ເຊັ່ນດຽວກັບປີກ່ອນໆ, ປີນີ້
ຈານແຍ່ໄປເລາະເຊົມງານວາງ ສະແດງເຄື່ອງເຮືອນ (ເຟີນີເຈີ) ປະຈຳປີ ໃນມື້ສຸດ ທ້າຍ.
ທີ່ເລືອກ ໄປມື້ສຸດນັ້ນ ຢ່າຄິດວ່າຈານແຍ່ ຫວັງການຂາຍເລໃນລາຄາຖືກໆ
ຄືໃນບຸນທາດຫລວງມື້ປິດ. ເຟີນີ ເຈີລາຄາສູງຈຸຟ້າທີ່ວາງສະແດງ ຢູ່ສູນລາວ-ໄອເຕັກນັ້ນ
ຢ່າຫວັງວ່າຈະມີການຂາຍເລ ເພາະມັນເປັນຜະລິດຕະພັນປະເພດຫລູຫລາຈົນເບິ່ງຄືວ່າບໍ່ແມ່ນສຳ ລັບມີໄວ້ຮອງກົ້ນນັ່ງ
ຫລື ຮອງຫລັງນອນ.
ໄປເລາະເບິ່ງມື້ນັ້ນ, ຈານແຍ່
ຕ້ອງການຊື້ໄມ້ຄ້ຳເຈັ້ຍເຊັດມືບໍ່ ໃຫ້ລົ້ມ ເພາະເທົ່າທີ່ມີຂາຍທົ່ວໄປ ສ່ວນຫລາຍເຮັດ ດ້ວຍຢາງ
ກໍເລີຍຄິດວ່າ: ງານສະແດງປະຈຳປີທີ່ຍິ່ງໃຫຍ່ປານນີ້ ແນ່ນອນຕ້ອງມີຂາຍ.
ຈານແຍ່ເລາະຊອກຈົນຕາ ປີ້ນ ແຕ່ບໍ່ເຫັນ, ເຄື່ອງ ເລັກຂອງນ້ອຍທີ່ມີໃຫ້ຊື້ສ່ວນຫລາຍກໍເປັນປະເພດເຄື່ອງລະລຶກເຊັ່ນ:
ຂັນຮູບໂອ, ໄມ້ຄວັດຮູບ ແລະ ໄມ້ຮູບປະພັນອື່ນໆ. ນອກນັ້ນ ກໍມີໄມ້ຄວັດພະກະຈາຍອູ້ມທ້ອງ,
ສ່ວນຮູບຜູ້ຊາຍຫົວລ້ານອູ້ມທ້ອງຍິ້ມຕາ ຮິບໆບໍ່ຄ້າຍຄົນລາວນັ້ນ ປາກົດມີຢູ່ເກືອບທົ່ວໆໄປ
ບໍ່ຮູ້ວ່ານິຍົມກັນບ່ອນໃດ ?. ວັດຖຸທີ່ຊື້ແລ້ວສາມາດໃຊ້ໄດ້ໂລດ ເຫັນມີຫລາຍແມ່ນຄົກກັບສາກ.
ຈານແຍ່ເອງ ເຫັນແລ້ວກໍອົດຫົວບໍ່ໄດ້ ເພາະມີບາງບ່ອນນັ້ນ ເພິ່ນເອົາສາກກັບຄົກ ຄາກັນອ່າງຍ່າງຢູ່
ຈານແຍ່ເຄີຍໄປເລາະຊົມຖ້ຳພະ, ໜອງປາຝາ ຢູ່ຄຳມ່ວນ, ຮ້ານຂາຍເຄື່ອງ ໃຊ້ໄມ້ສອຍທີ່ເຮັດດ້ວຍ ໄມ້ໝູນນັ້ນ
ສ່ວນຫລາຍກໍບໍ່ມົ້ມຄົກກັບສາກເຊັ່ນເດີມ.
ເລາະງານວາງສະແດງເຟີນີເຈີປີນີ້, ຈານແຍ່ບໍ່ມີໂອກາດໄດ້ຂຽນຄວາມຮູ້ສຶກລົງປຶ້ມ
“ຄຳ” ຄືປີກ່ອນໆ, ແຕ່ຖ້າມີໂອ ກາດຂຽນ ຕົນເອງກໍຈະບອກວ່າ: ກິນໃຈໃນຄວາມປານີດ,
ໃນຝີມືຂັ້ນອາຊີບຂອງນາຍຊ່າງຫັດຖະກຳລາວ ແລະ ກ່ອນຈະວາງລາຍເຊັນໄກ່ເຂ່ຍ ລົງສຸດທ້າຍ
ຈານແຍ່ກໍຈະບອກວ່າ: ເຊື່ອໝັ້ນໃນກຳລັງແຂ່ງຂັນຂອງເຟີນີເຈີລາວໃນ ການເຈາະຕະຫລາດພາກພື້ນ
ແລະ ສາກົນ.
