Ad

Ad

7 June 2013

ເພີ່ມທະວີການຮ່ວມມືສື່ມວນຊົນຈີນ ແລະ ປະເທດອະນຸພາກພື້ນແມ່ນ້ຳຂອງ



         ການເຄື່ອນໄຫວຢ້ຽມຢາມ ​​ເຊິ່ງກັນ​ ແລະ​ ກັນ​ ​​ເພື່ອ​​ເພີ່ມ​ທະວີ​ການ​ແລກປ່ ຽນການ​ຮ່ວມ​ມື ລະ ຫວ່າງ ​ສື່​ມວນ​ຊົນ ຈີນ ແລະ ສື່ ມວນຊົນ 5 ປະ​ເທດ​ ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ ແນໃສ່ຊຸກ​ຍູ້​ການ​ພັດທະນາ ​ແລະ ​ຄວາມ​ຈະ​​ເລີ​ນ ຮຸ່ງ​ເຮືອງ​ຮ່ວມ​ກັນ ຊຶ່ງ​ປີ​ນີ້​ຈັດ​ຂຶ້ນ ເປັນ​ປີ​ທີສາມ ​ໃນ​ວັນ​ທີ 5 ມິຖຸນາ 2013 ນີ້ ທີ່ຄຸນ​ມິ​ງ ແຂວງ​ຢຸນນານ ສປ.ຈີນ ແລະ ໃນ​ໂອກາດ​ໄຂພິທີ​​ວາງສະ​ແດງສິນຄ້າ​ສິນຄ້າ ຈີນ-ອາ​ຊຽນ ຄັ້ງ​ປະຖົມມະເ​ລີກ ແລະ ວາງສະ​ແດງສິນຄ້າ ຂາ ເຂົ້າ-ຂາ​ອອກ​ ຄຸນ​ມິ​ງຄັ້ງ​ທີ 21​.
          ການ​ພົບ​ປະ​ຢ້ຽມຢາມ​ໃນ​ຄັ້ງ​ນີ້ໂດຍການເປັນປະທານຂອງ ທ່ານ ຫວາງ ກວາຊິນ ຮອງຫົວ ຫນ້າ ຫ້ອງວ່າການຖະ ແຫລງ ຂ່າວ ຄະນະລັດຖະບານຈີນ, ມີ ທ່ານ ຈາວ​ຈີນ ກຳມະການ​ປະ​ຈຳ ​ຄະນະ​ພັກ​ແຂວງ, ຫົວໜ້າ​ຄະນະ​ໂຄສະ​ນາ​ອົບຮົມ​ຄະນະ​ພັກແຂວງ​ ຢຸນນານ,  ມີ​ບັນດາ​ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການ, ຫົວໜ້າ​ກົມ, ຮອງ​ກົມ​ ​ແລະ ​ສື່​ມວນ​ຊົນ ຈາກ 5 ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ ເຊັ່ນ: ກຳປູ​ເຈຍ, ມຽນ​ມາ, ລາວ, ຫວຽດນາມ ​ແລະ ​ໄທ ເຂົ້າຮ່ວມ.

