະຫຼຸບຕີ​ລາຄາ​ຜົນງານ​ຕ່າງໆ ທີ່​ບັນດາ​ຕົວ​ແທນ​ບໍລິສັດ​ປະກັນ​ໄພ​ແຫ່ງ​ປະ​ເທດ​ລາວ​ສ້າງ​ໄດ້​ໃນ​ປີຜ່ານມາ ​ແລະ ​ເພື່ອຖອດ​ຖອນບົດຮຽນດັ່ງ​ກ່າວລະຫວ່າງ​ພະນັກງານ​ວິຊາ ການ ແລະ ຕົວ​ແທນ​ກ່ຽວກັບ​ຂໍ້​ສະດວກ ​ແລະ ຂໍ້​ຫຍຸ້ງຍາກ​ໃນ​ຂອດ​ການ​ປະຕິບັດ​ງານ ແລະ ການ​ບໍລິການ​ປະກັນ​ໄພ​ໃນ​ໄລຍະ​ຜ່ານ​ມາ ​ເພື່ອ​ປັບປຸງ​ຂອດ​ບໍລິການ​ຂອງ​ທຸ​ລະ​ກິດ​ປະ​ກັນ​ໄພ​​ໃຫ້ມີ​ການ​ພັດທະນາດີ​ຂຶ້ນຢ່າງ​ຕັ້ງໜ້າ. ພ້ອມ​ນັ້ນ​ຄະນະ​ອຳນວຍ​ການ​ກໍ​ໄດ້​​ແຈ້ງ​ຜົນ​ໄດ້​ຮັບ​ໃນ​ໄຕ​ມາດ​ທີ 1 ຂອງປີ 2013 ພອ້ມດວ້ຍ​ຍຸດ​ທະ​ສາດ ​ແລະ ​ໂຄງ​ການ​ຕ່າງໆ ເພື່ອຊ່ວຍ​ໃຫ້​ຕົວ​ແທນ​ບັນລຸ​ເປົ້າໝາຍຂາຍ​ໃນ​ທ້າຍ​ປີ 2013 ນີ້ທີ່​ໄດ້​ວາງ​ໄວ້.

         ກອງ​ປະຊຸມ​ສຳ​ມະ​ນາຄັ້ງ ນີ້ຍັງ​ໄດ້​ມອບ​ລາງວັນຄອມ​ພີ​ວເຕີ 6 ໜ່ວຍ ​ໃຫ້​ແກ່​ຕົວ​ແທນ 6 ທ່ານ​ທີ່​ມີ​ຕົວ​ເລກ​ການ​ຂາຍ​ຂະຫຍາຍຕົວ ຫຼາຍທີ່​ສຸດ ປະຈຳ​ປີ 2012 ພ້ອມ​ມອບ​ລາງວັນ​ການທ່ອງທ່ຽວປະ ຈຳ​ປີສຳລັບ​ຕົວ​ແທນ​ທີ່​ບັນລຸ​ເປົ້າ ໝາຍຂາຍ​ໃນ​ປີ 2012 ຈຳນວນ 26 ທ່ານເພື່ອ​ໄປ​ທ່ຽວປະ​ເທດ ຮ່ອງກົງ ​ອີກ​ດ້ວຍ
          ທ່ານ ຫໍລະດີ ວໍລະ​ຣາດ ຄະ ນະ​ອຳ​ນວຍ​ການ ບໍລິສັດ ອາ​ລິ​ອັນ ປະກັນ​ໄພ​ລາວ ​ໃຫ້​ຮູ້​ວ່າ: ບໍລິສັດ ອາລີ​ອັນ ປະກັນ​ໄພ​ລາວ ​ແມ່ນ​ກຸ່ມ​ບໍລິສັດ​ປະກັນ​ໄພ​ແຫ່ງ​ທຳ​ອິດ​ໃນ​ລາວ ທີ່​ໃຫ້​ບໍລິການ​ປະກັນ​ໄພ​ທຸກ​ຊະ ນິດ​ເພື່ອ​ສາມາ​ດຕອບ​ສະໜອງ ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ​ແລະ ສັງຄົມ, ມີ​ຕົວ​ແທນ​ຈຳໜ່າຍ​ໃນ​ທົ່ວ​ປະ​ເທດຫຼາຍກ່ວາ 100 ຕົວ​ແທນ ແລະ ເປັນ​ບໍລິສັດ​ຮ່ວມ​ທຶນ​ລະຫວ່າງກະຊວງການ​ເງິນ ຖື​ຮຸ້ນ 49% ​ແລະ ກຸ່ມ​ບໍລິສັດ ອາ​ລິ​ອັນ ເຊິ່ງ​ເປັນ​ກຸ່ມ​ບໍລິສັດ​ທີ່​ໃຫ້ການ​ປະກັນ​ໄພ​ລະດັບ​ໂລກ​ຖື​ຮຸ້ນ 51%.

No comments:

Post a Comment