Ad

Ad

1 November 2013

ຕະຫລາດໃຈໃນສະຫນາມກະວີລາວ ( ຄໍ​ລຳ ບັນຫາ​ຈານ​ແຍ່ )



​ໂດຍ : ວິ​ເສດ ສະ​ແຫວ​ງສຶກສາ
     ວັນທີ 24 ກົງກັບວັນພະຫັດເດືອນຕຸລາແລ້ວນີ້, ຈານແຍ່ມີໂອກາດແວ່ຮ້ານຂາຍປຶ້ມແຫ່ງລັດ, ສະຖານທີ່ສະສົມດວງວິນ ຍານຂອງຜູ້ສະແຫວງຄວາມຮູ້ໂດຍສະເພາະແມ່ນບັນດາໜອນໜັງສື ທີ່ຂາດໜັງສືບໍ່ໄດ້.
     ທີ່ຈິງແລ້ວ, ຈານແຍ່ເຂົ້າຮ້ານ ຂາຍປຶ້ມສະເລ່ຍແລ້ວເດືອນລະສອງເທື່ອ ເພື່ອຈອບເບິ່ງວ່າມີຫຍັງໃໝ່, ນັກຂຽນຄົນໃດຍັງ ຂຽນ ແລະ ຜູ້ໃດວາງປາກກາ ຍ້ອນສຸຂະພາບບໍ່ເປັນໃຈ ຫລື ຍ້ອນໄດ້ຖານະຕ່ຳແໜ່ງໃຫຍ່ຂຶ້ນກາຍຄວາມຈຳເປັນທີ່ຈະມານັ່ງ ຂຽນໃຫ້ທໍລະມານມື.
     ທີ່ຍົກເລື່ອງການແວ່ຮ້ານປຶ້ມ ໃນວັນທີ 24 ຕຸລາຂຶ້ນມາເວົ້າເປັນ ພິເສດ ກໍເພາະຈານແຍ່ໄດ້ຂໍ້ມູນສຳຄັນໜຶ່ງຈາກພະນັກ ງານອາວຸ ໂສປະຈຳຮ້ານ. ເມື່ອຖືໝັດຄຳຖາມຈໍ້ໆຈາກຈານແຍ່ວ່າ: “ປຶ້ມ ວັນນະກຳປະເພດໃດຂາຍດີກວ່າ ກັນ ເລື່ອງສັ້ນ ? ເລື່ອງຍາວ ? ຫລື ປຶ້ມໂຮມບົດກະວີ ?. ພະນັກງານ ຄົນນັ້ນເຮັດໜ້າສີງົງໆປານກັບ ພວມໃຊ້ສະໝອງແກ້ບັ້ງເລກໂຈດ ເພື່ອ ເສັງຈົບຊັ້ນ, ແຕ່ເຂົາກໍຕອບ ອອກມາໄດ້ຢ່າງຄ່ອງແຄ້ວວ່າ: “ເລື່ອງສັ້ນຂາຍດີກວ່າໝູ່, ຖັດມາ ແມ່ນເລື່ອງຍາວ, ອັນຂາຍຝືດ ກວ່າໝູ່ແມ່ນປຶ້ມໂຮມກະວີ” ຄຳ ຕອບນີ້ຕຳໃສ່ໝາກກະດອງໃຈ ຈານແຍ່ຈົນເກືອບລົ້ມປ່າງງ່າງ ເພາະນັກປະພັນ ຫລື ຄົນສິນ ຢູ່ໃຕ້ ຟ້າເມືອງລາວເຮົານີ້ ເກືອບວ່າ ຮ້ອຍສ່ວນຮ້ອຍພັດທະນາອາລົມ ຈິດ ແລະ ຝີມືການປະພັນຈາກພື້ນ ແຜ່ນທີ່ຂຽນເປັນ ຮູບກະວີ ແລະ ຄຳຜະຫຍາທັງນັ້ນ, ແຕ່ແລ້ວເຫດ ໃດຜົນງານກະວີໃນຍຸກນີ້ຈຶ່ງຂາຍ ຝືດກວ່າໝູ່ ?. ພະນັກງານຂາຍ ປຶ້ມຄົນ ນັ້ນຍັງເວົ້າຕື່ມອີກວ່າ: “ພວກທີ່ສົນໃຈປຶ້ມກາບກອນ ແມ່ນພວກທີ່ມີອາຍຸສ່ຳໆລຸງຫັ້ນລະ (ເຂົາໝາຍຄວາມວ່າຄົນ ເຖົ້າໆສ່ຳ ຈານແຍ່). ນອກນັ້ນ ກໍມີ ຄູບາອາຈານຢູ່ວັດ”. ມື້ນັ້ນເວລາມີໜ້ອຍ, ບໍ່ຊັ້ນຈະນັ່ງຖາມຫາສາເຫດວ່າເປັນຫຍັງຕະຫລາດກະວີ ຈຶ່ງຝືດ ?.

