ເຈົ້າໜ້າທີ່ ປກສ ນະຄອນ ຫລວງວຽງຈັນ
ໃຫ້ຮູ້ວ່າ: ປັດຈຸ ບັນ ບັນຫາການມົ້ວສຸມຢາເສບຕິດໄດ້ກາຍ ເປັນໄພຄຸກຄາມຊາວ ໜຸ່ມໃນຕົວເມືອງບໍ່ໜ້ອຍ
ແລະ ການເປັນປາກົດການຫຍໍ້ທໍ້ທີ່ເຮັດໃຫ້ສັງຄົມຂາດຄວາມ ເປັນລະບຽບຮຽບຮ້ອຍໂດຍສະເພາະແມ່ນ ຢູ່ບັນດາຕົວເມືອງໃຫຍ່ຍ້ອນບັນຫາການຍົກຍ້າຍແຮງງານ
ແລະ ຜູ້ທີ່ບໍ່ ມີວຽກເຮັດງານ ທຳ. ຈາກນັ້ນກໍພາໃຫ້ເກີດບັນຫາປຸ້ນຈີ້-ຊີງຊັບ ແລະ
ອາດຊະຍາກຳຕາມມາ.
ປັດຈຸບັນ ກຸ່ມຄົນເຂດຊົນນະບົດໄດ້ເຄື່ອນຍ້າຍເຂົ້າມາປະກອບອາຊີບໃນຕົວເມືອງເປັນຈຳນວນຫລາຍ
ເຊິ່ງເຮັດ ໃຫ້ການກວດ ກາຈຳນວນພົນມີຄວາມຫຍຸ້ງຍາກ
ໂດຍສະເພາະການເກັບກຳຕົວເລກສຳມະໂນຄົວກໍມີຄວາມສັບສົນ
ເປັນຊ່ອງຫວ່າງໃຫ້ກຸ່ມຄົນ ບໍ່ດີໄດ້ສວຍໃຊ້ໃນການກໍ່ອາດຊະຍາກຳ, ການປຸ້ນຈີ້-ຊີງຊັບ, ລັກຊັບພົນລະເມືອງຈົນ
ເປັນປາກົດການຫຍໍ້ທໍ້ທີ່ແກ້ໄຂຍາກ. ສະເພາະຢູ່ ນະຄອນຫລວງວຽງຈັນ ໃນ 6 ເດືອນຕົ້ນປີນີ້
ມີສະພາບຫຍໍ້ທໍ້ເກີດ ຂຶ້ນ 300 ກວ່າກໍລະນີ ໃນນີ້ ມີປຸ້ນຊັບພົນລະເມືອງ 20 ກໍລະນີ,
ຊີງຊັບ 54 ກໍລະນີ ແລະ ລັກຊັບພົນລະເມືອງ 200 ກວ່າກໍລະນີ ເຊິ່ງທຽບໃສ່ໄລຍະດຽວກັນຂອງ
ປີຜ່ານມາເພີ່ມຂຶ້ນກວ່າ 100 ກໍລະນີ, ໃນນັ້ນ ປະມານ 80% ແມ່ນຍ້ອນບັນຫາຢາເສບຕິດ
ສົ່ງຜົນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມພົບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ ນະໂຍ ບາຍ
ສ.ສະຫງົບ ທີ່ນະຄອນ ຫລວງວຽງຈັນວາງອອກມີ ຄວາມ ຄືບໜ້າຊ້າ ເຮັດໃຫ້ຊາວ ໜຸ່ມ-ໄວໜຸ່ມ
ຫລາຍຄົນຕົກເປັນເຫຍື່ອ ຂອງສິ່ງເສບຕິດດັ່ງກ່າວ ໂດຍພວກຄ້າຢາເສບຕິດໄດ້ສວຍໃຊ້ແມ່ຍິງ ແລະ
ເດັກນ້ອຍເປັນ ຜູ້ຂົນສົ່ງ ແລະ ຮັບໃຊ້ການຊື້-ຂາຍ ຢາເສບຕິດໃຫ້ພວກເຂົາ ເພື່ອເຮັດ
ໃຫ້ການປາບປາມຂອງເຈົ້າໜ້າທີ່ພົບຄວາມ ຫຍຸ້ງຍາກຄືໃນ 6 ເດືອນຜານມາ
ກຳລັງເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫລວງວຽງຈັນສາ ມາດແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດໄດ້
33 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 76 ຄົນ, ຢຶດຂອງກາງເປັນຢາບ້າໄດ້ 6 ແສນກວ່າເມັດ, ຢາໄອ
9 ຖົງ ມາດຳເນີນຄະດີ.
