Ad

Ad

1 November 2013

ມາດຕະຖານຂອງເສັ້ນທາງຄົມມານາຄົມ​ຄື​ບັນຫາ​​ການ​​ເຊື່ອມ​ໂຍງ AEC ຂອງ​ລາວ



         ການ​ກ້າວ​ສູ່​​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ​ໃນ​ປີ 2015 ​ໄດ້​ເລັ່ງ​ໃຫ້​ພາກ​ລັດ ​ແລະ ​ເອກະ​ຊົນ​ຕ້ອງ​ມີ​ຄວາມ​ພ້ອມ ​ແລະ ກຳນົດ​ບັນດາ​ເງື່ອນ​ໄຂ​ທ່າ​ແຮງ​ຕ່າງໆເພື່ອ​​ຈະ​ນຳ​ໄປສູ່ການ​ເຊື່ອມ​ໂຍງ​ກັບປະ​ເທດ​ສະມາຊິກ​ອາ​ຊຽນດ້ວຍ​ກັນ ​ແລະ ຂະ​ແໜງ​​ຄົມມະນາຄົມ​ແມ່ນ​ຂະ​ແໜງ​ການ​ໜຶ່ງ​ທີ່​ຕ້ອງ​ໄດ້​ມີ​ການ​ປັບປຸງ​ໃຫ້​ໄດ້​ມາດ ຕະຖານ​ ສາມາດ​ເຊື່ອມ​ໂຍງ​ກັບພາກພື້ນ.
            ທ່ານ ຄຳ​ມູນ ບົວ​ພັນ ຫົວ ໜ້າ​ຫ້ອງການ​ກອງ​ເລຂາ​ຂົນ​ສົ່ງ​ແຫ່ງ​ຊາດ ກົມ​ຂົນ​ສົ່ງ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກ່າວ​ວ່າ: ການ​ກ້າວ​ສູ່​ປະຊາ​ຄົມ​ເສດ ຖະກິດ​ອາ​ຊຽນ​ໃນ​ປີ 2015 ສຳລັບ​ຂະ​ແໜງ​ການ​ຄົມມະນາຄົມ​ຂົນ​ສົ່ງ​ຂອງ​ພວກ​ເຮົາ​ນີ້​ແມ່ນ​ມີ​ບັນຫາ​ທ້າ​ທາຍ​ຫລາຍ​ສົມຄວນ​ໃນ​ການ​ເຊື່ອມ​ໂຍງ​ດັ່ງກ່າວ ​ເນື່ອງ​ຈາກ​ວ່າ​ລະບົບ​ພື້ນຖານ​ໂຄງ​ລ່າງ​ດ້ານ​ການ​ຄົມມະນາ ຄົມ​ຂອງ​ເຮົາ​ຍັງ​ບໍ່​ມີ​ມາດຕະຖານ​ດີ ​ເມື່ອ​ທຽບ​ກັບປະ​ເທດ​ໃກ້​ຄຽງ ​ໂດຍ​ສະ​ເພາະ​ບັນຫາ​ເສັ້ນທາງ ​ປັດຈຸບັນ​ພວກ​ເຮົາ​ໄດ້​ກຳນົດ​ເອົາ 5 ​ເສັ້ນທາງ​ເປີດ​ໃຫ້​ນຳ​ໃຊ້​ໃນ​ຂອບ​ອາ​ຊຽນ ຄື​ເສັ້ນທາງ R3, ທາງ​ເລກ 13 ​ເໜືອ-13​ໃຕ້, ທາງ​ເລກ 8 ​ແລະ ທາງ​ເລກ 9, ​ໃນ​ນັ້ນ ມີ​ພຽງ​ເສັ້ນ ທາງ R3 ​ແລະ
ທາງ​ເລກ 9 ທີ່​ໄດ້​ມາດຕະຖານ​ຂອງ​ອາ​ຊຽນ, ສ່ວນ​ທີ່​ເຫລືອ​ແມ່ນ​ຈະ​ຕ້ອງ​ໄດ້​ມີ​ການ​ປັບປຸງ​ຍົກ​ລະດັບ ​ເພື່ອ​ໃຫ້​ໄດ້​ມາດຕະຖານ​ດີ​ຂຶ້ນ ແລະ ​ສາມາດ​ຮອງ​ຮັບ​ນ້ຳໜັກ​ຂອງ​ລົດ​ບັນທຸກ​ສິນຄ້າ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນທີ່​ຈະ​ຜ່ານ​ເຂົ້າ-ອອກ​ລາວ​ໄດ້​ສະດວກ​ຂຶ້ນຕື່ມ.
