ໃນວັນທີ 11 ມິຖຸນານີ້, ຢູ່ພະແນກແຜນການ ແລະ
ການລົງທຶນແຂວງສາລະວັນ ໄດ້ມີພິທີເຊັນບົດບັນທຶກ ຄວາມເຂົ້າໃຈໃນການສຶກ ສາ-ສຳຫລວດຄວາມ
ເປັນໄປໄດ້ ເພື່ອກໍ່ສ້າງເຂື່ອນໄຟ ຟ້ານ້ຳຕົກຂະໜາດນ້ອຍ 5 ເມກາ ວັດ ຢູ່ເຂດຫ້ວຍສະຫລາຍ
ບ້ານ ສະບັອງ ແລະ ບ້ານໂບງນ້ຳ ເມືອງຕະໂອ້ຍ ລະຫວ່າງທ່ານ ບຸນເຮັ່ງ ໄຊຍະເສນ ຄະ
ນະພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ບຸນຖິດ ໄພຈິດ ຄະນະອຳນວຍການບໍລິສັດ
ພີແອນພີ (P&P) ກໍ່ສ້າງຂົວທາງຈຳກັດ ໂດຍຊ້ອງໜ້າທ່ານ ໄຊຍະ ເດດ ວົງສາລະວັນ
ຫົວໜ້າພະແນກແຜນການ ແລະ ການ ລົງທຶນແຂວງພ້ອມຜູ້ຕາງໜ້າພະແນກທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ໂຄງການດັ່ງກ່າວຈະເລີ່ມລົງ
ມືສຳຫລວດສຶກສາຄວາມເປັນ ໄປໄດ້ເປັນເວລາ 18 ເດືອນ ໃນ ມູນຄ່າປະມານ 150.000 ໂດລາ
ສະຫະລັດ ໂດຍແມ່ນບໍລິສັດລົງ ທຶນກ່ອນ 100% ລວມມີໜ້າວຽກ ຄືສຶກສາ-ສຳຫລວດຄວາມ ເປັນ
ໄປໄດ້ເບື້ອງຕົ້ນດ້ານການລົງ ທຶນ, ສ້າງແຜນຄຸ້ມຄອງດ້ານສິ່ງ ແວດລ້ອມ ແລະ ສັງຄົມ.
ໃນພິທີເຊັນບົດບັນທຶກ, ຫົວໜ້າ ພະແນກແຜນການ ແລະ
ການລົງ ທຶນແຂວງ ໄດ້ເນັ້ນໃຫ້ບໍລິສັດຜູ້ ລົງທຶນຕ້ອງ ເອົາໃຈໃສ່ສຶກ ສາສຳຫລວດໃຫ້ລະອຽດ
ເພື່ອຫລີກ ເວັ້ນຈາກຜົນກະທົບທີ່ຈະຕາມມາຈາກໂຄງການກໍ່ສ້າງເຊັ່ນ: ການນຳໃຊ້ທີ່ດິນ,
ຜົນລະປູກຂອງ ປະຊາຊົນ, ການນຳໃຊ້ນ້ຳໂດຍອີງໃສ່ລະບຽບກົດໝາຍຂອງ ສປປ ລາວ ໃຫ້ມີຜົນ ກະທົບໜ້ອຍທີ່ສຸດຈາກໂຄງການດັ່ງກ່າວ.
No comments:
Post a Comment