Ad

Ad

1 November 2013

ລາວ-ຈີນ ລົງນາມເອກະສານຮ່ວມມືຫລາຍດ້ານ



           ​ໃນ​ວັນ​ທີ 30 ຕຸລາ​ຜ່ານ​ມານີ້, ຢູ່​ຫ້ອງ​ວ່າການ​ລັດຖະບານ​ໄດ້​ມີ​ພິທີ​ລົງ ນາມ​ເອກະສານ​ຮ່ວມມືຫລາຍດ້ານ​ລະຫວ່າງ​ລັດຖະບານ​ ແຫ່ງ ສປປ ລາວ ​ແລະ ລັດຖະບານ ແຫ່ງ ສປ ຈີນ, ຕາງໜ້າ​ລັດຖະບານ​ລາວ ​ໂດຍ​ແມ່ນ​ທ່ານ ສົມ​ສະ ຫວາດ ​ເລັ່ງ ສະຫວັດ ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມາ​ທິການ​ຮ່ວມ​ມື ລາວ-ຈີນ ​ແລະ ຕາງໜ້າ​ລັດຖະບານ ສປ ຈີນ ​ໂດຍ​ແມ່ນ​ທ່ານ ກວນ ຮວາ ບິງ (Guan Huabing) ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາ​ດ​ເຕັມ​ແຫ່ງ ສປ ຈີນ ປະຈຳ​ລາວ.
        ​ເອກະສານ​ທີ່​ລົງນາມກັນ​ໃນ​ ເທື່ອ​ນີ້ ມີ​ທັງ​ໝົດ 6 ສະບັບ ຄື​ສັນ ຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ເສດ ຖະກິດ-​ເຕັກນິກ ​ລະ ຫວ່າງ​ລັດຖະບານ​ ແຫ່ງ ສປປ ລາວ ​ແລະ ລັດຖະບານ ​ແຫ່ງ ສປຈີນ, ສັນຍາ​ວ່າ​ດ້ວຍ​ລັດຖະບານ ​ແຫ່ງ ສປ ຈີນ ສະໜອງ​ເງິນ​ຊ່ວຍ​ເຫລືອ​ລ້າ ຈຳນວນ 100 ລ້ານ​ຢວນ, ​ເອກະ ສານ​ແລກປ່ຽນ​ກ່ຽວ​ກັບ​ການ​ປັບປຸງ​ແຜນ​ກໍ່ສ້າງ​ໂຄງການ​ສູນ​ປະຊຸມ​ສາກົນ, ໜັງ​ສື​ມອບ-ຮັບ​ໂຄງການ​ສ້ອມ​ແປງ ​ແລະ ຟື້ນຟູ​ເສັ້ນທາງ​ນາ​ເຕີຍ-ປາກ​ມອງຕອນ​ເໜືອ, ໜັງສື​ມອບ-ຮັບ​ເຄື່ອງ​ອົບ​ສາລີ 10 ຊຸດ,
ໜັງສື​ມອບ-ຮັບ​ເຮືອບິນ MA60 ສອງ​ລຳ ​ແລະ ໜັງສື​ມອບ-ຮັບ​ເງິນ ຈຳນວນ 2 ​ແສນ​ໂດ​ລາ​ສະຫະລັດ ​ໃຫ້​ແກ່​ລັດຖະ ບານ​ລາວ ​ເພື່ອ​ຊ່ວຍ​ເຫລືອ​ໃນ​ການ​ສະກັດ​ກັ້ນ ​ແລະ ປ້ອງ​ກັນ​ພະ ຍາດ​ໄຂ້​ເລືອດ​ອອກ. ບັນດາ​ເອ ກະສານ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສາຍ​ພົວພັນ​ແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ​ລະ ຫວ່າງ ລາວ-ຈີນ ພວມ​ສືບຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ໃຫ້​ຂະ ຫຍາຍຕົວ​ຢ່າງ​ເຂັ້ມ​ແຂງ ​ແລະ ອຸດົມສົມບູນ​ຂຶ້ນຕື່ມ.

No comments:

Post a Comment