ວັດທະນະທຳ ແລະ ວິຖີຊີວິດ
ທີ່ຈົບງາມຂອງທ້ອງຖິ່ນພວມຖືກ ກືນກິນໂດຍເຕັກໂນໂລຊີທີ່ເອີ້ນ ໂດຍທົ່ວໄປວ່າ:
ຄວາມທັນສະໄໝ ແລະ ຄວາມບໍ່ມີພົມແດນ.
ການປ່ຽນແປງຈາກສິ່ງໜຶ່ງສູ່ອີກສິ່ງໜຶ່ງທີ່ຂາດການກັ່ນກອງ
ແລະ ຂາດການຄັດເລືອກນັ້ນມັນຈະສົ່ງ ຜົນກະທົບຢ່າງໜັກໜ່ວງໃສ່ຮູບແບບ ວິຖີຊີວິດຂອງຄົນຍຸກໃໝ່
ເຮັດໃຫ້ສິ່ງທີ່ດີງາມໃນອະດີດລົບຫາຍ ໄປຢ່າງໄວວາ.
ຄຸນຄ່າຄວາມດີງາມແຕ່ເກົ່າກ່ອນຈະຖືກແທນທີ່ດ້ວຍອັນໃໝ່ຄຸນຄ່າໃໝ່ທີ່ເອີ້ນວ່າ: ຄວາມ ທັນສະໄໝ.
ບັນຫາເກີດຂຶ້ນແນ່ນອນຍ້ອນມັນມີຊ່ອງ ຫວ່າງລະຫວ່າງຄົນຮຸ່ນໜຸ່ມກັບຜູ້ເຖົ້າ, ຜູ້ເຖົ້າຈະ
ຖືກຕຳນິຈາກຄົນຮຸ່ນໜຸ່ມວ່າ: ຫົວບູຮານ, ໄວໜຸ່ມຈະເອີ້ນຕົນເອງວ່າ: ຄົນຮຸ່ນໃໝ່ຄົນທັນສະ ໄໝຍຸກໄຮເທັກ.
ເຮົາຈະເຫັນວ່າ: ຄວາມຈະ ເລີນທາງສັງຄົມ ແລະ
ຄວາມຈະ ເລີນທາງເຕັກໂນໂລຊີມີການປ່ຽນແປງ ຢ່າງວ່ອງໄວ ເຮົາຈະປະຕິເສດບໍ່ໄດ້ດອກ ວ່າ:
ນີ້ຄືສັດຕູທາງວັດທະນະທຳ ເຊິ່ງມີຜົນຕໍ່ການປ່ຽນແປງວິຖີ ຊີວິດ.
ວັດທະນະທຳ ແລະ ປະເພນີ ບາງຢ່າງໃນທ້ອງຖິ່ນເລີ່ມສູນຫາຍໄປ,
ຖືກດັດແປງໃຫ້ເຂົ້າກັບສະພາບປັດຈຸບັນວິຖີຊີວິດເລີ່ມປ່ຽນແປງເປັນທຸລະ ກິດຫລາຍຂຶ້ນ
ເພື່ອເປັນການຕອບສະໜອງຄວາມຕ້ອງ ການທາງສັງຄົມ.
ເມື່ອມີໂອກາດໄດ້ໄປທ້ອງຖິ່ນກໍເລີຍມີຄວາມວິຕົກກັງວົນ
ຄິດເຖິງອະນາຄົດຢ້ານສິ່ງດີໆທີ່ເຄີຍ ໄດ້ພົບ ເຫັນຈະສູນຫາຍໄປ, ອາຄານ,
ບ້ານເຮືອ ບ່ອນຢູ່ອາໄສ, ເຄື່ອງນຸ່ງຫົ່ມ,ເຄື່ອງປະດັບຕົບແຕ່ງຕະຫລອດຮອດເຄື່ອງໃຊ້ໄມ້ສອຍທີ່ເປັນແບບເປັນຢ່າງ ຂອງຊາວບ້ານເລີ່ມປ່ຽນແທນໂດຍ
ເຄື່ອງໃຊ້ ໄຟຟ້າທັນສະໄໝ ທີ່ຍັງເນັ້ນເອົາໃຈຜູ້ຊື້ຫລາຍຂຶ້ນການບໍລິການແບບວ່ອງໄວເຖິງຫົວຂັ້ນໄດເຮືອນ.
