ຕາມການລາຍງານຂອງນັກຂ່າວປະຈຳແຂວງຈຳປາສັກ
ໃຫ້ຮູ້ວ່າ: ທີມກູ້ຊາກເຮືອບິນ ATR72-600 ຂອງການບິນລາວທີ່ເກີດອຸປະຕິເຫດຕົກລົງນ້ຳຂອງ
ເມື່ອວັນທີ 16 ຕຸລາຜ່ານມາ ໄດ້ຄົ້ນພົບກ່ອງດຳ ແລະ ນຳຂຶ້ນມາຈາກພື້ນນ້ຳຂອງໃນເວ
ລາປະ ມານ 9:40 ໂມງ ຂອງວັນທີ 31 ຕຸລາແລ້ວນີ້ ເຊິ່ງຢູ່ຫ່າງຈາກຈຸດເກີດເຫດປະມານ
900 ກວ່າແມັດ ເຊິ່ງແມ່ນກ່ອງບັນທຶກຂໍ້ມູນຂອງເຮືອບິນ, ສ່ວນກ່ອງດຳບັນທຶກສຽງແມ່ນຈະເອົາຂຶ້ນໃຫ້ສຳເລັດໃນມື້ດຽວກັນ
ເພື່ອຈະໄດ້ນຳກ່ອງດຳທັງສອງໄປກວດສອບພິສູດຫາສາເຫດຂອງເຮືອບິນຕົກໃນເທື່ອນີ້.
ປັດຈຸບັນ ສາມາດຄົ້ນພົບຜູ້ເສຍຊີວິດແລ້ວ
47 ສົບ ແລະ 33 ຊິ້ນສ່ວນ ໂດຍໄດ້ເກັບຕົວຢ່າງສົ່ງໄປສັນລະສູດ, ໃນນັ້ນ ສາມາດສັນລະສູດບຸກຄົນ
ແລະ ຢັ້ງຢືນໄດ້ແລ້ວ 43 ກໍລະນີ, ມີ 42 ສົບ ແລະ 1 ຊິ້ນສ່ວນ ແລະ ຍັງອີກ 6 ສົບ ແລະ
31 ຊິ້ນສ່ວນ ທີ່ພວມຢູ່ໃນຂັ້ນຕອນສັນລະສູດ, ໃນນັ້ນ ມີສັນຊາດລາວ 2 ສົບ, ຝຣັ່ງ
3 ສົບ ແລະ ອົດສະຕຣາລີ 1 ສົບ.
No comments:
Post a Comment