Ad

Ad

7 June 2013

ຈັບໂຈນລັກລົດທີ່ອັນຕະລາຍຫລັງຫລົບຫນີໄປແຂວງຫລວງພະບາງ



         ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ປະສານ​ສົມທົບ​ກັບ​ເຈົ້າໜ້າທີ່ ປກສ ​ແຂວງ ຫຼວງພະ​ບາງຈຶ່ງສາມາດ ​ຈັບ​ໂຈນ​ລັກ​ລົດຈັກ ທີ່ອັນຕະລາຍມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບກົດໝາຍພາຍຫຼັງ​ຫຼົບໜີ້ໄປ​ລີ້​ຊ້ອນ​ຢູ່​ແຂວງດັ່ງ ກ່າວ.
          ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ລາຍ​ງານ​ວ່າ: ​ໃນ​ວັນ​ທີ 30 ພຶດສະພານີ້, ເຈົ້າ ໜ້າທີ່​ພະ​ແນ​ກຕຳຫຼວດສືບ​ຂ່າວ​ອາຍາ​ໄດ້​ຮັບ​ຜູ້​ຕ້ອງ​ຫາ​ຈາກ​ເຈົ້າໜ້າທີ່​ຕຳຫຼວດ​ແຂວງ ຫຼວງພະ​ບາງຄື: ທ້າວ ພອນ​ທະ​ນົງ ວົງ​ນະ ຄອນ​ເພັດ ອາຍຸ 33 ປີ ຫວ່າງ​ວຽກ ຢູ່​ບ້ານ ທົ່ງ​ສ້າງ​ນາງ ​ເມືອງ ຈັນທະ​ບູລີ ນະຄອນຫຼວງ ວຽງຈັນ ມາ​ດຳ​ເນີນ​ຄະດີ​ໃນ​ຂໍ້​ຫາ ລັກ​ຊັບ ​ແລະ ປຸ້ນ​ຈີ້-ຊີງ​ຊັບ ຊຶ່ງ​ຜູ້ກ່ຽວ​ໄດ້​ເຄື່ອນ​ໄຫວ​ກະທຳ​ຜິດ​ມາຫຼາຍຄັ້ງ ​ແລະ ​ໄດ້ຫຼົບໜີ​ໄປ​ລີ້​ຊ້ອນ​ ຢູ່​ແຂວງ ຫຼວງພະ​ບາງ.
        ຜ່ານ​ການ​ສືບສວນ-ສອບ​ສວນ ຂອງ​ເຈົ້າ ໜ້າທີ່, ຜູ້ກ່ຽວ​ຮັບ​ສາລະພາບ​ວ່າ: ​ໄດ້​ເຄື່ອນ​ໄຫວ​ລັກ​ຊັບ ​ແລະ ປຸ້ນ​ຊັບ​ພົນລະ​ເມືອງ ​ໃນ​ເຂດ​ນະຄອນ ຫຼວງວຽງຈັນ ມາ​ແລ້ວ​ຫຼາຍຄັ້ງ ຊຶ່ງ​ໄດ້​ລົດຈັກຈຳນວນ 10 ຄັນ ກ່ອນ​ທີ່​ຈະ​ນຳ​ເອົາ​ໄປ​ຂາຍ​​ໃຫ້​ກັບ​ນາຍ ໜ້າທີ່​ຕິດຕໍ່ຊື້, ຂະນະ​ດຽວ ກັນໃນ​ຊ່ວງ​ທ້າຍ ​ເດືອນ​ ມັງກອນ ໂດຍ​ໄດ້​ໃຊ້​ອາວຸດ​ປືນ​ຈີ້​ເອົາ​ຊັບ​ ​ແລະ ລົດຈັກ​ຂອງ​ປະຊາຊົນ ຢູ່​ເຂດ​ບ້ານ ຫ້ວຍ​ຫົງ ພາຍຫຼັງ​ໄດ້​ຊັບ​ແລ້ວ​ກໍ ໄດ້​ເອົາ​ຕົວຫຼົບໜີ​ໄປ​ລີ້ຊ້ອນ​ຢູ່ ແຂວງ ຫຼວງພະ​ບາງ ກ່ອນ​ທີ່​ຈະ​ຖືກ​ເຈົ້າໜ້າທີ່​ຈັບ​ຕົວ​ໄດ້. ປະຈຸ​ບັນ​​ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ເລັ່ງຫຼຸບ ສຳນວນ​ຄະດີ​ສົ່ງ​ໃຫ້​ໄອຍະ​ສານ ແລະ ສານ​ຕັດສິນ​ຕາມ​ລະບຽບ ກົດໝາຍບ້ານ​ເມືອງ.

No comments:

Post a Comment