Ad

Ad

14 June 2013

ຂ້າເມຍຍ້ອນຄວາມຫຶງຫວງ



    ທ້າວ ຄູນ ອາຍຸ 34 ປີ ຢູ່ບ້ານສົບຂິງ ເມືອງ ງອຍ ແຂວງຫລວງພະບາງ,ຖືກເຈົ້າໜ້າທີ່ ປກສ ກຸ່ມຂິງຄຳກັກຕົວ ເມື່ອວັນທີ 10 ພຶດສະ ພາ 2013,ພາຍຫລັງ ລົງມືກໍເຫດຂ້ານາງ ວັນ ອາຍຸ 36 ປີ ຊຶ່ງເປັນເມຍຂອງຜູ້ກ່ຽວທີ່ຢູ່ກິນ ນຳກັນມາເຖິງ 17 ປີຢ່າງໂຫດຫ້ຽມ ດ້ວຍ ການໃຊ້ພ້າຟັນຄໍ ຍ້ອນ ຄວາມຫຶງຫວງ, ເນື່ອງຈາກໃນມື້ເກີດເຫດຜູ້ກ່ຽວ ໄດ້ສືບຮູ້ມາວ່າເມຍຂອງຕົນລັກ ເປັນຊູ້ກັບຊາຍອື່ນ ແລະ ບວກກັບຖືກເມຍເວົ້າສຽດສີໃສ່ໃຫ້ກະທົບກະເທືອນຈິດ ໃຈຫລາຍເທື່ອຈຶ່ງເກີດອາລົມໂມໂຫ ຫຶງຫວງ ແລະ ໃນທີ່ສຸດກໍ ລົງມືກໍ່ເຫດຄາດຕະກຳດັ່ງກ່າວ ແລະ ຫລັງຈາກນັ້ນຜູ້ກ່ຽວກໍໄດ້ ມອບຕົຕໍ່ເຈົ້າໜ້າທີ່.
    ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງງອຍ ໄດ້ສະຫລຸບສໍານວນເພື່ອສົ່ງ ໃຫ້ໄອຍະການ ເພື່ອດຳເນີນຄະດີຕາມລະບຽບກົດໝາຍແລ້ວ.

No comments:

Post a Comment