Ad

Ad

4 July 2013

ໂຄງການກໍ່ສ້າງຂົວນ້ຳຂອງໄຊຍະບູລີ-ຫລວງພະບາງ ຈະສຳເລັດໃນທ້າຍປີນີ້



        ໃນວັນທີ 2 ກໍລະກົດນີ້, ທ່ານ ດຣ ລຽນ ທິແກ້ວ ເຈົ້າແຂວງໆໄຊຍະບູລີ ພ້ອມຄະນະໄດ້ລົງ ຕິດຕາມກວດກາໂຄງການກໍ່ສ້າງຂົວຂ້າມນ້ຳຂອງແຂວງໄຊຍະບູລີ-ຫລວງພະບາງ ເຊິ່ງພວມດຳເນີນ ການ ເຊື່ອມຈອດລະຫວ່າງສອງສົ້ນຂົວດ່ັງກ່າວ, ມາຮອດດຽວນີ້ ມີຄວາມຄືບໜ້າແລ້ວ 95% ຂອງໜ້າວຽກ ທັງໝົດ ເຊິ່ງເລີ່ມລົງມືກໍ່ສ້າງມາແຕ່ເດືອນພະຈິກ 2009, ຄາດວ່າຈະສຳເລັດໃນ ເດືອນກັນຍາໜ້ານີ້.       
         ໂຄງການກໍ່ສ້າງຂົວດັ່ງກ່າວ ໂດຍແມ່ນບໍລີສັດອີຈັງ-ກາບູລ ເປັນຜູ້ຮັບເໝົາກໍ່ສ້າງ, ລວມມູນ ຄ່າ ເກືອບ 10 ລ້ານໂດລາສະຫະລັດ, ໃນນີ້ມີທຶນກູ້ຢືມຈາກທະນາຄານພັດທະນາຂາເຂົ້າ- ຂາອອກ ແຫ່ງ ສ. ເກົາຫລີ 80% ແລະ ທຶນສົມທົບຂອງລັດຖະບານ 20%. ຂົວແຫ່ງນີ້ ຕັ້ງຢູ່ລະຫວ່າງ ບ້ານທ່າເດື່ອ ເມືອງ ແລະ ແຂວງໄຊຍະບູລີ ແລະ ບ້ານປາກຄອນ ເມືອງນານ ແຂວງຫລວງພະບາງ ເປັນຂົວເບຕົງເສີມເຫລັກ, ມີຄວາມຍາວ 620 ແມັດ, ກວ້າງກວ່າ 10 ແມັດ, ມີທາງຍ່າງ ສອງເບື້ອງໆລະ 1,25 ແມັດ, ທາງລົດ ແລ່ນ 8 ແມັດ, ມີ 6 ເລັນ, ມີ 5 ເສົາ, ສູງເສົາລະເກືອບ 50 ແມັດ, ສາມາດຮັບນ້ຳໜັກ 80 ໂຕນ. ພາຍຫລັງ ສຳເລັດການກໍ່ສ້າງຂົວແຫ່ງນີ້ ກໍຈະສືບຕໍ່ສ້າງທາງເຂົ້າຫາຂົວທັງສອງເບື້ອງທີ່ມີຄວາມຍາວທັງໝົດ 3,4 ກິ ໂລມັດ, ກວ້າງ 9 ແມັດ, ເປັເສັ້ນທາງປູຢາງ 2 ຊັ້ນ, ປັດຈຸບັນພວມລົງມືກໍ່ສ້າງ ໄດ້ 60% ຂອງໜ້າວຽກ ທັງໝົດ.

No comments:

Post a Comment