     ເມື່ອບໍ່ມີຄຳຕອບເປັນກອບເປັນກຳເພື່ອມາແລກກັບທ່ານຜູ້ອ່ານໃນມື້ນີ້ຈານແຍ່ຈຶ່ງຂໍອະນຸຍາດແກະເອົາຄຳເຫັນ ເກົ່າໆທີ່ ເກັບມາຈາກສະພາບາຢອງຈຳນວນໜຶ່ງມາໃຫ້ທ່ານຜູ້ອ່ານຊີມກ່ອນຊາມຊາຊອກໄດ້ໄງ້ເຫັນຄຳຕອບທີ່ມີລັກສະນະວິທະຍາ ສາດຄົບຊຸດ.
     ນັກອ່ານບາງຄົນຕອບວ່າ: ນັກກະວີມືໃໝ່ດຽວນີ້ ບໍ່ເອົາໃຈໃສ່ລະບຽບຂອງການແຕ່ງກອນ, ບໍ່ຮູ້ເລື່ອງສຽງວັນນະຍຸດ, ຄຳ ປະຈຳບ່ອນ, ວັກ-ບາດ, ສຽງສຳຜັດແບບຕ່າງໆໄດ້ແຕ່ແຕ່ງໄປຕາມເປີງ. ກາບກອນແບບນີ້ອ່ານແລ້ວ ເຕະສະດຸດປານລົດໂຕນ ບວກຊຸມ ຫລຸບໂນນ. ມີບາງຄົນບອກວ່າ: ນັກກະວີບາງຄົນສົນໃຈແຕ່ບັນ ຫາ “ລະດູການ” ທີ່ຜ່ານກາຍໄປ ແຕ່ລະໄລຍະ, ບໍ່ ສົນໃຈແອ້ຂອງ ຈິດວິນຍານສິນ. ຖ້າຂຽນເລື່ອງ ສາມສ້າງກໍເປັນກອນເອກະສານ ອ້ອຍຕ້ອຍ, ຖ້າເວົ້າເລື່ອງ 4 ບຸກທະລຸກໍໄດ້ ແຕ່ໄລ່ຈຳນວນການບຸກໃຫ້ຄົບ. ບັນຫາຈັ່ງຊີ້ຫລາຍ ຄົນບອກວ່າອ່ານໃນເອກະສານຍັງຈະຄົບຖ້ວນກວ່າ. ເວລາຂຽນ ເລື່ອງປາ ກົດການຫຍໍ້ທໍ້, ເຈົ້າຂອງບົດກອນຈຳນວນໜຶ່ງຍັງບໍ່ທັນຄົ້ນເລິກສາເຫດຂອງບັນຫາທີ່ຕິດພັນກັບສ່ວນເລິກຂອງ ຄວາມຮູ້ສຶກ. ຈານແຍ່ເຄີຍອ່ານບົດກອນຂອງນັກກະວີຕ່າງປະເທດຄົນໜຶ່ງທີ່ເວົ້າເຖິງຄວາມຈຳເປັນທີ່ຄົນຮຸ່ນອາວຸໂສຕ້ອງໄດ້ສ້າງຄົນຮຸ່ນສືບ ທອດໄວ້ປ່ຽນແທນ. ບົດກອນນັ້ນພັນລະນາຄວາມຮູ້ສຶກຂອງນັກກະວີກ່ຽວກັບໃບໄມ້ໃບໜຶ່ງທີ່ຫ່ຽວແຫ້ງແຕ່ບໍ່ຍອມຫລົ່ນລົງ ດິນຈັກເທື່ອ. ເວລາຜ່ານໄປຫລາຍສິບວັນ, ເຊົ້າໜຶ່ງນັກກະວີຄົນນັ້ນຈຶ່ງພົບໃບໄມ້ໃບນັ້ນນອນຕິດພື້ນດິນ. ເຂົາເງີຍໜ້າແນມ ເບິ່ງຕໍເກົ່າຂອງໃບໄມ້ໃບນັ້ນກໍເລີຍເຫັນໃບໄມ້ອ່ອນປົ່ງຊອນອອກມາ. ແລ້ວນັກກະວີກໍບັນລະຍາຍວ່າ: ໃບໄມ້ທີ່ຫລົ່ນລົງດິນໃບ ນັ້ນໄດ້ສຳເລັດໜ້າທີ່ຂອງຕົນແລ້ວຄືກ່ອນຈະຈາກໄປກໍຕ້ອງແນ່ໃຈວ່າໃບທີ່ຈະສືບແທນນັ້ນແຂງແຮງພໍສາມາດເພິ່ງຕົນເອງໄດ້. ອ່ານແລ້ວຈານແຍ່ຊາບຊຶມຫລາຍກວ່າບົດກະວີທີ່ເຕັມໄປດ້ວຍຕຳລາການສ້າງຜູ້ສືບທອດ.
     ຈານແຍ່ຈຶ່ງສະຫລຸບໄດ້ວ່າ: ວັນນະຄະດີ ຫລື ສິນນັ້ນ ຕ້ອງສອນຄົນໂດຍບໍ່ໃຫ້ມີຄວາມຮູ້ສຶກວ່າຕົນຖືກສອນ. ຍິ່ງເປັນບົດ ກະວີແຮງຕ້ອງແນບນຽນຕື່ມເພາະຖ້າຜູ້ອ່ານມີຄວາມຮູ້ສຶກວ່າຕົນພວມຖືກສັ່ງສອນແລ້ວເຂົາກໍຈະເລືອກອ່ານປຶ້ມວິຊາການທີ່ ກ່ຽວຂ້ອງຈະດີກວ່າ.
     ເລື່ອງນີ້ຍັງຕ້ອງຊອກຄຳຕອບກັນຕື່ມ.

1 comment:

  1. ແມ່ນແລ້ວທ່ານເອີຍ !!!!!!!!!!!!!!!!!! ເຫັນດີແທ້ໆ ບໍ່ເວົ້າຫຍັງຕື່ມແລ້ວ ບົດໃຫ້ເວົ້າລະອຽດແລ້ວ !!!

    ReplyDelete