ການສູນເສຍຄວາມເປັນທ້ອງຖິ່ນໃນກະແສການພັດທະນາມາແຮງ,
ສູນເສຍວັດທະນະທຳທີ່ເປັນເອກະລັກກາຍເປັນປະຫວັດສາດທີ່ໄດ້ຮຽນຮູ້ທີ່ ບໍ່ສາມາດປະຕິບັດໄດ້ໃນສັງຄົມປັດຈຸບັນ.
ຍ້ອນເຫັນໄດ້ເຖິງການຈະສູນ ເສຍສິ່ງທີ່ມີຄຸນຄ່າ
ລັດຖະບານ ຈຶ່ງໄດ້ວາງແນວທາງດ້ານວັດທະນະທຳ ອັນດີງາມຂອງຊາດ ຄືວັດທະນະທຳດັ້ງ ເດີມ ແລະ
ປະເພນີອັນເປັນເອກະລັກຂອງຊົນເຜົ່າຕ່າງໆ ດັ່ງນີ້: ສືບ ຕໍ່ ແລະ ສົ່ງເສີມຂະຫຍາຍວັດທະນະທຳຂອງຊາດ
ແລະ ຂອງປະຊາຊົນ, ພິຈາລະນາຮັບເອົາວັດທະນະ ທ
ຳອັນດີງາມຂອງຕ່າງຊາດ ໂດຍມີການຄັດເລືອກສະກັດກັ້ນວັດທະນະທຳທີ່ບໍ່ດີຈາກພາຍນອກ, ສົ່ງ ເສີມຜະລິດຕະພັນທາງວັດທະນະທຳສິລະປະວັນນະຄະດີ,
ສົ່ງເສີມພອນ ສະຫວັນ ແລະ ຄວາມສາມາດ ຂອງຄົນໃນການປະດິດຄິດແຕ່ງ, ຈຳກັດຄວາມເຫັນແກ່ເງິນ
ໂດຍບໍ່ຄຳນຶງເຖິງແນວທາງນະໂຍບາຍຂອງ ພັກ ແລະ ວັດທະນະທຳອັນດີງາມຂອງຊາດເປັນຕົ້ນໃນນີ້
ໃຫ້ນຳເອົາເນື້ອໃນສາລະຂອງວັດທະນະທຳເຂົ້າ ໃນຫລັກສູດການສຶກສາ, ຟື້ນຟູບູລະນະບູຮານສະຖານ
ແລະ ສະຖານທີ່ສຳຄັນທາງປະຫວັດສາດເປັນ ແຫລ່ງຄວາມຮູ້ ແລະ ທ່ອງທ່ຽວ, ສົ່ງເສີມທຸລະກິດ,
ຜະລິດຕະພັນສິລະປະວັດທະນະທຳ ແລະ ວັນນະ ຄະດີເພື່ອສັງຄົມ ແລະ ການພັດທະນາ.
ການກຳນົດທິດທາງແນວນີ້ກໍ
ເພື່ອເປັນການສະກັດກັ້ນວັດທະນະທຳທີ່ບໍ່ດີ ແລະ ສົ່ງເສີມວັດທະ ນະທຳອັນດີງາມຂອງຄົນລາວໃຫ້ຍືນຍົງ,
ແຕ່ສິ່ງທີ່ໜ້າເປັນຫ່ວງຫລາຍທີ່ສຸດປາກົດວ່າພາກສ່ວນທີ່ມີ ໜ້າທີ່ຮັບຜິດຊອບໂດຍກົງ ຍັງມິດງຽບ
ບໍ່ເອົາໃຈໃສ່ເທົ່າທີ່ຄວນ, ບາງຄົນຍັງປ່ອຍປະລະເລີຍບັນຫານີ້ ໃຫ້ເປັນໄປຕາມເວນຕາມກຳ,
ມາຮອດເວລານີ້ ເຮົາຄວນຄິດກັນໃຫ້ດີວ່າ: ການປົກປ້ອງ ວັດທະນະທຳ
ອັນດີງາມຂອງຊາດຍ່ອມຈະດີກວ່າປ່ອຍໃຫ້ມັນສູນເສຍໄປຢ່າງບໍ່ອາໄລໄຍດີ.
No comments:
Post a Comment