Ad

Ad

1 November 2013

ຄິດຮອດຜູ້ເສຍອົງຄະ

      ເມື່ອກ່ອນໄດ້ຍິນແຕ່ຊື່ວ່າ: ບ້ານນາແທ່ນ ເມືອງວຽງໄຊ ແຂວງຫົວພັນ ແມ່ນຈຸດທີ່ຕັ້ງໜຶ່ງ ຂອງສູນອົງຄະທຽມ 686 ແລະ ຫລາຍຄົນຍັງເອີ້ນກັນວ່າ: ສູນເສຍອົງຄະເພາະຢູ່ທີ່ນັ້ນສ່ວນຫລາຍແມ່ນນັກຮົບຜູ້ເສຍສະລະເລືອດເນື້ອເພື່ອການປະ ຕິວັດປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ພ້ອມລູກເມຍຂອງເຂົາເຈົ້າ, ພາຍຫລັງທີ່ບໍ່ສາມາດປະກອບສ່ວນ ເຂົ້າໃນຖັນແຖວນັກຮົບແລ້ວ, ເຂົາເຈົ້າຈະມາຊ່ວຍຜະລິດອຸປະກອນອົງຄະທຽມສຳລັບຜູ້ເສຍອົງຄະ, ຈົນພາຍຫລັງປະເທດ ຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ສ່ວນໜຶ່ງຂອງສູນແຫ່ງນີ້ ໄດ້ຍົກຍ້າຍມາຕັ້ງຢູ່ບ້ານເກິນແຂວງວຽງຈັນ ແລະ ກໍຍັງມີຊື່ວ່າ: ໂຮງງານອົງຄະທຽມ 686 ເຊິ່ງຂຶ້ນກັບກະຊວງປ້ອງກັນປະເທດເພື່ອສືບຕໍ່ຜະລິດອຸປະກອນຂາທຽມສຳລັບຜູ້ ເສຍອົງຄະ.
     ມື້ນັ້ນເມື່ອວັນທີ 4 ກໍລະກົດ 2012 ຜ່ານມາ, ຜູ້ແທນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄືວົງການສື່ມວນຊົນລາວຜູ້ມາຮ່ວມກອງປະຊຸມດັ່ງກ່າວອົດຈາກຄວາມຕົກສະເງີ້ບໍ່ໄດ້ເມື່ອ ເຫັນນັກຮົບຜູ້ເສຍອົງຄະປະເພດໜຶ່ງຊັກໄມ້ຄວັນເທົ້າເພື່ອພະຍາຍາມຊ່ວຍ ດຶງຂາທຽມຂອງເພິ່ນດ້ວຍຄວາມລຳບາກກ້າວຂຶ້ນ ເວທີກອງປະຊຸມໃຫຍ່ດັ່ງກ່າວເພື່ອລາຍງານຜົນສຳເລັດຂອງການສ້າງເສດຖະກິດຄອບຄົວຂອງພະນັກງານບຳນານຜູ້ເສຍອົງ ຄະຈົນຈະບໍ່ມີຂາຍ່າງແຕ່ກໍໄດ້ພະຍາຍາມສ້າງເສດຖະກິດຄອບຄົວເພື່ອລ້ຽງລູກລ້ຽງເມຍຈົນກາຍເປັນຄອບຄົວຕົວແບບ...
ເພິ່ນກ້າວຂຶ້ນເວທີ ແລະ ພະຍາຍາມເວົ້າທັງສັ່ນທັງເຊັນເພາະອາດມາຈາກອາຍຸກະສຽນ ແລະ ຄວາມກະຕືລືລົ້ນ, ນັກ ຮົບຜູ້ນັ້ນ ມີຊື່ວ່າ: ທ່ານ ວິໄຊ ແກ້ວ ຫົງສາ ມີອາຍຸ 77 ປີແລ້ວ, ແຕ່ ເບິ່ງເພິ່ນຍັງມີຄວາມຈື່ຈຳດີໄດ້ເລົ່າໃຫ້ຜູ້ແທນກອງປະຊຸມຟັງ ວ່າ: ກ່ອນປີ 2008 ສະພາບການດຳລົງຊີວິດຂອງຄອບຄົວແມ່ນທຸກຍາກຂາດເຂີນຫລາຍຍ້ອນອາໄສແຕ່ເງິນເດືອນເພື່ອລ້ຽງລູກ ລ້ຽງເມຍ ແລ້ວຍັງຕ້ອງໄດ້ລ້ຽງ ຫລານກຳພ້າອີກ 5 ຄົນ, ການຫາ ຢູ່ຫາກິນກໍຢູ່ໃນສະພາບມື້ອຶດມື້ພໍ, ເຂົ້າຂາດແລງແກງຂາດ ໝໍ້ບາງເທື່ອເກືອບຈະເອົາຊີວິດບໍ່ຫລອດ, ເຫື່ອແຮງກໍເປັນຄົນເສຍອົງຄະຂັ້ນຮ້າຍແຮງ, ສ່ວນໃຫຍ່ອາໄສ ແຕ່ແຮງງານເມຍ ເພື່ອໄປຮັບຈ້າງຖາງສວນຖາງໄຮ່ຊ່ວຍຜູ້ອື່ນເພື່ອໄດ້ມາຄາບເຂົ້າຄາບ ແລງເອົາຊີວິດຄອບຄົວຜ່ານໄປ ແຕ່ລະມື້. ທ່ານ ວິໄຊ ເລົ່າຕໍ່ໄປ ວ່າ: ໃນປີ 2008 ນີ້ເອງພາຍຫລັງ ພັກ-ລັດຖະບານໄດ້ມີນະໂຍບາຍສົ່ງເສີມການສ້າງເສດຖະກິດຄອບຄົວ, ຂ້າພະ ເຈົ້າຈຶ່ງຕັດສິນ ໃຈເຂົ້າໄປຢືມທຶນຈຳນວນໜຶ່ງ ເພື່ອມາຊື້ໝູແມ່ 2 ໂຕ, ງົວແມ່ 2 ໂຕ ແລະ ສັດປີກຈຳນວນໜຶ່ງເພື່ອທົດລອງ ລ້ຽງໃນຮູບແບບ ເອົາຜົນໄດ້ຮັບໄລຍະສັ້ນເພື່ອມາ ຫລໍ່ລ້ຽງໄລຍະຍາວ, ພາຍຫລັງທົດລອງມາເປັນເວລາເກືອບປີ ກໍເຫັນວ່າມີ ຜົນໄດ້ຮັບໃນເບື້ອງຕົ້ນດີສົມຄວນ, ຈາກນັ້ນມາປີ 2009 ຄອບຄົວຈຶ່ງໄດ້ຂະຫຍາຍການລ້ຽງໝູ, ລ້ຽງງົວ, ລ້ຽງປາ ແລະ ລ້ຽງ ກົບຕື່ມອີກ ແລະ ກໍເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນເປັນລຳດັບ. ນອກຈາກສາມາດນຳມາປົວແປງຊີວິດການເປັນຢູ່ຂອງ ຄອບຄົວດີຂຶ້ນແລ້ວ ກໍມີເງິນຈຳນວນໜຶ່ງເພື່ອສົ່ງເສີມໃຫ້ລູກຫລານໄດ້ຮັບການສຶກສາຮ່ຳຮຽນ. ຈາກນັ້ນ 3 ປີຕໍ່ມາ ຄອບຄົວ ໄດ້ຄັດເລືອກເປັນຄອບຄົວຕົວແບບໃນການສ້າງເສດຖະກິດຄອບຄົວ ແລະ ຄວາມຈິງກໍເປັນແນວນັ້ນແທ້ເຊິ່ງມາຮອດປັດຈຸ ບັນ ປີໜຶ່ງຄອບຄົວ ວິໄຊ ມີລາຍຮັບຈາກຜົນຜະລິດດັ່ງກ່າວບໍ່ຕ່ຳກວ່າ 34-35 ລ້ານກີບ ໂດຍສະເພາະການຂາຍໝູນ້ອຍ ອອກສູ່ຕະຫລາດປີໜຶ່ງປະມານ 20-25 ໂຕ, ໝູຊີ້ນແຕ່ 500 ກິໂລເຖິງ 1.000 ກິໂລ, ງົວ, ສັດປີກ, ປາ ແລະ ກົບ. ພ້ອມນັ້ນຍັງສາມາດປູກເຂົ້າໃນເນື້ອທີ່ 1 ເຮັກຕາ, ປູກໄມ້ອຸດສາຫະກຳ ແລະ ພືດລົ້ມລຸກອີກຈຳນວນຫລາຍ.
     ທ່ານ ວິໄຊ ເວົ້າວ່າ: ກ່ອນຈະໄດ້ມາຂອງຜົນສຳເລັດດັ່ງກ່າວກໍບໍ່ແມ່ນເລື່ອງງ່າຍດາຍປານໃດ, ນອກຈາກຈະມີແນວທາງ ນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດຖະບານວາງອອກແລ້ວກໍຕ້ອງມີຄວາມດຸໝັ່ນ, ຄວາມອົດທົນພະຍາຍາມ ແລະ ຕ້ອງຊອກຮູ້ ຮ່ຳຮຽນຈາກສັງຄົມ ແລະ ຮູ້ໝູນໃຊ້ວິທະຍາສາດ, ວິທະຍາການທີ່ ດີ, ພ້ອມປະສົບການທີ່ດີນຳໝູ່ຄູ່ ນຳອີກ. ມາຮອດປີນີ້ ອາຍຸກະສຽນກໍເຖົ້າແກ່ຫລາຍແລ້ວ, ແຕ່ຈະພະຍາຍາມສົ່ງເສີມຜົນສຳ ເລັດດັ່ງກ່າວໄວ້ໃຫ້ລູກໃຫ້ຫລານ ສືບຕໍ່ ຈັດຕັ້ງປະຕິບັດຕໍ່ໄປໃຫ້ມີ ຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ. ນອກຈາກຈະຊ່ວຍແກ້ໄຂຄວາມ ທຸກຍາກຂາດເຂີນຂອງຄອບຄົວ ແລ້ວກໍຕ້ອງພັດທະນາໃຫ້ເປັນ ຄອບຄົວຮັ່ງມີອຸດົມສົມບູນຂຶ້ນເລື້ອຍໆ.

No comments:

Post a Comment