ວັນທີ 14 ມິຖຸນາ ນີ້ ບໍລິສັດ
ລາວໂທລະຄົມໄດ້ມອບລາງວັນ ລົດຈັກຈາກ ໂຄງການຂູດ ບັດຮັບ ໂຊກໃຫ້ກັບ ລູກຄ້າຜູ້ໂຊກດີຢູ່ຄິ
ດລົດຕະຫຼາດຂົວດິນຕື່ມອີກ 3 ທ່ານ ຄື: ນາງ ວິໄລວັນ ຫຼວງ ລາດ ບ້ານ ຮ່ອງແກ ,ເມືອງໄຊ
ເຊດຖານະຄອນ ຫຼວງວຽງ ຈັນ, ເຈົ້າ ຂອງນ້ຳເບີໂທລະສັບໝາຍ ເລກ 55349250 ,ໄດ້ຮັບລົດຈັກ
YAMAHA FINO 1 ລາງວັນ ຈາກການຕື່ມບັດ 25000
ກີບ, ນາງ ເມ ລິນ ທອນ ທຳ ມະວົງສາ
ບ້ານອູບມຸງ,ເມືອງສີໂຄດຕະບອງ ນະ ຄອນຫຼວງ ວຽງຈັນ, ເຈົ້າຂອງ ໝາຍເລກໂທສະສັບ 55401970 ,
ໄດ້ຮັບລົດຈັກYAMAHA FINO 1
ລາງວັນ,ຈາກການຕື່ມບັດ 25000 ກີບ ແລະ ທ່ານ ກຸປະເສີດ ດວງວິຈິດ ບ້ານ ຮ່ອງແກ ເມືອງໄຊເຊດຖາ
ນະຄອນຫຼວງວຽງຈັນ ເຈົ້າຂອງນຳ້ເບີໂທລະ ສັບໝາຍ ເລກ 58829885ໄດ້ຮັບລົດຈັກ HONDA wave 1
ລາງວັນຈາກ ການ ຕື່ມ ບັດ 10.000 ກີບ,ໃຫ້ກຽດມອບໂດຍທ່ານ ຖາວອນ ສົມສະກຸນ
ຫົວໜ້າພະແນກຝ່າຍການຕະຫຼາດ ລາວໂທລະຄົມ, ທ່ານ ຄຳໃບ ພົມຮັກສາຮອງຫົວໜ້າພະແນກຝ່າຍ ການຕະຫຼາດລາວໂທລະຄົມ
ແລະ ພະນັກງານບັນ ດາພະແນກການທີ່ກ່ຽວຂ້ອງຂອງລາວໂທລະຄົມເຂົ້າຮ່ວມ.
ສຳລັບລາງວັນລົດຈັກທ່ີ ນຳມາມ
ອບໃຫ້ລູກຄ້າໃນຄັ້ງນີ້ ເປັນຄັນທີ່ 127 ໃນໂຄງການຂູດ ບັດ ຮັບ ໂຊກຂອງລາວ ໂທລະຄົມ ຫຼື
ເອັມໂຟນແຈກໂຊກພາກ 2 ນີ້ ແລະ ທາງໂຄງການໄດ້ຂະຫຍາຍ ເວລາ ຮັບໂຊກອອກໄປເຖິງວັນທີ 30 ເມສາ
2014 ມີລາງວັນ ລວມ ທັງ ໝົດ 60 ພັນກ່ວາລາງວັນ, ໃນນັ້ນໄດ້ ເພີ່ມລາງວັນລົດໃຫຍ່ອີກ 5
ຄັນ ເຊັ່ນ ລົດ TOYATA Fortuner 2 ລາງວັນ, ລົດ Chevrolet Seil Hatchback 3 ລາງວັນ, ມູນຄ່າຫຼາຍກວ່າ
10 ຕື້ກີບ, ນັບແຕ່ ເລີ້ມຕົ້ນໂຄງການນີ້ ເຖິງປັດຈຸບັນ, ມີລູກ ຄ້າຖືກລາງວັນຈາກລາວໂທລະຄົມທົ່ວປະເທດລວມທັງໝົດ
61,676 ລາງວັນ.

No comments:
Post a Comment