ຂອງວັນທີ 30 ຕຸລານີ້, ອຳນາດການປົກຄອງບ້ານທົ່ງຂັນຄຳ,
ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ເຈົ້າໜ້າທີ່ຕຳຫຼວດລົງກວດກາຮ້ານເກນຢູ່ເຂດບ້ານຂອງຕົນ
ແລະ ໄດ້ພົບເດັກນັກຮຽນຈາກໂຮງຮຽນມັດທະຍົມສົມບູນອານຸ ແລະ ໂຮງຮຽນປະຖົມທົ່ງຂັນຄຳຈຳ ນວນ
7 ຄົນພວມເມົາມົວຫິ້ນເກນຢ່າງເພີດເພີນ, ໂດຍບໍ່ຄຳນຶ່ງເຖິງການຮ່ຳຮຽນຂອງຕົນ ແຕ່ຢ່າງໃດ, ທັງໆທີ່ເວລານັ້ນເປັນຊົ່ວໂມງຮຽນ
.
ເຈົ້າໜ້າທີ່ຈຶ່ງໄດ້ນຳເອົາເດັກນັກຮຽນ ແລະ
ເຈົ້າຂອງຮ້ານເກນມາສຶກສາອົບຮົມ ແລະ ເຮົດບົດບັນທຶກຄວາມຜິດ, ປັບ ໃໝ່ເຈົ້າຂອງຮ້ານເກນ ແລະ
ໄດ້ເອີ້ນຜູ້ປົກຄອງເດັກມາຕັກເຕືອນ, ບອກສອນລູກຫຼານຂອງຕົນໃຫ້ດີ ແລະ ອຳນາດການປົກ ຄອງບ້ານຍັງໄດ້ເຮັດບົດລາຍງານໄປຍັງອຳນວຍການໂຮງຮຽນທັງສອງແຫ່ງດັ່ງກ່າວໃຫ້ຮັບຮູ້,
ເພື່ອໃຫ້ຄູອາຈານເພີ່ມຄວາມເອົາ ໃຈໃສ່ໃນການຄວບຄຸມນັກຮຽນຂອງຕົນ ແລະ ປະຕິບັດລະບຽບວິໃນຕໍ່ຜູ້ກະທຳຜິດໃຫ້ມີຄວາມເຂັດຫຼາບ
ແລະ ເປັນບົດ ຮຽນແກ່ຜູ້ອື່ນຕໍ່ໄປ.
ອຳນາດການປົກຄອງບ້ານ ຍັງໄດ້ແຈ້ງໃຫ້ຮູ້ອີກວ່າ:
ກ່ອນໜ້ານີ້ທາງອຳນາດການປົກຄອງບ້ານ ແລະ ເຈົ້າ ໜ້າທີ່ກໍໄດ້ ກວດພົບເດັກນັກຮຽນເຂົ້າມາຫຼິ້ນເກນ
ໃນໂມງຮຽນຢູ່ຮ້ານດັ່ງກ່າວມາ ແລ້ວ 1 ຄັ້ງ ແລະ ທາງ ເຈົ້າໜ້າທີ່ ກໍໄດ້ຕັກເຕືອນ ເຈົ້າຂອງຮ້ານໄປແລ້ວ,
ສ່ວນຄັ້ງນີ້ແມ່ນເປັນຄັ້ງທີສອງ ແລະ ຖ້າຫາກມີການລະເມີດເປັນຄັ້ງທີ່ສາມທາງເຈົ້າໜ້າຈະສັ່ງປິດ
ຮ້ານທັນທີ.
No comments:
Post a Comment