
ທ່ານ ໂຄ ໄຕ ຮອງ ຜູ້ຈັດການທົ່ວໄປ ບໍລິສັດ
ລາວເອເຊຍ ປາຊີຟິກ ບີເວີລີ ຈຳກັດ ໄດ້ກ່າວໃນງານສະເຫນີຜະລິດຕະພັນໃໝ່ ເບຍນ້ຳຂອງ
ແບບກະປ໋ອງ ໃນວັນທີ 31 ຕຸລານີ້ ຢູ່ໂຮງງານຂອງຕົນວ່າ: ພາຍຫຼັງທີ່ເຂົ້າມາດຳເນີນທຸລະກິດກວ່າ
6 ປີ, ບໍລິສັດ ປະສົບຜົນສຳເລັດຫຼາຍເປັນຕົ້ນແມ່ນການຜະລິດ ແລະ ຈຳໜ່າຍຜະລິດຕະພັນອອກສູ່ຕະຫລາດ
ພວມເປັນທີ່ນິ ຍົມ ແລະ ໄດ້ຮັບການຕອບຮັບດ້ວຍດີ ເຊິ່ງປັດຈຸບັນເຫັນວ່າການຜະລິດສູງກວ່າ
50
ລ້ານກວ່າກວດຕໍ່ປີ ແລະ ສາມາດສົ່ງອອກຈຳໜ່າຍໃນປະເທດໄດ້ເປັນຈຳນວນຫຼາຍ ລວມມີ 3 ປະເພດຄື: ເບຍໄທເກີ, ເບຍໄຮເນເກນ ແລະ ເບຍນ້ຳຂອງ ເຊິ່ງເປັນເບຍທີ່ຜະລິດໄດ້ມາດຕະຖານ ແລະ ໄດ້ຮັບລາງວັນຫຼຽນຄຳຈາກສາກົນມາແລ້ວ 3 ປີຊ້ອນ ແລະ ເພື່ອເປັນທາງເລືອກໃຫ້ກັບລູກຄ້າ ແລະ ອຳນວຍຄວາມສະດວກໃນ
ການບໍລິໂພກ ທາງບໍລິສັດ ໄດ້ມີຜະລິດຕະພັນໃໝ່ ເບຍນ້ຳຂອງ
ຊະນິດກະປ໋ອງ ທີ່ພວມໄດ້ຮັບຄວາມສົນໃຈຈາກສັງຄົມ ແລະ ລູກຄ້າເປັນຢ່າງດີ.ລ້ານກວ່າກວດຕໍ່ປີ ແລະ ສາມາດສົ່ງອອກຈຳໜ່າຍໃນປະເທດໄດ້ເປັນຈຳນວນຫຼາຍ ລວມມີ 3 ປະເພດຄື: ເບຍໄທເກີ, ເບຍໄຮເນເກນ ແລະ ເບຍນ້ຳຂອງ ເຊິ່ງເປັນເບຍທີ່ຜະລິດໄດ້ມາດຕະຖານ ແລະ ໄດ້ຮັບລາງວັນຫຼຽນຄຳຈາກສາກົນມາແລ້ວ 3 ປີຊ້ອນ ແລະ ເພື່ອເປັນທາງເລືອກໃຫ້ກັບລູກຄ້າ ແລະ ອຳນວຍຄວາມສະດວກໃນ
ທ່ານ ໂຄ ໄຕ ຮອງ ກ່າວ ວ່າ: ລາວເອເຊຍ
ປາຊີຟິກ ບີເວີລີ ສ້າງຕັ້ງຂື້ນພຽງ 6 ປີ ກວ່າ ໂດຍການຮ່ວມທຶນລະ ຫວ່າງລັດຖະບານລາວ
25% ບໍລິສັດ ລາວເອເຊຍ ປາຊີຟິກ 68% ແລະ ນັກລົງທຶນທົ່ວໄປ 7 %, ທີ່ລົງທຶນຫຼາຍກວ່າ
50 ລ້ານໂດລາ ໃນການສ້າງຕັ້ງໂຮງງານຜິະລິດເບຍກໍຄື: ເບຍໄທເກີ, ເບຍນ້ຳຂອງ,
ເບຍ ABC ແລະ ເພື່ອເຮັດໃຫ້ບໍລິລັດໄດ້ມີການພັດທະນາ ແລະ ຍົກສູງຄຸນນະພາບການຜະລິດໃຫ້ດີຂື້ນ
ແລະ ໄດ້ຮັບມາດຖານສາກົນເປັນຕົ້ນແມ່ນ ISO 9001, ISO 22000, ແລ້ວທາງບໍລິສັດຍັງໄດ້ປະກອບສ່ວນພັດທະນາສັງຄົມ
ແລະ ການປະຕິບັດພັນທະໃຫ້ລັດເພີ່ມຂື້ນທຸກໆປີ.
No comments:
Post a Comment