ໃນແຕ່ລະປີ, ລັດຖະບານ
ໄດ້ສຸມທຶນຮອນເປັນຈຳນວນມະຫາສານໃນການພັດທະນາພື້ນຖານໂຄງ ລ່າງໂດຍສະເພາະແມ່ນຖະ ໜົນຫົນທາງ ເພື່ອຮັບປະກັນໃຫ້ການສັນຈອນໄປມາຂອງປະຊາຊົນມີຄວາມສະ
ດວກປອດໄພ ໂດຍສະເພາະແມ່ນໄລຍະລະດູຝົນ, ແຕ່ຄຽງຄູ່ກັນນັ້ນກໍເຫັນວ່າ ຫລາຍເສັ້ນທາງທີ່ໄດ້ຮັບ
ການກໍ່ສ້າງໃຫ້ດີແລ້ວຊ້ຳພັດກັບມາຕົກຢູ່ໃນສະພາບຊຸດໂຊມ, ເປີະເປື້ອນຍ້ອນຂາດການບົວລະບັດຮັກສາ
ແລະ ຂາດການ ຄຸ້ມຄອງຢ່າງເຂັ້ມງວດໂດຍສະເພາະບັນດາເສັ້ນທາງທີ່ມີໂຄງການກໍ່ສ້າງອາຄານ, ສຳນັກງານ ແລະ ສູນການຄ້າຕ່າງໆໃນຕົວເມືອງແມ່ນຕົກຢູ່ໃນສະ ພາບເປີະເປື້ອນທີ່ສຸດເຊິ່ງຕົ້ນຕໍແມ່ນເກີດຈາກ
ເສດ ດິນ-ຕົມ ຕິດຕາມຕີນລົດບັນທຸກດິນ-ຊາຍ ທີ່ແລ່ນເຂົ້າ-ອອກ ໃນໂຄງການກໍ່ສ້າງຕ່າງໆ
ແລ້ວມາ ຢຽບໃສ່ເສັ້ນ ທາງຢາງຈົນເປີະເປື້ອນຢ່າງຂາດຄວາມຮັບພິຊອບເມື່ອຝົນຕົກລົງໃສ່ກໍກາຍເປັນຂີ້ຕົມໝື່ນ
ແລະ ເມື່ອເວລາ ແດດອອກກໍກາຍ ເປັນຂີ້ຝຸນ ປິວໄຫງ່ໄປທົ່ວ ເຊິ່ງບັນຫາທັງໝົດນັ້ນ
ລ້ວນແຕ່ສ້າງຄວາມຫຍຸ້ງ ຍາກສັບສົນ ຕໍ່ການສັນຈອນໄປມາໃຫ້ແກ່ສັງຄົມ, ກໍ່ໃຫ້ເກີດບັນຫາມົນລະພິດຕໍ່ສະ ພາບແວດລ້ອມ
ແລະ ມີອຸປະຕິເຫດ ເກີດຂຶ້ນ ແລະ ອີກດ້ານໜຶ່ງການອະນາໄມເສັ້ນທາງໃນຕົວເມືອງຂອງໜ່ວຍງານຮັບຊອບ
ໃນໄລຍະຜ່ານມາ ກໍເຫັນວ່າມີລັກສະນະງ່າຍດາຍສ່ວນໃຫຍ່ໃຊ້ພຽງລົດນ້ຳສີດລ້າງຂີ້ດິນລົງສູ່ຮ່ອງລະ
ບາຍນ້ຳແຄມທາງຈົນໃນທີ່ສຸດເຮັດໃຫ້ຮ່ອງລະບາຍນ້ຳອັດຕັນ ແລະ ເກີດນ້ຳຖ້ວມຂັງຫລາຍຈຸດເມື່ອ
ເວລາມີຝົນຕົກ.
No comments:
Post a Comment