ວັນທີ 31 ຕຸລາຜ່ານມາກະຊວງກະສິກຳໄດ້ຮ່ວມກັບພະແນກສາທາລະນະສຸກນະຄອນຫຼວງ,
ໄດ້ເປີດຊຸດອົບຮົມຄວາມ ຮູ້ພື້ນ ຖານຂອງພະຍາດຕິດຕໍ່ສັດສູ່ຄົນ, ເພື່ອສ້າງຄວາມເຂັມແຂງ ໃຫ້ຜູ້ນຳຂັ້ນພື້ນຖານໃຫ້
ບ້ານນາ ສະລາ ແລະ ບ້ານຊຳ ບອນ, ເມືອງໄຊທານີ,
ນະຄອນຫຼວງວຽງຈັນ ຂື້ນທີ່ໂຮງແຮມໂກສໂມ,ໂດຍ ການເຂົ້າຮ່ວມຂອງອຳນາດການປົກຄອງບ້ານ, ອາສາສະໜັກແພດ,
ສັດຕະວະແພດ ແລະ ເຈົ້າຂອງ ຟາມ 20 ແຫ່ງທີ່ນອນຢູ່ໃນບ້ານດັ່ງກ່າວເຂົ້າຮ່ວມ.
ຫົວໜ້າພະແນກລະບຽບການ, ກົມລ້ຽງສັດ ແລະ ການປະມົງກ່າວວ່າ:ໃນປັດຈຸບັນມີີຫຼາຍໆພະຍາດເກີດຂຶ້ນ
ແລະ ສະເພາະຢູ່ປະເທດເຮົາກໍມີພະຍາດ ໃໝ່ ເກີດຂື້ນຫຼາຍ ແລະ ມີບາງພະຍາດເກີດຂື້ນຢູ່ນຳສັດ,
ບາງພະຍາດເກີດຂື້ນຢູ່ນຳຄົນ ເຊິ່ງໄລຍະຜ່ານມາຂະແໜງກະສິກຳ ແລະ ສາທາລະນະສຸກຕ່າງກໍປະຕິບັດໜ້າທີ່ພໍໃຜພໍ
ລາວ, ກະສິກຳສຸ່ມໃສ່ຮັກສາສັດ, ສ່ວນສາທາລະນະສຸກແມ່ນຮັກສາຄົນ, ໂດຍບໍ່ມີການປະສານງານກັນ,
ດັ່ງນັ້ນ ການຈັດຊຸດອົບຮົມຄັ້ງນີ້ທັງສອງຂະແໜງ ການໄດ້ຮ່ວມກັນປຶກສາຫາລືເພື່ອແລກປ່ຽນທິດທີ່ວ່າເຮັດພໍ່ໃຜພໍລາວມາເປັນຮ່ວມກັນປ້ອງກັນ,
ເພາະວ່າພະຍາດມັນສາ ມາດລະບາດຈາກສັດໄປສູ່ຄົນໄດ້, ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ການພົວພົວລະຫວ່າງຄົນກັບສັດຂອງປະຊາຊົນລາວເຮົາ
ແມ່ນມີມູນເຊື້ອມາແຕ່ດຶກດຳບັນ, ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກທຸກຄອບຄົວກໍຕ້ອງມີສັດລ້ຽງຂອງຕົນເອງ,
ບາງຄອບຄົວແມ່ນລ້ຽງສັດເພື່ອສ້າງເສດຖະກິດຄອບຄົວ, ແຕ່ສ່ວນຫຼາຍແມ່ນເພື່ອລ້ຽງຊີບ ແລະ ການພົວພັນລະຫວ່າງຄົນ
ກັບສັດກໍເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດເປັນພະຍາດ
ແລະ ພະຍາດບາງຊະນິດສາມາດລະບາດສູ່ຄົນເຮົາໄດ້, ດັ່ງນັ້ນພວກ ເຮົາຈຶ່ງໄດ້ຄັດເລືອກເອົາສອງບ້ານນີ້ເພື່ອເປັນຕົວແບບ,
ເປັນຈຸດເລີ່ມຕົ້ນຂອງການຜັນຂະຫຍາຍການສ້າງສຸຂະພາບໜຶ່ງ ດຽວ, ຂອງສອງຂະແໜງການພວກເຮົາ, ເນື່ອງຈາກສອງບ້ານເຄີຍເກີດມີການລະບາດຂອງພະຍາດສັດສູ່ຄົນມາແລ້ວ
ແລະ ໃນການ ອົບຮົມຄັ້ງນີ້ຜູ້ເຂົ້າຮວ່ມຈະໄດ້ຮູ້ເຖິງສາເຫດຂອງການລະບາດພະຍາດຂອງສັດ, ຂອງຄົນ
ແລະ ການລະບາດຈາກສັດສູ່ຄົນ, ວິທີຕອບໂຕ້ກັບພະຍາດ ແລະ ຫວັງເປັນຢ່າງຍິ່ງວ່າຈາກການອົບຮົມຄັ້ງນີ້,
ພວກເຮົາຈະນຳໄປຜັນຂະຫຍາຍໃຫ້ມັນເກີດໝາກ ອອກຜົນຢູ່ໃນບ້ານຂອງຕົນ ແລະ ບ້ານໃກ້ຄຽງມີປະສິດທິຜົນ.
No comments:
Post a Comment