Ad

Ad

1 November 2013

ການກະທຳຜິດທາງເສດຖະກິດເລີ່ມຫລາຍ



          ທ່ານ ພົນ​ຈັດຕະວາ ສີສະ​ຫວາດ​ແກ້ວ​ມາລາ​ວົງ ຫົວໜ້າ​ກົມ​ໃຫຍ່​ຕຳຫລວດກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບກ່າວ​ໃນ​ກອງ​ປະຊຸມ​ແລກປ່ຽນ​ບົດຮຽນ​ການ​ສະກັດ​ກັ້ນ ​ແລະ ຕ້ານປາກົດການ​ຫຍໍ້​ທໍ້​ທີ່​ພົວພັນ​ເຖິງ​ການ​ດຳ​ເນີນ​ຄະດີ​ໃນ​ຂົງ​ເຂດ​ເສດ ຖະກິດ ​ເມື່ອ​ບໍ່​ດົນ​ມານີ້ວ່າ: ການ​ກະທຳ​ຜິດ​ທາງ​ເສດຖະ ກິດ​ຢູ່​ປະ​ເທດ​ເຮົາ​ເລີ່​ມ​ເກີດ​ມີ​ຫລາຍ​ໃນ​ປີ 2012 ຜ່ານ​ມາ ມີ​ເຖິງ 300 ກວ່າ​ກໍລະນີ, ​ໃນ​ນັ້ນ ການ​ຕັດ​ໄມ້​ທຳລາຍ​ປ່າ ​ແລະ ຊື້ຂາຍ​ໄມ້​ຫວງ​ຫ້າມ​ມີ 68 ກໍ ລະນີ, ສໍ້​ໂກງ​ຊັບ​ພົນລະ​ເມືອງ 60 ກໍລະນີ, ການ​ນຳ​ໃຊ້​ແຊັກ​ບໍ່​ຖືກຕ້ອງ 60 ກໍລະນີ, ຫລົບ​ຫລີກ​ພາສີ​ອາກອນ 40 ກໍລະນີ, ການ​ຊື້-ຂາຍ​ສິດ​ນຳ​ໃຊ້​ທີ່​ດິນ​ບໍ່​ຖືກ ຕ້ອງ ​ແລະ ອື່ນໆ ​ເຊິ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ຫລາຍ​ກວ່າ 300 ຕື້ກີບ, 33 ລ້ານ​ບາດ, 12 ລ້ານ​ໂດ​ລາ​ສະຫະລັດ ​ແລະ ສ້າງ​ຜົນ​ເສຍ​ຫາຍ​ຕໍ່​ຊີວິດ, ຊັບ​ສິນ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ພົນລະ​ເມືອງ​ລາວ ​ແລະ ປະ​ເທດ​ຊາດ ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ, ຄວາມ​ບໍ່​​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ. ສະນັ້ນ ​ເພື່ອ​ສືບຕໍ່​ແກ້​ໄຂ​ປາກົດ ການ​ຫຍໍ້​ທໍ້​ດັ່ງກ່າວ​ໃຫ້​ຫລຸດ​ໜ້ອຍ​
ລົງ, ​ເຈົ້າໜ້າ​ທີ່​ທຸກ​ພາກສ່ວນ​ຕ້ອງ​ເປັນ​ເຈົ້າການ​ປະສານ​ສົມທົບ​ກັບ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ ​ເພື່ອ​ຮ່ວມ​ກັນ​ສະກັດ​ກັ້ນ ​ແລະ ຕ້ານ​ອາດຊະ ຍາ​ກຳ​ໃນ​ຂົງ​ເຂດ​ເສດຖະກິດ​ທີ່​ພົວພັນ​ເຖິງ​ນັກທຸລະກິດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃຫ້​ດີ​ຂຶ້ນ ກວ່າ​ເກົ່າ.

No comments:

Post a Comment