          ທ່ານ ຫວ່າງ ກົວ​ຊີ​ນ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ຖະ​ແຫລ​ງ ຂ່າວ ​ຄະນະ​ລັດຖະບານ​ຈີນ​ ກ່າວ​ວ່າ: ການ​ເຄື່ອນ​ໄຫວ​ຢ້ຽມຢາມ ​ເຊິ່ງກັນ ແລະ​ ກັນ ລະຫວ່າງ​ ສື່​ມວນ​ຊົນ​ຈີນ​ ແລະ​ ສື່​ມວນ​ຊົນ 5 ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ໃນຄັ້ງນີ້ ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນທີ່ສຸດ ຊຶ່ງບັນດາ​ປ​ະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ ໄດ້​ມີ​ພູຜາ​ແມ່​ນ້ຳຂອງ​ຕິດ​ຈອດ​ກັນ,​ ໄດ້​ມີ​ການ​ໄປມາຫາ​ສູ່​ກັນ ​ຖານ​ໄມ​ຕິ​ຈິດ​ມິດຕະພາບ ​ມາ​ແຕ່​ບູຮານ​ນະ​ການ ​ໂດຍ​ສະ​ເພາະ​ ປະ ຊາຊົນ​ທຸກ​ຊົນ​ເຜົ່າ​ຂອງ​ຢຸນນານ​ ທ່ີ​ມີ​ຊາຍ​ແດນ​ທິດຕາ​ເວັນ​ຕົກ​ຂອງ​ຈີນ ​ແລະ ​ປະຊາຊົນ​ກຳປູ​ເຈຍ, ມຽນມາ, ລາວ, ຫວຽດນາມ ​ແລະ ໄທ​ ທີ່​ມີ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໄຫລ​ຜ່ານ​ແຕ່​ໃດໆ​ມາ​ ທີ່ມີ​ການ​ດໍ​າລົງ​ຊິວິດ​ຮ່ວມ​ກັນ ແລະ ໄດ້ມີການພັດທະນາຮ່ວມມື ທາງເສດຖະກິດ ໃນອະນຸພາກ ພື້ນແມ່ນ້ຳຂອງ ເລີ່ມແຕ່ປີ  1992 ໃນ​ໄລຍະ 20 ກວ່າ​ປີຜ່ານມາ​ນີ້​, ສື່​ມວນ​ຊົນ​ຂອງ​ຈີນ, ກຳປູ​ເຈຍ, ມຽນມາ, ລາວ, ຫວຽດ ນາມ ​ແລະ​ ໄທ​ ໄດ້​ມີ​ບົດບາດ​ສຳ ຄັນ​ຕໍ່​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ ແລະ​ ກັນ ​ຂອງ​ປະ ຊາຊົນ​ ແລະ​ ການ​ຊຸກ​ຍູ້​ການ​ຮ່ວມ​ມື​ກັນລະຫວ່າງ​ບັນດາ​ປະ​ເທດ​ອະ​ນຸພາກ​ພື້ນ​ແມ່​ນ້ຳຂອງ​ທັງ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານສື່ມວນຊົນ.  ຫລາຍ​ປີ ຜ່ານມາ​ນີ້​ ການ​ນຳ​ຂອງ​ຈີນ​ ໄດ້​ເນັ້ນໜັກ​ວ່າ​: ປະ​ເທດ​ຈີນ ຢຶດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ ທີ່​ວ່າ:​ ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ຖື​ເອົາ​ບ້ານ​ໃກ້ເຮື​ອນ ຄຽງ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ, ອອກ​ແຮງ​ຮັດ​ແໜ້ນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ ກັບ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໃຫ້​ແໜ້​ນ​ແກ່ນ,​ ເພີ່ມ​ທະວີ​ການ​ພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ ​ແບບ​ໄມ​ຕີ​ຈິດ​ມິດຕະພາບ​ ແລະ​ ການ​ຮ່ວມ​ມື​ທີ່​ມີ​ໝາກຜົນ​ຕົວ​ຈິງ​ນຳ​ກັນ, ຊຸກ​ຍູ້​ການ​ພັດທະ ນາ​ເສດຖະກິດ​ອະນຸ​ພາກ​ພື້ນ​ຢ່າງ​ຕັ້ງໜ້າ.
        ໃນ​ໂອກາດ​ນີ້, ບັນດາ​ຜູ້ຕາງ ໜ້າ​ສື່​ມວນ​ຊົນແຕ່ລະປະ​ເທດ​ ກໍ​ໄດ້​ຜັດ​ປ່ຽນ​ກັນ​ຂຶ້ນ​ກ່າວຄຳປາ ໄສ​ ຕາມ​ລຳດັບ ໂດຍທ່ານ ປິ່ນ​ປາ​ຖະໜາ  ພັນທະ​ມາລີ ຫົວໜ້າ​ກົມ​ສື່​ມວນ​ຊົນ ກະຊວງ​ຖະ​ແຫ​ລງ ຂ່າວ,ວັດທະນະ​ທຳ​ແລະ ທ່ອງ​ ທ່ຽວ ສປປ ລາວ ກໍໄດ້​ກ່າວ​ບາງ ຕອນວ່າ:ໃນໄລຍະຜ່ານມາລັດ ຖະບານ ສປຈີນ  ໄດ້ໃຫ້ການ ຊ່ວຍເຫລືອ ສປປ ລາວ ຫລາຍ ດ້ານ. ໃນ ການພົບປະຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງສື່ມ່ວນຊົນປະເທດອະນຸພາກພື້ນແມ່ນ້ຳຂອງ ເພື່ອແລກປ່ຽນປະສົບການ ແລະ ຮັດແຫນ້ນສາຍພົວພັນການ ຮ່ວມມືໃນຂົງເຂດຂໍ້ມູນຂ່າວ ສານ ແລະ ອື່ນໆ.

No comments:

Post a Comment