Ad

Ad

4 July 2013

ອາທິດຜ່ານມາເຈົ້າຫນ້າທີ່ຕຳຫລວດແກ້ໄຂຄະດີໄດ້ 25 ເລື່ອງ



         ຕາມ​ການ​ລາຍ​ງານ​ຈາກ​ກອງ​ບັນຊາ​ການ ປກສ ນະຄອນຫຼວງວຽງຈັນ ວ່າ: ​ໃນ​ຮອບ​ອາທິດ​ຜ່ານ​ມາ​ຄື: ນັບ​ແຕ່​ວັນ​ທີ 26 ມິ ຖຸນາ ຫາ 2 ກໍລະກົດ ​ເຈົ້າໜ້າທີ່​ກອງ​ຄະດີ ປກສ ນະຄອນຫຼວງ ສົມທົບ​ກັບ​ກອງ​ບັນຊາ​ການຕຳຫຼວດ​ເມືອງ​ອ້ອມ​ຂ້າງ ​ໄດ້​ຮ່ວມ​ພິຈາລະນາ​ແກ້​ໄຂ​ຄະດີ​ສຳຄັນ​ຕ່າງໆລວມມີ 25 ເລື່ອງ, ໃນ​ນັ້ນບັນຫາ​ພົ້ນ​ເດັ່ນ​ຍັງ​​ແມ່ນ​ຄະດີ​ຄ້າຂາຍ​​ຢາ​ເສບ​ຕິດ​ຈຳນວນ 20 ເລື່ອງ ​ແລະ ຄະດີ​ລັກ​ຊັບ​ພົນລະ​ເມືອງ 5 ເລື່ອງ
          ໃນ​ຈຳນວນ​ຄະດີ​ທັງໝົດທີ່​ເຈົ້າໜ້າທີ່​ຕຳຫຼວດ ພວມ​ເລັ່ງດຳ​ເນີນ​ການ​ແກ້​ໄຂ ປະກອບ​ຜູ້​ຕ້ອງ​ຫາ​ທັງໝົດ 40  ຄ​ົນ, ລວມມີ​ຂອງ​ກາງ​ທີ່​ເຈົ້າໜ້າທີ່​ຍຶດ​ໄດ້ລົດ​ກະບະ​ຍີ່​ຫໍ້​ຮຸນ​ໄດ 1 ຄັນ, ລົດຈັກ 4 ຄັນ, ປືນສັ້ນ 1 ກະບອກ,ເງິນ 40 ລ້ານ​ກີບ ​ແລະ ຢາ​ບ້າ 400 ກ່ວາ​ເມັດ, ຜູ້​ຕ້ອງ​ຫາ​ດັ່ງກ່າວ ​ໄດ້​ຖືກ​ເຈົ້າ ໜ້າທີ່ ກັກ​ຕົວ​ມາ​ດຳ​ເນ​ີນຄະດີ​ສ່ວນ​ໃຫຍ່ຈະ​ເປັນ​ໄລຍະນັບ​ແຕ່​ຕົ້ນ​ເດືອນມິຖຸນາຜ່ານ​ມາ ​ແລະ ມາ​ຮອດ​ດຽວນີ້ ບັນດາ​ຜູ້​ຕ້ອງ​ຫາ​ທີ່​ມີ​ໂທດໜັກ ​ໄດ້​ສົ່ງ​ຟ້ອງ​ໃຫ້​ໄອ​ຍະ​ການ, ສານ​ປະຊາຊົນຂັ້ນ ຕ່າງໆສືບຕໍ່ການ​ສືບ ສວນ-ສອບ​ສວນ ເພື່ອ​ສະ​ເໜີຟ້ອງ​ໃຫ້​​ໄອ​ຍະ​ການ ​ແລະ ສານຄົ້ນ​ຄ້ວາ​ພິຈາລະນາ​ຕັດສິນ​ຕາມ​ຂະ​ບວນການ​ຍຸຕິ​ທຳ. ສ່ວນ​ຜູ້​ຕ້ອງ​ຫາທີ່ຢູ່​ໃນ​ກໍລະນີ​ເບົາ​ເຈົ້າໜ້າທີ່​ຈະ​ເລັ່ງສືບສວນ- ສອບ​ສວນ ເອົາ​ໄປ​ສຶກສາ​ອົບຮົມຢູ່​ຕາມ​ສູນ​ຕ່າງໆພ້ອມ​ທຳ​ການ​ປັບ​ໃໝຕາມ​ລະບຽບຂອງ​ບ້ານ​ເມືອງ.

No comments:

Post a Comment