Ad

Ad

7 June 2013

ໄຟຟ້າ ນະຄອນຫຼວງຈະສູ້ຊົນຈຳກັດພະລັງງານຕົກເຮ່ຍຢູ່ໃນລະດັບ 9,5%



         ​ໄຟຟ້າ​ລາວ ​ໄດ້​ວາງ​ເປົ້າ ໝາຍຫຼຸດຜ່ອນການ​ຕົກ​ເຮ່ຍ​ພະ ລັງງານໄຟຟ້າ​ໄວ້ 10% ​ແຕ່​ໂດຍ​ອີງ​ໃສ່​ການຈັດຕັ້ງປະຕິບັດ​ຜ່ານ​ມາໄຟຟ້ານະຄອນຫຼວງເຫັນ​ວ່າ​ມີຫຼາຍດ້ານ ແລະ ຫຼາຍ​ເງື່ອນ​ໄຂ​ທີ່​ສາມາດຫຼຸດຜ່ອນ​ລົງ​ໄດ້ຫລາຍ ກວ່ານັ້ນ ຖ້າທຸກຝ່າຍ ມີຄວາມຕັ້ງໜ້າ ຊ່ວຍກັນ ແລະ ຈະສາມາດຈຳກັດພະລັງງານ​ຕົກ​ເຮ່ຍລົງຢູ່ໃນລະດັບ 9,5% ​ໃນ​ປີ 2013.
          ຫົວໜ້າໄຟຟ້ານະຄອນ ຫລວງໃຫ້ຮູ້ວ່າ: ແຜນການ​ຈຳ ໜ່າຍພະລັງງານໄຟຟ້າ ຂອງ​ຕົ້ນ​ປີ 2013 ໃຫ້ບັນລຸຢ່າງໜ້ອຍ 1,587 ກວ່າ KWh ແລະ ຈະ​ແກ້​ໄຂພະລັງງານ​ຕົກ​ເຮ່ຍ​ໃຫ້ໄດ້ ຫລາຍກວ່າ 158.700 kwh ຫຼື 9,5%. ແຕ່ເພື່ອ​ເຮັດ​​ໃຫ້​ແຜນ ການດັ່ງກ່າວ ບັນລຸຜົນ​ຈະ​ຕ້ອງໄດ້​ເອົາ​ໃຈ​ໃສ່​ບັນດາໜ້າວຽກສຳ ຄັນ​ເປັນຕົ້ນ: ຈົດ​ຕົວ​ເລກ​ພະລັງ ງານ​ໃຫ້​ຈະແຈ້ງ ແລະ ຖືກຕ້ອງ, ນຳ​ໃຊ້​ລະບົບ IT ( BS2000 )ເພື່ອ​ ກວດກາ​ການ​ຊົມ​ໃຊ້​ພະລັງງານ​ໄຟຟ້າ ແລະ ອື່ນໆ, ​ແກ້​ໄຂໝໍ້ນັບ​ໄຟ​ທີ່​ເຫັນ​ວ່າ​ເປັນສາ​ເຫດ​​ພາ​ໃຫ້​ເກີດ​ພະລັງງານ​ຕົກ​ເຮ່ຍ​ເຊັ່ນ: ປ່ຽນໝໍ້​ນັບໄຟ​ຕາຍໃໝ່ໃຫ້ຮັບ ປະ ກັນ ແລະ ຖ້າໝໍ້ນັບໄຟໜ່ວຍໃດທີ່​ມີ​ອາຍຸ​ການ​ນຳໃຊ້​​ເກີນ 15 ປີ, ກໍ ຕ້ອງໄດ້ປັບປ່ຽນເຊັ່ນດຽວກັນ ແລະ ພ້ອມນັ້ນກໍຕ້ອງເອົາ​ໃຈ​ໃສ່​ເຝິກອົບຮົມ​ພະນັກງານ ຈົດ​ໄຟ​ຂອງ​ຕົນໃຫ້​ມີ​ຄວາມ​ຮູ້​ກ່ຽວກັບ ໝໍ້ນັບ​ໄຟ, ວິທີ​ຈົດ​ຕົວ​ເລກ​ພະລັງ ງານ ແລະ ວິທີ​ລາຍ​ງານ​ສະພາບ ໝໍ້​ໄຟ ​ແລະ ການຕິດຕັ້ງໝໍ້ນັບ​ໄຟ​ໃຫ້ໄດ້​ຕາມ​ມາດຕະຖານ.

        ທ່ານ ສຸຄົນ ຈັນທອນ ຫົວ ໜ້າອຳນວຍ​ການ​ລັດ​ວິ​ສາ​ຫະກິດ ​ໄຟຟ້າ ນະຄອນຫຼວງວຽງຈັນ ກ່າວ​ວ່າ: ​ປີຜ່ານມາ, ​ໄຟຟ້າ ນະຄອນຫຼວງ ​ໄດ້​ສຸມ​ໃສ່​ປະຕິບັດ​ວຽກງານຂອງຕົນ​ດ້ວຍ​ຄວາມ​​ຮັບຜິດ​ຊອບ​ສູງ​ໂດຍສະເພາະແມ່ນບັ້ນຮັບໃຊ້ວັນສຳຄັນ ຕ່າງໆ  ຄື: ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII,ກອງປະຊຸມທ່ອງ​ທ່ຽວ ອາຊຽນ ATF ​ແລະ ຮັບປະກັນ​ການສະໜອງ​ໄຟຟ້າ​ຮັບ​ໃຊ້​ກອງ​ປະຊຸມ ອາ​ແຊັບ 7 ແລະ ອາ​ເຊັມ ຄັ້ງທີ 9 ຊຶ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ​ໂດຍ ໄດ້ເພີ່ມທະວີການຄວບຄຸມລະບົບສະໜອງໄຟຟ້າ​ໃນ​ໄລຍະລະດູ​ຮ້ອນ​ໄດ້​ປ່ຽນ ແລະ ​ເສີມໝໍ້​ແປງ​ຕື່ມ ອີກ 17 ໜ່ວຍ. ພ້ອມ​ດຽວກັນ​ກໍໄດ້ເອົາໃຈໃສ່​ປັບປຸງ​ຕາ​ຂ່າຍໄຟຟ້າບາງເຂດ ຊຶ່ງເຫັນວ່າ​ເປັນສາ​ເຫດ​ໃຫ້​ເກີດ​ພະລັງງານ​ຕົກ​ເຮ່ຍ. ນອກ​ນັ້ນກໍ​ມີມາດ ຕະການເຂັ້ມງວດຕໍ່ຜູ້ລັກລອບນຳ​ໃຊ້​ໄຟທີ່ບໍ່ຖືກຕ້ອງ​ໄດ້ 100 ກ່ວາ​ກໍລະນີສາມາດນຳລາຍຮັບຄືນໃຫ້ລັດໄດ້ 100 ກວ່າຕື້ກີບ.

No comments:

Post a Comment