Ad

Ad

1 November 2013

ສູນ​ພາສາ​ອັງກິດ ຊີ​ອີ​ເອ ​ຮ່ວມແລກປ່ຽນວັດທະນະທຳ​ກັບ​ໂຮງຮຽນມັດທະຍົມ​ປະ​ເທດອົດ​ສະ​ຕາ​ລີ



  ໃນ​ວັນ​ທີ 30 ຕຸລາຜ່ານມາຢູ່​ສູນ​ສອນ​ພາສາ​ອັງກິດ ຊີ​ອີ​ເອ ບ້ານໂພນ​ຄຳ ​ເມືອງ ສີ​ໂຄດ​ຕະບອງ ນະຄອນຫຼວງວຽງຈັນ ໄດ້​ຈັດ​ກິດຈະກຳຮ່ວມ​ສະ​ແດງ​ສິນລະປະ​ແລກປ່ຽນວັດທະນະທຳ ກັບ​ບັນ ດາ​ນັກ​ສຶກສາ ​ແລະ ອາສາ​ສະ ໝັກຈາກ​ໂຮງຮຽນມັດທະ ຍົມ ​ເຊັງ ​ໄມ​ໂຄ ຄໍ​ຈີ​ເອັດ​ຈ໌ ປະ​ເທດ​ອົດ​ສະ​ຕາ​ລີ ເຊິ່ງນຳ​ໂດຍ ທ່ານ ນາງ ພອນ​ວິ​ໄລ ມິ່ງ​ມາ​ໄລ ອຳນວຍ​ການ​ສູນ​ຝຶກ​ອົບຮົມ​ພາ ສາ​ອັງກິດດັ່ງກ່າວ.
            ທ່ານ ນາງ ພອນ​ວິ​ໄລ ມິ່ງ​ ມາ​ໄລ ກ່າວ​ວ່າ​: ການ​ຈັດ​ກິດຈະກຳ​ແລກປ່ຽນວັດທະນະທຳ​ດັ່ງກ່າວ​ແມ່ນ​ເປັນການ​ຮ່ວມ​ມື​ກັນ​ຂອງ​ສອງ​ສະ​ຖາ​ບັນ​ພວກ​ເຮົາ ພາຍຫຼັງ​ທາງ​ອາສາ​ສະໝັກ ​ແລະ ນັກຮຽນຈາກ​ໂຮງຮຽນ ມັດທະ ຍົມ ​ເຊັງ ​ໄມ​ໂຄ ຄໍ​ຈີ​ເອັດ​ຈ໌ ປະ​ເທດ​ອົດ​ສະ​ຕາ​ລີ ໄດ້​ມາ​ຮ່ວມ​ໃນ​ການ​ສອນ, ເຝິກ​ທັກ​ສະ​ໃນ​ການ​ຮຽນພາສາ​ອັງກິດ​ໃຫ້​ກັບ​ຄູ​ອາ ຈານ​ຂອງ​ສູນ​ພວກ​ເຮົາ ​ໃນ​ລະ ຫວ່າງ​ວັນ​ທີ 28 ຫາ 30 ຕຸລາຜ່ານ ມາ, ທັງ​ຍັງ​ເປັນ​ການ​ແລກປ່ຽນ ວັດທະນະທຳ ​ແລະ ກິດຈະກຳ ອື່ນໆດ້ານ​ການ​ສຶກສາ​ຮ່ວມ​ກັນ ນຳອີກ​ ​ເພື່ອ​ເປັນ​ການ​ເພີ່ມ​ທັກ​ສະ​ໃນ​ການ​ສອນ​ພາສາ​ອັງກິດ​ຂອງ​ສູນ​ໄດ້​ດີ​ຂຶ້ນ, ຂະນະ​ດຽວກັນ​ກໍ​ເພື່ອ​ເພີ່ມ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ນ້ອງ​ນັກຮຽນພວກ​ເຮົາ​ໂດຍ​ສະ​ເພາະ​ການສະ​ແດງ​ສິນລະປະ, ການ​ສົນທະນາ​ພາສາ​ອັງກິດ ​ໃຫ້​ດີ​ຍິ່ງ​ຂຶ້ນ.

         ທ່ານ ນາງ ພອນ​ວິ​ໄລ ກ່າວ​ ວ່າ: ສູນ​ພາສາ​ອັງກິດ ຊີ​ອີ​ເອ ​ໄດ​ສ້າງຕັ້ງຂື້ນ​ໃນ​ປີ 2010 ໂດຍມີ​ການ​ສອນ​ພາສາ​ອັງກິດ​ທົ່ວ​ໄປ ຫາ​ລະດັບ​ສູງ ​​ແລະ ​ໄດ້​ນຳ​ເອົາຫຼັກສູ​ດການ​ຮຽນການ​ສອນ​ຈາກ​ມະຫາວິທະຍາ​ໄລ ແຄມ​ບິດ, ຂະນະ​ທີ່​ປັດຈຸ​ບັນ​ມີ​ນັກ ຮຽນພວມ​ສຶກສາ​ຮ່ຳຮຽນ​ຢູ່ຫຼາຍກວ່າ 100 ຄົນ, ​ໃນ​ນີ້ນອກຈາກ​ການ​ຮຽນການ​ສອນ​ແລ້ວທາງ​ສູນ​ຍັງ​ມີ​ກິດຈະກຳຮ່ວມ​ແລກ ປ່ຽນບົດຮຽນວິຊາ​ການ ແລະ ​ວັດທະນະທຳກັບ​ໂຮງຮຽນຕ່າງໆ​ເຊັ່ນ: ​ໂຮງຮຽນມັດທະຍົມ ຈາກ​ປະ​ເທດ ສ.ເກົາຫຼີ ແລະ ອົດ​ສະ​ຕາ​ລີ ເພື່ອ​ເຮັດ​ໃຫ້ການ​ຮຽນຮູ້​ພາສາ​ອັງກິດ​ຂອງນັກຮຽນ​ມີ​ຄຸນ​ນະພາ​ບ​ດີ​ຍິ່ງ​ຂຶ້ນ.

No comments:

Post a Comment