Ad

Ad

4 July 2013

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VII ຈະໄຂຂຶ້ນລະຫວ່າງວັນທີ 8-23 ກໍລະກົດ 2013



           ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VII ຈະໄຂຂຶ້ນໃນວັນທີ 8-23 ກໍລະກົດ 2013,  ເພື່ອຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງ ໆຂອງບັນ ດາອົງການລະບົບອຳນາດລັດ.              
       ທ່ານ ອຸນແກ້ວ ວຸທິລາດ ຫົວ ໜ້າຫ້ອງວ່າການສະພາແຫ່ງ ຊາດ ທັງເປັນໂຄສົກຂອງສະພາ ແຫ່ງຊາດ ໄດ້ແຈ້ງຕໍ່ບັນດາສື່ມວນຊົນໃນວັນທີ 3 ກໍລະກົດ 2013 ນີ້ວ່າ: ກອງປະຊຸມຈະດຳ ເນີນໄປ ເປັນເວລາ 15 ວັນນັ້ນ ຈະໄດ້ພິຈາລະນາບັນຫາທີ່ສຳຄັນ ໃນຂົງເຂດວຽກງານຂອງລັດຖະບານ ເຊັ່ນ: ບົດລາຍງານຂອງ ລັດຖະບານກ່ຽວກັບການຈັດຕັ້ງປະຕິບັດໄລຍະກາງສະໄໝຂອງແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ VII (2011-2015), ບົດລາຍງານການຈັດຕັ້ງປະຕິບັດແຜ ນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົນ ສົກປີ, ວຽກງານຈຸດສຸມ 6 ເດືອນ ທ້າຍປີ 2012- 2013 ແລະ ທິດທາງແຜນການ ສົກປີ 2013-2014, ບົດລາຍງານການຈັດຕັ້ງແຜນງົບປະມານແຫ່ງ ລັດ 6 ເດືອນຕົ້ນສົກປີ, ແຜນສະເໜີ ດັດແກ້ງົບປະມານແຫ່ງລັດ 6 ເດືອນທ້າຍສົກປີ 2012-2013 ແລະ ທິດທາງແຜນ ການງົບປະມານແຫ່ງ ລັດສົກປີ 2013-2014, ລວມທັງບົດລາຍງານຄວາມພ້ອມຂອງ ສປປ. ລາວ ໃນການກະກຽມເຂົາສູ່ປະ ຊາຄົມອາຊຽນ ປີ 2015 ແລະ ປະກອບຄຳເຫັນຕໍ່ຮ່າງນະໂຍບາຍທີ່ດິນແຫ່ງຊາດ. ວຽກງານໃນຂົງເຂດອົງການກວດສອບແຫ່ງລັດແມ່ນຈະໄດ້ຮັບຟັງ ບົດລາຍງານການເຄື່ອນໄຫວວຽກງານຂອງອົງການກວດສອບ ແຫ່ງລັດປະຈຳສົກປີ 2011- 2012 ແລະ ທິດທາງແຜນການເຄື່ອນໄຫວປະຈຳ ສົກປີ
2012-2013, ຜົນ ການກວດສອບບົດສະຫລຸບຂາດຕົວການຈັດຕັ້ງແຜນງົບປະມານແຫ່ງລັດສົກປີ 2010-2011.            
           ພ້ອມນີ້, ວຽກງານໃນຂົງເຂດຕຸລາການແມ່ນຈະໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານ ສົກປີ 2012-2013 ແລະ ທິດທາງແຜນການສົກປີ 2013-2014 ຂອງສານປະຊາຊົນສູງສຸດ ແລະ ອົງ ການໄອຍະການປະຊາຊົນສູງສຸດ. ສຳລັບວຽກງານຂອງສະພາແຫ່ງຊາດແມ່ນຈະໄດ້ຮັບຟັງບົດລາຍງານ ການເຄື່ອນໄຫວວຽກງານກາງສະໄໝຂອງແຜນການ 5 ປີ ຂອງສະພາແຫ່ງຊາດຊຸດທີ VII ແລະ ຕີລາຄາ ການເຄື່ອນໄຫວວຽກງານສົກປີ 2012-2013 ແລະ ທິດທາງວຽກ ານສົກປີ2013-2014, ບົດປະກອບ ຄຳເຫັນຂອງອົງການຈັດຕັ້ງມະຫາຊົນຂັ້ນສູນກາງຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ. ກອງ ປະຊຸມຍັງຈະໄດ້ ພິຈາລະນາກົດໝາຍຈຳນວນ 5 ສະບັບ ໃນນ້ັນມີກົດໝາຍສ້າງໃໝ່ 3 ສະບັບ ຄື: ກົດ ໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ, ກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ກົດໝາຍວ່າ ດ້ວຍສະຫະພັນແມ່ຍິງ. ກົດໝາຍສະບັບປັບປຸງຈຳນວນ 2 ສະບັບຄື: ກົດໝາຍວ່າດ້ວຍອາຫານ ແລະ ກົດໝາຍວ່າດ້ວຍການທ່ອງທ່ຽວ. ຕະຫລອດໄລຍະການດຳເນີນກອງປະຊຸມຜູ້ມີຄວາມສົນໃຈສາມາດ ສົ່ງຄວາມຄິດເຫັນຕໍ່ກອງປະຊຸມຜ່ານໂທລະສັບສາຍດ່ວນບໍ່ເສຍຄ່າໝາຍ ເລກ: 156, ໂທລະສານ 452627, ຕູ້ ປນ 662, E-mailG na_session@na.gov.la .

No comments:

Post a Comment