ເຈົ້າໜ້າທີ່ ປກສ ນະຄອນ ຫລວງວຽງຈັນ
ໃຫ້ຮູ້ອີກວ່າ: ໃນ ວັນທີ 7 ມິຖຸນານີ້, ເຈົ້າໜ້າທີ່ປາບ ປາມຢາ ເສບ ຕິດເມືອງສີສັດຕະ ນາກ
ສາມາດຈັບຜູ້ຄ້າຂາຍຢາ ເສບຕິດ ທ້າວ ສີສຸວັນ ອາຍຸ 40 ປີ ຢູ່ບ້ານໂພນສະຫວັນ ເມືອງ ສີສັດຕະນາກ
ພ້ອມຂອງກາງປະເພດ ຢາບ້າ 200 ກວ່າເມັດ ແລະ ໃນມື້ດຽວກັນ, ເຈົ້າໜ້າທີ່ ປກສ ເມືອງ ໄຊທານີ
ກໍສາມາດຈັບທ້າວ ສຸພາ ລັກ ຫລື ຕ້ອຍ ອາຍຸ 21 ປີ ອາຊີບ ນັກສຶກ ສາ ຢູ່ບ້ານໂນນສະອາດ
ເມືອງໄຊທານີ ແລະ ທ້າວ ສາຄອນ ປັນຍາລາດ ອາຍຸ 30 ປີ ອາ ຊີບກຳມະກອນຢູ່ບ້ານ ຫ້ວຍແຕນ
ໃນຂໍ້ຫາມີຢາບ້າໄວ້ໃນຄອບຄອງ ຫລາຍກວ່າ 2.000 ເມັດ.
ຜ່ານການສືບສວນ-ສອບສວນ, ທ້າວ ສຸພາລັກ
ໃຫ້ການຮັບສາລະພາບວ່າ: ໄດ້ເລີ່ມພົວພັນຕິດສິ່ງ ເສບຕິດມາ ແຕ່ປີ 2012 ແລະ ຈາກ
ນັ້ນກໍໄດ້ຮູ້ຈັກກັບທ້າວ ສາຄອນ ແລ້ວພົວພັນກັນ ແລະ ຮ່ວມກັນ ຄ້າ ຂາຍຢາເສບຕິດ
ພ້ອມທັງຈັດ ກຸ່ມມົ້ວສຸມເສບຢາ ເຊິ່ງສ່ວນໃຫຍ່ ຢາທີ່ຂາຍແມ່ນຈະຂາຍໃຫ້ຊາວ ໜຸ່ມຢູ່
ຕາມສະຖານທີ່ບັນເທີງ ແລະ ເຮືອນພັກຕ່າງໆ.
ຂ່າວໃຫ້ຮູ້ອີກວ່າ: ໃນວັນທີ 11 ມິຖຸນານີ້,
ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ກໍສາມາດ ຈັບຕົວໄວ ລຸ້ນມົ້ວ ສຸມຢາເສບຕິດ ໄດ້ 10
ຄົນ ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກ ນະຄອນ ຫລວງວຽງຈັນ ພ້ອມຂອງກາງຢາບ້າ ຈຳນວນ
200 ເມັດ.
No comments:
Post a Comment