ຕາມທໍານຽມທີ່ນິຍົມກັນເຮັດ,
ເວລາຂຽນຄວາມຮູ້ສຶກລົງປຶ້ມໃນງານວາງສະແດງ ຫລື ຢູ່ຫໍພິພິທະພັນ, ສ່ວນ
ຫລາຍຈະເປັນຄວາມ ຮູ້ສຶກດີໆ, ຄວາມປະທັບໃຈ ເພາະຮູ້ວ່າເຈົ້າຂອງປຶ້ມບັນທຶກຢາກຟັງແນວນັ້ນ.
ແຕ່ງານສະແດງຜະລິດຕະພັນທີ່ຕ້ອງການພະລັງ ແກ່ງແຍ້ງແຂ່ງຕະຫລາດນັ້ນ, ຈານແຍ່ວ່າ ເຈົ້າຂອງປຶ້ມຄຳຄົງຕ້ອງການຄຳເຫັນ
ປະເພດສ້າງສັນ ແລະ ສາມາດນຳໄປປະຕິບັດໄດ້.
ສະນັ້ນ,
ຈານແຍ່ຈຶ່ງຢາກມີຄຳເຫັນຕາມຄວາມຮູ້ສຶກສ່ວນຕົວໃນຄໍລຳນີ້ກ່ຽວກັບທີ່ໄດ້ໄປເຫັນມາ
ໃນງານວາງສະ ແດງເຟີນີເຈີໃນວັນ ນັ້ນ. ອັນທີໜຶ່ງ ຈານແຍ່ຢາກໃຫ້ມີການກວດກາລວດລາຍທີ່ຄວັດໃສ່ເຄື່ອງເຟີນີເຈີຄັກແນ່ວ່າ
ແມ່ນຂອງລາວແທ້ທັງ ໝົດ ຫລື ບໍ່? ດີທີ່ສຸດຄວນມີສະຕິກເກີ ຫລື ປຶ້ມອະທິບາຍລວດລາຍວ່າມີປະຫວັດຄວາມ
ເປັນມາແນວໃດ ?, ເກີດຂຶ້ນເວລາໃດ ?, ເປັນຂອງລາວ ເດີມ ຫລື ມີສ່ວນໄດ້ອິດທິພົນມາຈາກຕ່າງປະເທດ.
ອັນ ທີສອງ ຂໍໃຫ້ເພີ່ມຕື່ມເຄື່ອງໃຊ້ໄມ້ສອຍປະເພດທຳມະດາ ໃຫ້ຫລາຍຂຶ້ນຕື່ມ
ແທນທີ່ຈະເນັ້ນແຕ່ໂຕະ, ຕັ່ງ, ຕຽງ, ຕູ້ ລາຄາແພງໆ. ອັນທີສາມ ຄວນເພີ່ມຜະລິດຕະພັນຈາກໄມ້ປູກເອງ
(ໄມ້ອຸດສາຫະກຳ), ຖ້າຢູ່ບ້ານເຮົາບໍ່ມີພຽງພໍກໍ ອາດນຳເຂົ້າກໍໄດ້.
ທັງນີ້ແມ່ນເພື່ອຊຸກຍູ້ຂະບວນປູກຕົ້ນໄມ້ອຸດສາຫະກຳຢູ່ບ້ານເຮົາໃຫ້ຫລາຍຂຶ້ນ. ອັນທີສີ່
ຄວນຈັດ ບ່ອນວາງສະແດງສະເພາະສຳລັບເຟີນີເຈີຜະລິດຈາກໄມ້ປະຢັດເຊັ່ນ: ໄມ້ປະສົມຂີ້ເລື່ອຍ,
ປະສົມໃບໄມ້, ເປືອກໄມ້ ກໍຄືການນຳໃຊ້ກິ່ງ-ງ່າໄມ້ໃຫ້ໝົດຄຸນປະໂຫຍດ.
ສະຫລຸບຄວາມແລ້ວ, ການ
ວາງສະແດງໃນຕໍ່ໜ້າຄວນຫລຸດ ຜ່ອນຜະລິດຕະພັນທີ່ສິ້ນເປືອງໄມ້ ໜາໆໜັກໆ, ໄມ້ໜ້າຕ້າງໃຫຍ່ໆ
ເພາະນອກຈາກນ້ຳໜັກແລ້ວ ລາ ຄາຍັງສູງຈຸເມກ, ແຕ່ສຳຄັນກໍຄື ມັນຈະເປັນແຮງຈູງໃຈໃຫ້ເກີດ ມີເພັດສະຄາດປ່າລັກລອບຕັດໄມ້
ເພື່ອເປົ້າໝາຍງານວາງສະແດງ ນີ້ກໍເປັນໄດ້. ລາງວັນເຟີນີເຈີໃນຕໍ່ໜ້າຄວນເນັ້ນ ການໃຊ້ໄມ້ຢ່າງປະຢັດເປັນຕົ້ນຕໍ.
No comments:
Post a Comment