           ທ່ານ​ຫົວໜ້າ​ຫ້ອງການ​ກອງ​ເລຂາ​ຂົນ​ສົ່ງ​ແຫ່ງ​ຊາດ ກ່າວ​ວ່າ: ຜ່ານ​ມາ​ພວກ​ເຮົາ​ໄດ້​ຈັດການ​ເຜີຍ​ແຜ່​ເປັນ​ໄລຍະ ​ເພື່ອ​ໃຫ້​ພາກ​ລັດ ​ແລະ ​ເອກະ​ຊົນ​ຜູ້​ປະ ກອບ​ການ​ຂົນ​ສົ່ງ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ບັນດາ​ຂອບ​ການ​ຮ່ວມ​ມື​ຂອງ​ອາ​ຊຽນ​ໃນ​ຂົງ​ເຂດ​ວຽກ​ງານ​ຄົມ ມະນາຄົມ​ຂົນ​ສົ່ງ ​ເຊິ່ງມີ​ສັນຍາ ​ແລະ ອະນຸ​ສັນຍາ​ການ​ຮ່ວມ​ມື​ຕ່າງໆ​ປະມານ 11 ສະບັບ ທີ່​ກຳ ນົດ​ກ່ຽວ​ກັບ​ວຽກ​ການ​ຂົນ​ສົ່ງທີ່​ພວກ​ເຮົາ​ໄດ້​ເຂົ້າຮ່ວມ ​ແລະ ຈັດ ຕັ້ງປະຕິບັດ​ເຊັ່ນ: ການ​ຂົນ​ສົ່ງ​ຂ້າມ​ແດນ​ລະຫວ່າງ​ປະ​ເທດ, ການ​ຂົນ​ສົ່ງ​ຫລາຍ​ຮູບ​ແບບ, ການ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ, ມາດຕະຖານ​ຂອງ​ລົດ, ​ເງື່ອນ​ໄຂ​ການ​ສ້າງຕັ້ງບໍລິ ສັດ​ຂົນ​ສົ່ງ, ການ​ຂົນ​ສົ່ງ​ສິນຄ້າ​ອັນຕະລາຍ ​ແລະ ອື່ນໆ, ສ່ວນ​ສັນ ຍາ​ການ​ຂົນ​ສົ່ງ​ຫລາຍ​ຮູບ​ແບບ ​ແລະ ອະນຸ​ສັນຍາ​ທີ 6 ກ່ຽວ​ກັບ​ທາງ​ລົດ​ໄຟ​ແມ່ນ​ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ໃຫ້​ສັດຕະຍາບັນ.
         ທ່ານ​ຫົວໜ້າ​ຫ້ອງການ​ກອງ​ເລຂາ​ການ​ຂົນ​ສົ່ງ​ແຫ່ງ​ຊາດ ກ່າວ​ວ່າ: ສິ່ງ​ທ້າ​ທາຍ​ສຳລັບ​ຂະ​ແໜງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ໃນ​ການ​ເຂົ້າ​ເປັນ​ປະຊາ​ຄົມ​ອາ​ຊຽນບໍ່​ສະ​ເພາະ​ແຕ່​ເສັ້ນທາງ​ທີ່​ບໍ່​ໄດ້​ມາດຕະຖານ​​ເທົ່າ​ນັ້ນ, ​ແຕ່​ຍັງ​ມີ​ຫລາຍ​ປັດ​ໄຈ​ອ່ອນ​ນ້ອຍ​ເຊັ່ນ: ດ້ານ​ອຸປະກອນ​ພາຫະນະ​ການ​ຂົນ​ສົ່ງ​ມີ​ຈຳກັດ ​ແລະ ບໍ່​ທັນ​ສະ​ໄໝ, ບຸກຄະລາ​ກອນ​ມີ​ຈຳກັດ ​ແລະ ງົບ ປະມານ​ຍັງ​ບໍ່​ພຽງພໍ​ໃນ​ການ​ຍົກ​ລະດັບ​ວຽກງານ​ດັ່ງກ່າວ​ໃຫ້​ຮັບ ປະກັນ​ດີ.

No comments:

Post a Comment