Ad

Ad

4 July 2013

ETL ສຸ່ມຫາ​ຜູ້​ໂຊກ​ດີ​ປະຈຳ​ເດືອນມິຖຸນາ



    ບໍລິສັດ ອີ​ທີ​ແອ​ລ ມະຫາຊົນໄດ້​ ຈັດ​ພິທີ​ສຸ່ມ​ຫາ​ຜູ້​ໂຊກ​ດີ (random) ຈາກ​ໂຄງການແຈກ​ໂຊກ 3 ຊັ້ນ ພາກ 2 ປະຈຳ​ເດືອນມິຖຸນາ 2013 ທີ່​ຕະຫຼາດ​ໃໝ່ໜອງໜ້ຽວ ​ເມືອງສີ​ໂຄດ​ຕະບອງ ນະຄອນ ຫຼວງວຽງ ຈັນ ເຊິ່ງ​ໂຄງການ​ດັ່ງກ່າວ​ນີ້ ແມ່ນ​ເລີ່​ມປະຕິບັດ​ມາຕັ້ງ​ແຕ່ເດືອນເມາ​ສາ 2013 ຫາ ​ເດືອນ ມິຖຸນາ 2013 ປະກອບມີ​​ໂຊກ​ຊັ້ນທີ 1 ແມ່ນ ໂຊກ​ປະຈຳ​ອາທິດ, ​ໂຊກ​ຊັ້ນທີ 2 ແມ່ນ ໂຊກ​ປະຈຳ​ເດືອນ ແລະ​ ໂຊກ​ຊັ້ນທີ 3 ແມ່ນ​ການ​ສະ​ສົມການ​ໂທ​ອອກ​ຄົບ​ທຸກໆ 15.000 ກີບ ​ແມ່ນ​ຈະ​ໄດ້​ຮັບ​ສິດ​ຊີງ​ໂຊກ 1 ເທື່ອ ລວມຂອງ​ລາງວັນທັງໝົດຫຼາຍກ່ວາ 1500 ລາງວັນ ແລະ ການ​ສຸມ​ຫາຜູ້​ໂຊກ​ດີ​ໃນ​ຄັ້ງນີ້ກໍ​ເປັນຄັ້ງທີ​ສາມ​ສຳລັບ​ໂຊກ​ຊັ້ນທີ2 ຄື​ຜູ້​ໂຊກ​ດີປະຈຳ​ເດືອນ ມິຖຸນານີ້ ມີ​ຂອງ​ລາງວັນ​ຢ່າງຫຼວງຫຼາຍ ​ເຊິ່ງ​ໄດ້​ແບ່ງ​ອອກ​ເປັນ​ສອງໝວດຄື: ໝວດສະ​ເພາະ​ບັດ​ຕື່ມ​ມູນ​ຄ່າ​​ໂທ 15.000 ກີບ ​ແລະ ໝວດບັດ 10.000 ກີບ, 30.000 ກີບ, 50.000 ກີບ, 100.000 ກີບ, 200.000 ກີບ ​ແລະ 500.000 ກີບ ລວມມີ​ລາງວັນ ລົດຈັກ 6 ລາງວັນ, ພັດ​ລົມ​ອາຍ​ນ້ຳ 10 ລາງວັນ, ​ເຕົາ​ປີ້ງ 20 ລາງ ວັນ, ມື​ຖື 30 ລາງວັນ ແລະ ຄັນ​ຮົ່ມ 40 ລາງວັນ.
      ຮອງ​ຫົວໜ້າພະ​ແນ​ກການ​ຕະ ຫຼາດ ບໍລິສັດ ອີ​ທີແອ​ລ ມະຫາຊົນ ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ອີ​ທີ​ແອ​ລ ກໍ​ໄດ້​ມອບ​ລາງວັນ​ໃຫ້​ແກ່​ຜູ້​ໂຊກ​ດີ ປະຈຳ​ອາທິດ ​ແລະ ປະຈຳ​ເດືອນ​ໄປ​ແລ້ວ​ຢ່າງຫຼວງຫຼາຍ, ຜູ້​ທີ່​ໄດ້​ຮັບ​ລາງວັນ​ກໍ​ມີ​ທັງ​ພາຍ​ໃນ ນະຄອນຫຼວງວຽງຈັນ ແລ​ະ ​ແຂວງ​ຕ່າງໆ ແລະ ຄາດ​ວ່າ​ໃນຕໍ່ ໜ້າ ອີ​ທີ​ແອ ກໍ​ຈະ​ມີ​ໂຄງການ ແຈກ​ໂຊກ​ຕ່າງໆອີກ​ເປັນ​ຈຳນວນ ຫຼາຍ ​ເພື່ອຄືນ​ກຳ​ໄລ​ໃຫ້​ແກ່​ລູກ​ຄ້າຂອງ​ຕົນ.

No comments:

Post a Comment